ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄວາມສຳພັນລະຫວ່າງ ປັກກິ່ງແລະມຽນມາ


ນາຍົກລັດຖະມົນຕີຈີນ ທ່ານເຫວັນ ເຈຍບາວ ກ່າວວ່າ
ຄວາມສຳພັນ 2 ຝ່າຍ ລະຫວ່າງປັກກິ່ງແລະມຽນມາ
ພວມກ້າວໄປຂ້າງໜ້າ.

ອົງການຂ່າວຂອງທາງການຈີນລາຍງານວ່າ ທ່ານເຫວັນ
ໃຫ້ທັດສະນະດັ່ງ ກ່າວ ໃນວັນພະຫັດມື້ນີ້ ລະຫວ່າງການ
ພົບປະ ກັບນາຍພົນອະວຸໂສ THAN SHWE
ຜູ້ນຳອຳນາດການປົກຄອງທະຫານ ຂອງມຽນມາ. ການພົບປະ
ທີ່ວ່ານີ້ ມີຂຶ້ນທີ່ນະຄອນຫຼວງເນປີດໍຂອງມຽນມາ. ເປັນທີ່ຄາດກັນວ່າ ທ່ານເຫວັນ
ຈະໄດ້ລົງນາມ ໃນຂໍ້ຕົກລົງທາງດ້ານເສດຖະກິດ ຈຳນວນນຶ່ງ ກັບລັດຖະບານ
ມຽນມາ ໃນລະຫວ່າງການຢ້ຽມຢາມຄັ້ງນີ້.

ການເດີນທາງໄປຢ້ຽມຢາມມຽນມາ ຂອງນາຍົກລັດຖະມົນຕີຈີນ ມີຂຶ້ນໃນ ເວລາທີ່ພວມມີ
ການປ່ຽນແປງຄວາມສຳພັນ ກັບນຶ່ງໃນບັນດາຄູ່ການຄ້າທີ່ສຳຄັນ ຂອງຈີນ. ປັກກິ່ງໄດ້
ສະແດງຄວາມວິຕົກກັງວົນກ່ຽວກັບການສູ້ລົບລະຫວ່າງກຳ ລັງລັດຖະບານທະຫານມຽນມາ
ແລະພວກຊົນກຸ່ມນ້ອຍຫຼາຍໆຈຸ ທີ່ແຂວງ KO-KANG ຊຶ່ງເປັນແຂວງທີ່ສອກຫຼີກຫ່າງໄກ
ໃນພາກຕາເວັນອອກສຽງເໜືອຂອງ ມຽນມາ. ການສູ້ລົບທີ່ວ່ານີ້ ໄດ້ຂັບໄລ່ກຳລັງຂອງ
ພວກຊົນກຸ່ມນ້ອຍຈຳນວນນຶ່ງ ຂ້າມຊາຍແດນເຂົ້າໄປໃນປະເທດຈີນ ທີ່ເປັນເພື່ອນບ້ານ
ຂອງມຽນມານັ້ນ.

ນີ້ແມ່ນການເດີນທາງໄປຢ້ຽມຢາມມຽນມາເທື່ອທຳອິດ ຂອງນາຍົກລັດຖະ ມົນຕີຈີນ
ນັບແຕ່ປີ 1994 ເປັນຕົ້ນມາ.

XS
SM
MD
LG