ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມເຄື່ອນໄຫວມຽນມາ ຮຽກຮ້ອງໃຫ້ຈີນ ຢຸດ ໂຄງການສ້າງເຂື່ອນທີ່ມຽນມາ


ແຜນທີ່ມຽນມາ
ແຜນທີ່ມຽນມາ





























ແນວໂຮມຂອງ​ກຸ່ມ​ເຄື່ອນ​ໄຫວມຽນມາ​ທີ່​ຄັດຄ້ານລັດຖະບານ​ກໍາລັງ​ທວງ​ໃຫ້​ຈີນ​ຢຸດ​ດໍາ​ເນີນ​
ງານ​ກ່ຽວ​ກັບໂຄ​ງການ​ກໍ່ສ້າງ​ເຂື່ອນ​ແຫ່ງ​ຕ່າງໆ​ຢູ່ໃນ​ພາກ​ເໜືອ​ຂອງ​ມຽນມາບ່ອນ​ທີ່​ພວກ
ກະບົດ​ຊົນ​ເຜົ່າ​ກະ​ຈິນກໍາລັງ​ຖືກທະຫານ​ຝ່າຍ​ລັດຖະບານ​ໂຈມ​ຕີ​ຢູ່​ນັ້ນ.

ນອກນັ້ນແລ້ວແນວໂຮມທີ່ປະກອບດ້ວຍ 9 ກຸ່ມຂອງພວກພະສົງ ນັກ​ສຶກສາ​ແລະ​ບັນດາ​ກຸ່ມ
ເຍົາວະ​ຊົນ​ຍັງ​ຮຽກຮ້ອງ​ຢູ່​ໃນ​ຖະ​ແຫລ​ງການ​ຮ່ວມ​ຂອງ​ເຂົາ​ເຈົ້າ​ທີ່​ນຳອອກ​ເຜີຍແຜ່ໃນ​ວັນ​ອັງ
ຄານ​ມື້​ນີ້​ວ່າ ໃຫ້​ທໍາ​ຄວາມ​ກົດ​ດັນ​ຕື່ມ​ອີກ​ຕໍ່​ລັດຖະບານມຽນມາ​ເພື່ອໃຫ້​ຢຸດ​ທໍ​າການ​ໂຈມ​ຕີ​ຕໍ່
ກຸ່ມ​ຊົນ​ເຜົ່າ​ແລະຊອກ​ສະ​ແຫວ​ງຫາສັນຕິພາບ​ອັນ​ແທ້​ຈິງ​ຕໍ່​ໄປ.

ໃນ​ເດືອນ​ແລ້ວ​ນີ້ ລັດຖະບານ​ໄດ້​ເລີ້ມ​ທໍາ​ການ​ໂຈມ​ຕີ​ຕໍ່​ກໍາລັງ​ຊົນ​ເຜົ່າ​ກະ​ຈິນຢູ່​ໃກ້ໆ​ກັບ​ບ່ອນ
ທີ່​ຈີນ​ຈະ​ດໍາ​ເນີນ​ໂຄງການສ້າງ​ເຂື່ອນໄຟຟ້າ​ພະລັງ​ນໍ້າ 2 ​ແຫ່ງ ​ໂດຍ​ໄດ້ເຮັດ​ໃຫ້​ພວກ​ຊາວ
ບ້ານຫລາຍຮ້ອຍ​ຄົນ​ຫລົບໜີ ໄປ​ຍັງບໍລິເວນຊາຍ​ແດນ​ຈີນ​ເພື່ອ​ຫາ​ປອດ​ໄພ. ການ​ຕໍ່ສູ້​ກັນ
ແບບ​ກະຈັດກະຈາຍ​ກັນໄດ້​ດໍາ​ເນີນສືບ​ຕໍ່​ມາ​ທ່າມກາງ​ຄວາມ​ພະຍາຍາມ​ທີ່​ບໍ່​ສໍາ​ເລັດຜົນ​ໃນ​
ການໂອ້​ລົມສົນທະນາ​ກັນ​ເລື້ອງ​ສັນຕິພາບນັ້ນ.

ຖະ​ແຫລ​ງການ 2 ສະ​ບັບຂອງ​ພວກ​ນັກ​ເຄື່ອນ​ໄຫວ ​ໄດ້​ລົງ​ນາມ​ໂດຍ 9 ກຸ່ມ ຮວມທັງ​
ກຸ່ມພັນທະມິດຂອງພະສົງທົ່ວປະເທດ​ມຽນມາ​ ແລະ​ພວກ​ນັກ​ສຶກສາ​ຮຸ່ນ​ປີ 88. ພວກ​ນັກ
ເຄື່ອນໄຫວເຫລົ່າ​ນີ້​ກ່າວ​ວ່າ ການ​ພົວພັນ​ຂອງ​ຈີນ​ໃນ​ໂຄງການ​ສ້າງ​ເຂື່ອນ​ສະ​ແດງ​ໃຫ້​ເຫັນ
ເຖິງ​ຄວາມ​ບໍ່ສົນໃຈ​ຂອງ​ຈີນ​ຕໍ່​ປະຊາຊົນ​ມຽນມາ ຊຶ່ງ​ຊີວິດ​ການ​ເປັນ​ຢູ່​ຂອງ​ເຂົາ​ເຈົ້າ​ແມ່ນ​ອາ​
ໄສລໍາ​ນໍ້າ​ອີຣະວະ​ດີນີ້.

XS
SM
MD
LG