ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າກວດກາຂ່າວຂອງມຽນມາ ຮຽກຮ້ອງໃຫ້ເປີດກວ້າງ ອິດສະຫຼະພາບ ໃນດ້ານຂ່າວສານ


ແຜນທີ່ມຽນມາ
ແຜນທີ່ມຽນມາ

ຫົວໜ້າອົງການກວດກາຂ່າວຂອງທາງການມຽນມາ ຮຽກຮ້ອງໃຫ້ມີອິດສະຫຼະພາບທາງດ້ານ
ຂ່າວສານຢູ່ໃນມຽນມາທີ່ມີການກົດຂີ່ ຍິ່ງໄປກວ່ານັ້ນ ຍັງໄດ້ສະເໜີແນະໃຫ້ປິດພະແນກການ
ຂອງທ່ານນຳດວ້ຍ.

ທ່ານ Tint Swe ຜູ້ອຳນວຍການກົມກວດກາຂ່າວແລະຈົດທະບຽນຂອງມຽນມາກ່າວຕໍ່ວິທະ ຍຸເອເຊຍເສຣີໃນມື້ວັນສຸກວານນີ້ວ່າການກວດກາຂ່າວຄວນຈະຖືກລົບລ້າງອັນເປັນພາກສ່ວນ
ນຶ່ງຂອງການປະຕິຮູບ ໂດຍລັດຖະບານພົນລະເຮືອນຊຸດໃໝ່ທີ່ຄອບງຳໂດຍພວກທະຫານ.

ທ່ານເວົ້າວ່າມັນແມ່ນພຽງເລື່ອງເວລາທໍ່ນັ້ນກ່ອນທີ່ໜັງສືພິມທັງໝົດຈະມີອິດສະຫຼະເສລີຈາກ ການຖືກກວດກາໃດໆທັງໝົດແລະນັບເປັນເທື່ອທຳອິດທີ່ກຸ່ມເອກກະຊົນຈະໄດ້ຮັບອະນຸຍາດ ໃຫ້ຈັດຕັ້ງໜັງສືພິມລາຍວັນໄດ້ພາຍໃຕ້ກົດໝາຍສື່ມວນຊົນສະບັບໃໝ່ ຊຶ່ງຮ່າງກົດໝາຍດັ່ງ
ກ່າວພວມຖືກນຳສະເໜີຕໍ່ສະພາແຫ່ງຊາດ.

ໃນເດືອນແລ້ວນີ້ເຈົ້າໜ້າທີ່ມຽນມາໄດ້ຍົກເລີກການຫ້າມທີ່ມີມາເປັນເວລາດົນນານຕໍ່ເວັບໄຊທ໌
ນາໆຊາດ ເວັບໄຊທ໌ຂ່າວຂອງຊາວມຽນມາທີ່ລີ້ໄພຢູ່ຕ່າງປະ ເທດ ແລະ YouTube.

XS
SM
MD
LG