ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະຜູ້ແທນ ທຸລະກິດ ສຫລ ຢ້ຽມຢາມ ມຽນມາ ເປັນຄັ້ງທໍາອິດ (ວີດິໂອ)


ລັດຖະມົນຕີຊ່ວຍ ກະຊວງການຕ່າງປະເທດ ສະຫະລັດ ຮັບຜິດຊອບດ້ານເສດຖະກິດແລະທຸລະກິດ ທ່ານ Jose Fernandez ກ່າວຄໍາປາໄສ ຕໍ່ກອງປະຊຸມການພົວພັນ ເສດຖະກິດລະຫວ່າງ ສະຫະລັດ ແລະມຽນມາ ທີ່ນະຄອນຢ້າງກຸ້ງ ໃນວັນທີ 25 ກຸມພາ 2013 (D. Schearf/VOA)
ລັດຖະມົນຕີຊ່ວຍ ກະຊວງການຕ່າງປະເທດ ສະຫະລັດ ຮັບຜິດຊອບດ້ານເສດຖະກິດແລະທຸລະກິດ ທ່ານ Jose Fernandez ກ່າວຄໍາປາໄສ ຕໍ່ກອງປະຊຸມການພົວພັນ ເສດຖະກິດລະຫວ່າງ ສະຫະລັດ ແລະມຽນມາ ທີ່ນະຄອນຢ້າງກຸ້ງ ໃນວັນທີ 25 ກຸມພາ 2013 (D. Schearf/VOA)
ຜູ້ແທນທຸລະກິດຄະນະນຶ່ງ ຊຶ່ງລວມມີ ຜູ້ຕາງໜ້າບໍລິສັດສະ
ຫະລັດ 50 ຄົນ ກໍາລັງຢ້ຽມຢາມມຽນມາ ໄປຈົນຮອດວັນພະ
ຫັດອາທິດນີ້ ເພື່ອສໍາຫລວດເບິ່ງ ໂອກາດທາງການຄ້າ ແລະ
ການລົງທຶນ ຢູ່ໃນປະເທດທີ່ຮັ່ງມີໄປດ້ວຍຊັບພະຍາກອນທໍາ
ມະຊາດແຫ່ງນັ້ນ.

ນີ້ແມ່ນເປັນຄັ້ງທໍາອິດທີ່ຄະນະຜູ້ແທນທຸລະກິດສະຫະລັດກຸ່ມ
ໃຫຍ່ ໄປຢ້ຽມຢາມມຽນມາ ນັບຕັ້ງແຕ່ປະທານາທິບໍດີ ບາຣັກ
ໂອບາມາ ໄດ້ຢ້ຽມຢາມໃນເດືອນ ພະຈິກປີກາຍນີ້.

ສະພາການຄ້າສະຫະລັດກ່າວໃນວັນສຸກຜ່ານມານີ້ວ່າ ກຸ່ມດັ່ງ
ກ່າວປະກອບດ້ວຍ ຜູ້ແທນຈາກຫລາຍຂະແໜງອຸດສາຫະກໍາ
ຊຶ່ງລວມມີ ທຸລະກິດການກະເສດ, ລົດຍົນ, ເຄື່ອງອີເລັກໂທຣ
ນິກ, ພະລັງງານ, ການຄ້າຍ່ອຍ ແລະໂທລະຄົມມະນາຄົມ.

ຄະນະຜູ້ແທນສະພາການຄ້າຊຸດນີ້ຈະເຂົ້າຮ່ວມ ການບັນລະຍາຍແລະສົນທະນາ ກ່ຽວກັບ
ການຄ້າ ລະຫວ່າງສະຫະລັດແລະມຽນມາ ຢູ່ສູນກາງທຸລະກິດ ໃນນະຄອນຢ້າງກຸ້ງ ກ່ອນ
ຈະໄປພົບກັບບັນດາລັດຖະມົນຕີກະຊວງຕ່າງໆຂອງລັດຖະບານ ແລະເຈົ້າໜ້າທີ່ຂັ້ນສູງ,
ບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ, ເຈົ້າໜ້າທີ່ສະຖານທູດອາເມຣິກາ ແລະ
ຜູ້ອື່ນໆ.

ບັນດາເຈົ້າໜ້າທີ່ດ້ານເສດຖະກິດຢູ່ໃນມຽນມາເວົ້າວ່າ ພວກເຂົາເຈົ້າຮູ້ສຶກເຖິງບຸນຄຸນ ຂອງສະຫະລັດ ທີ່ໃຫ້ການສະໜັບສະໜຸນແກ່ພວກເຂົາເຈົ້າ.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:
US-Burma Business Conference
please wait

No media source currently available

0:00 0:02:52 0:00
XS
SM
MD
LG