ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມຽນມາ ເລີ້ມ ດຳເນີນຄະດີ ຊາວພຸດ ທີ່ສັງຫານ ຊາວມຸສລິມ


ແຜນທີ່ ລັດຣາຄາຍນ໌ ຂອງມຽນມາ
ແຜນທີ່ ລັດຣາຄາຍນ໌ ຂອງມຽນມາ
ມຽນມາເລີ້ມການດຳເນີນຄະດີຜູ້ຊາຍຊາວພຸດ 6 ຄົນ ທີ່ຖືກກ່າວ
ຫາວ່າ ໄດ້ສັງຫານຊາວມຸສລິມໂຣຮິງຢາ ໃນລະຫວ່າງເຫດຮ້າຍ
ທີ່ກໍ່ໃຫ້ເກີດຄວາມວຸ້ນວາຍທາງສາສະໜາຮ້າຍແຮງໃນປີກາຍນີ້.

ພວກຜູ້ຊາຍເຫລົ່ານີ້ປະເຊີນກັບໂທດຈຳຄຸກຕະຫລອດຊີວິດ ຖ້າ
ຫາກຖືກພົບເຫັນວ່າ ມີຄວາມຜິດ ໃນການດຳເນີນຄະດີ ທີ່ເມືອງ
Taungkok ໃນລັດ Rakhine ທາງພາກຕາເວັນຕົກສຽງເໜືອ
ຂອງນະຄອນຢ່າງກຸ້ງ.

ພວກເຂົາເຈົ້າ ແມ່ນຈຸທຳອິດ ທີ່ຖືກດຳເນີນຄະດີ ໃນຄວາມວຸ້ນ
ວາຍ ທີ່ເກີດຂຶ້ນເມື່ອເດືອນມິຖຸນາ ປີ 2012 ຊຶ່ງຝູງຊົນໄດ້ລາກ
ຊາວມຸສລິມ 10 ຄົນ ລົງຈາກລົດເມຄັນນຶ່ງ ແລ້ວກໍສັງຫານພວກເຂົາ.

ຜູ້ຊາຍຄົນນຶ່ງ ຢູ່ໃນເຂດທ້ອງຖິ່ນ ທີ່ບໍ່ປະສົງອອກຊື່ ກ່າວຕໍ່ວີໂອເອວ່າ ການສັງຫານທີ່ວ່ານີ້ ແມ່ນຍຸແຍ່ໂດຍຜູ້ຄົນທີ່ບໍ່ໄດ້ອາໄສຢູ່ໃນເມືອງນີ້ຊຶ່ງລາວເວົ້າວ່າ “ ພວກເຮົາຍັງມີຄວາມສົງ ໄສກ່ຽວກັບການຈັບກຸມແລະຟ້ອງຮ້ອງບຸກຄົນທັງ 6. ມັນເປັນໄປບໍ່ໄດ້ທີ່ຈະຂ້າ 10 ຄົນໂດຍ ຄົນ 6 ຄົນທໍ່ນັ້ນ. ຍັງມີການສົງໄສຫຼາຍໆຢ່າງ ກ່ຽວກັບເຫດຮ້າຍດັ່ງກ່າວ. ພວກທີ່ມີການພົວ ພັນສ່ວນໃຫຍ່ ແລະກໍ່ອາດຊະຍາກຳແທ້ໆ ແມ່ນຄົນມາຈາກບ່ອນອື່ນ ບໍ່ແມ່ນຄົນຢູ່ໃນທ້ອງ ຖິ່ນ.”

ການສັງຫານທີ່ວ່ານີ້ ແມ່ນເພື່ອເປັນການຕອບໂຕ້ ຕໍ່ການຂົ່ມຂືນ ແລະຂ້າຍິງສາວຊາວພຸດ
ຄົນນຶ່ງ ທີ່ມີການກ່າວຫາວ່າ ເປັນນໍ້າມືຂອງພວກຜູ້ຊາຍຊາວມຸສລິມເມື່ອ ສອງສາມອາທິດ ກ່ອນໜ້ານັ້ນ.

ມີການຖິ້ມໂທດໃສ່ວ່າເຫດຮ້າຍທັງສອງນີ້ໄດ້ກໍ່ໃຫ້ເກີດຄວາມຮຸນແຮງໃນຂອ ເຂດທີ່ກວ້າງ ຂວາງລະຫວ່າງຊາວມຸສລິມແລະຊາວພຸດ ທີ່ເຮັດໃຫ້ມີຜູ້ເສຍຊີວິດ 200 ກວ່າຄົນ ແລະບັງ ຄັບໃຫ້ອີກຫຼາຍສິບພັນຄົນຕ້ອງໄດ້ຫຼົບໜີໄປຈາກເຮືອນຊານບ້ານຊ່ອງຂອງພວກເຂົາເຈົ້າ.
XS
SM
MD
LG