ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກີດເຫດລະເບີດ 2 ຄັ້ງ ຢູ່ໃນມຽນມາ


ແຜນທີ່ມຽນມາ
ແຜນທີ່ມຽນມາ

ເຈົ້າໜ້າທີ່ຄົນນຶ່ງຂອງມຽນມາກ່າວວ່າ ມີລະເບີດ 2 ລູກໄດ້ແຕກຂຶ້ນໃນວັນສຸກມື້ນີ້ ລູກນຶ່ງ
ແຕກຂຶ້ນທີ່ເມືອງຫຼວງການປົກຄອງແລະລູກທີ 2 ແຕກຂຶ້ນຢູ່ທີ່ຫົວເມືອງໃຫຍ່ສຸດອັນດັບ 2
ຂອງມຽນມາ.

ເຈົ້າໜ້າທີ່ເວົ້າວ່າ ລະເບີດລູກທຳອິດແຕກຂຶ້ນທີ່ເມືອງມັນດາເລແຕ່ຍັງບໍ່ມີລາຍງານທີ່ໄດ້ຮັບ
ການຢືນຢັນ ກ່ຽວກັບພວກທີ່ໄດ້ຮັບບາດເຈັບ ແຕ່ປະຊາຊົນໃນເມືອງດັ່ງກ່າວເວົ້າວ່າ ມີ 2
ຄົນໄດ້ຮັບບາດເຈັບ.

ລະເບີດລູກທີ 2 ໄດ້ແຕກຂຶ້ນບໍ່ດົນຫຼັງຈາກນັ້ນ ທີ່ເມືອງເນປີດໍ ຊຶ່ງເປັນເມືອງຫຼວງໃນການ
ປົກຄອງຂອງມຽນມາ. ເຈົ້າໜ້າທີ່ໆບໍ່ໄດ້ລະບຸຊື່ເວົ້າວາ ບໍ່ມີຜູ້ໃດໄດ້ຮັບບາດເຈັບລົ້ມຕາຍ
ໃນເຫດລະເບີດທີ່ວ່ານີ້.

ລັດຖະບານມຽນມາໄດ້ຖິ້ມໂທດໃສ່ພວກກະບົດກະຫຼ່ຽງໃນການວາງລະເບີດຢູ່ທີ່ເມືອງເນປີດໍ
ໃນເດືອນນີ້ຕະຫຼອດທັງການໂຈມຕີລົດໄຟໃນເດືອນພຶດສະພາຜ່ານມາ ທີ່ເຮັດໃຫ້ມີຜູ້ເສຍຊີ
ວິດ 2 ຄົນນັ້ນ.

XS
SM
MD
LG