ແຫລ່ງຂ່າວໃນມຽນມາ ເວົ້າວ່າ ໄດ້ເກີດເຫດລະເບີດໃນເມືອງຫລວງ ຂອງແຄວ້ນກາຈິນ
ໃນພາກເໜືອຂອງປະເທດ ສົ່ງຜົນໃຫ້ 10 ຄົນເສຍຊີວິດ ຊຶ່ງມີເດັກນ້ອຍລວມຢູ່ນໍາ ຈໍາ
ນວນນຶ່ງ.
ແຫລ່ງຂ່າວດັ່ງກ່າວທີ່ບໍ່ປະສົງຈະບອກຊື່ ກ່າວໃນວັນຈັນວານນີ້ວ່າ ລະເບີດ ທີ່ແຕກຂຶ້ນ
ໃນແລງວັນອາທິດຜ່ານມານັ້ນ ໄດ້ເຮັດໃຫ້ໄຟໄໝ້ເຮືອນ 3 ຫລັງ ແລະເຮັດໃຫ້ຢ່າງໜ້ອຍ
23 ຄົນໄດ້ຮັບບາດເຈັບຢູ່ໃນເມືອງ ມິອິດຕະເກຍນາ (Myitkyinar). ຫລາຍຄົນທີ່ຢູ່ໃນ
ເຮືອນທີ່ຖືກໄໝ້ນັ້ນ ແມ່ນເດັກກໍາພ້າ.
ຍັງບໍ່ມີການຮ່ອງຮອຍບົ່ງບອກໃຫ້ຮູ້ໃນທັນທີນີ້ເທື່ອວ່າ ແມ່ນໃຜເປັນຜູ້ວາງລະເບີດ ແລະ
ດ້ວຍເຫດໃດ. ຢ່າງໃດກໍຕາມ ໜັງສືພິມ New Light of Myanmar ທີ່ຖືກຄວບຄຸມໂດຍ
ລັດຖະບານເວົ້າວ່າ ມີລະເບີດອີກສອງລູກ ໄດ້ແຕກຂຶ້ນຢູ່ໃນເມືອງດຽວກັນ ແຕ່ບໍ່ໄດ້ເຮັດໃຫ້
ໃຜໄດ້ຮັບບາດເຈັບແຕ່ຢ່າງໃດ ໃນວັນເສົາທີ່ຜ່ານມາ.
ລັດຖະບານມຽນມາ ແມ່ນໄດ້ທໍາການປະຕິບັດງານທາງທະຫານ ຕໍ່ຕ້ານກໍາລັງຂອງພວກ
ກະບົດກຸ່ມນຶ່ງ ໃນແຄວ້ນກະຈິນ ມາເປັນເວລາຫລາຍເດືອນແລ້ວ.