ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໗ ກຸມພາ ໒໐໒໕

ມຽນມາ ອະນຸມັດ ການນໍາໃຊ້ ບັດເຄຣດິດໄດ້


ບັດເດບິດແລະເຄຣດິດວີຊ່າ
ບັດເດບິດແລະເຄຣດິດວີຊ່າ
ມຽນມາ ​ໄດ້​ອະນຸມັດການສະ​ເໜີໃຊ້ບັດສິນ​ເຊື່ອ​ ຫຼືບັດເຄຣດິດ
ຂອງ​ຕ່າງປະ​ເທດ ຊຶ່ງ​ເປັນ​ການເຄື່ອນ​ໄຫວ ທີ່​ຈະອຳນວຍ​ຄວາມ​
ສະດວກ ສະບາຍ​ຫຼາຍຂຶ້ນ​ແກ່ບັນດາພວກ​ນັກ​ທ່ອງ​ທ່ຽວ​ທີ່​ໄປ​
ຢ້ຽມຢາມ​ປະ​ເທດ ຊຶ່ງ​ໃນ​ອະດີດ​ເຄີຍ​ຖືກ​ຕັດຂາດ​ຈາກ​ໂລກພາຍ​
ນອກ​ນັ້ນ. ​


ໜັງສືພິມ​ຂອງລັດຖະບານ New Light of Myanmar ລາຍ​ງານ​ໃນ​ວັນ​ສຸກ​ນີ້ວ່າ ກະ​ຊວງ​ການ​ເງິນ​ໄດ້ອ​ະນຸຍາດ​ ​ໃຫ້​ສາມາດ​ນຳ​ໃຊ້​ບັດ ​ເຄຣດິດ Visa, MasterCard, China UnionPay ​ແລະ Japan Crdedit Bureau ​ຢູ່​ໃນ​ມຽນມາ​ຊຶ່ງ​ເປັນ​ປະ​ເທດ​ທີ່​ໄດ້​ຖືກໂດດດ່ຽວມາ​ເປັນ​ເວ​ລາດົນ​ນານ​ແລ້ວ​ນັ້ນ. ໜັງສືພິມ​ບໍ່​ໄດ້ແຈ້ງ​ໃຫ້​ຊາບ​ວ່າ ອີກ​ດົນ​ປານໃດ ການ​ນໍາໃຊ້ຈະເລີ້ມ​ໄດ້.

​ເນື່ອງ​ຈາກ​ການ​ລົງ​ໂທດ​ມາເປັນ​ເວລາ​ຫລາຍ​ສິບ​ປີ​ໂດຍສະຫະລັດແລະ ບັນດາ​ປະ​ເທດ​ຕາ​ເວັນ​ຕົກ ​ບັດເຄຣດິທີ່​ສຳຄັນໆທັງຫລາຍ ຈຶ່ງ​ບໍ່ໄດ້ຮັບ ​ເອົາ​ການ​ໃຊ້​ຈ່າຍຢູ່່​ໃນ​ມຽນມາ ​ໂດຍ​ບັງ​ຄັບໃຫ້​ພວກນັກ​ທ່ອງ​ທ່ຽວແລະ​ນັກທຸລະກິ​ດຕ້ອງໄດ້ພາກັນ​ຖື​ເງິນສົດ​ເປັນຈຳນວນ
ຫລວງຫລາຍຕິດ​ໂຕ ​ໄປ​ນຳ.

ກ່ຽວຂ້ອງກັນ

XS
SM
MD
LG