ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Rudd ຢ້ຽມຢາມ ປະເທດມຽນມາ


ລັດຖະມົນຕີການຕ່າງປະເທດອອສເຕຣເລຍ ທ່ານ Kevin Rudd
ລັດຖະມົນຕີການຕ່າງປະເທດອອສເຕຣເລຍ ທ່ານ Kevin Rudd

ລັດຖະມົນຕີການຕ່າງປະເທດອອສເຕຣເລຍທ່ານ Kevin Rudd ໄດ້ເດີນທາງໄປເຖິງມຽນ
ມາແລ້ວແຕ່ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າທ່ານຈະໄດ້ພົບປະກັບຜູ້ນຳປະຊາທິປະໄຕຂອງ
ມຽນມາທ່ານນາງອອງຊານຊູຈີຫຼືບໍ່.

ລັດຖະບານ ທີ່ໄດ້ຮັບການໜຸນຫຼັງຈາກທະຫານຂອງມຽນມາ ໄດ້ແຈ້ງໃຫ້ທ່ານນາງອອງ
ຊານຊູຈີ ຜູ້ທີ່ເຄີຍໄດ້ຮັບລາງວັນໂນແບລຂະແໜງສັນຕິພາບໃນສັບປະດານີ້ວ່າ ໃຫ້ຢຸດຕິ ທຸກໆກິດຈະກຳທາງດ້ານການເມືອງ ຊຶ່ງອາດຈະຮວມທັງການພົບປະກັບພວກນັກການ
ທູດຕ່າງປະເທດ.

ຫ້ອງການາຂອງທ່ານ Rudd ກ່າວໃນສັບປະດາແລ້ວນີ້ວ່າ ທ່ານມີໝາຍກຳນົດທີ່ຈະພົບ
ປະກັບບັນດາສະມາຊິກຂອງລັດຖະບານຊຸດໃໝ່ມຽນມາແລະພວກຜູ້ນຳທາງການເມືອງ
ອື່ນໆ.

ທ່ານ Rudd ເວົ້າວ່າ ທ່ານຈະໃຊ້ການພົບປະຢູ່ໃນມຽນມາຂອງທ່ານຢໍ້າເຖິງ ການຮຽກ
ຮ້ອງທີ່ມີມາເປັນເວລາດົນນານຂອງອອສເຕຣເລຍທີ່ຢາກໃຫ້ມຽນມາທຳຄວາມກ້າວໜ້າ ໄປສູ່ການສ້າງຄວາມປອງດອງຊາດແລະການປະຕິຮູບປະຊາທິປະໄຕ.

XS
SM
MD
LG