ຜູ້ນໍາປະຊາທິປະໄຕໃນມຽນມາ ທ່ານນາງອອງຊານຊູຈີ
ຮຽກຮ້ອງໃຫ້ປະຊາຊົນ ພາກັນລຸກຂຶ້ນຢືນຢັດເພື່ອສິດທ
ຂອງເຂົາເຈົ້າແລະຊອກສະແຫວງຫາປະຊາທິປະໄຕໃນ
ມຽນມາ ທີ່ປົກຄອງໂດຍພວກທະຫານນັ້ນ ໃນຄໍາປາໄສ
ທີ່ບໍ່ສູ້ໄດ້ກ່າວ ຊຶ່ງມີຂຶ້ນຫລັງຈາກທີ່ທ່ານນາງໄດ້ຮັບອິດ
ສະລະພາບ ຈາກການຖືກກັກບໍລິເວນໃຫ້ຢູ່ແຕ່ໃນບ້ານ
ເຮືອນນັ້ນ.
ພວກສະໜັບສະໜຸນທ່ານນາງຫລາຍພັນຄົນພາກັນສົ່ງສຽງ
ຮ້ອງໂຮຊົມ ເຊີຍດ້ວຍຄວາມດີອົກດີໃຈນໍາທ່ານນາງໃນວັນ
ອາທິດມື້ນີ້ ເວລາທ່ານນາງກ່າວປາໄສຢູ່ທີ່ສໍານັກງານໃຫຍ່
ຂອງພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕຂອງທ່ານ
ນາງ ທີ່ນະຄອນຢັ້ງກຸ້ງ ຊຶ່ງທ່ານນາງກ່າວວ່າ ເສລີພາບໃນ
ການປາກເວົ້າແມ່ນພື້ນຖານຂອງລະບອບປະຊາທິປະໄຕ.
ໃນການໃຫ້ຄວາມເຫັນຕໍ່ວີໂອເອ ຜູ້ສື່ຂ່າວຄົນນຶ່ງຢູ່ສະຖານທີ່ແຫ່ງນັ້ນ ບັນລະຍາຍວ່າ
ພວກຝູງຊົນພາກັນໂຫ່ຮ້ອງດີອົກດີໃຈຫລາຍທີ່ສຸດນໍາການປ່ອຍໂຕທ່ານນາງ. ທ່ານນາງ
ອອງຊານຊູຈີກ່າວຕໍ່ຝູງຊົນວ່າ ທ່ານນາງຈະດໍາເນີນງານຮ່ວມກັບກຳລັງປະຊາທິປະໄຕ
ທຸກໆກຸ່ມ ແລະທ່ານນາງຊຸກຍູ້ໃຫ້ປະຊາຊົນພາກັນໄປຍັງພັກການເມືອງຂອງທ່ານນາງ
ແລະບອກເລົ່າໃຫ້ຮູ້ກ່ຽວກັບຄວາມເປັນຫ່ວງຂອງເຂົາເຈົ້າ.
ທ່ານນາງອອງຊານຊູຈີໄດ້ຍ່າງອອກໄປນອກເດີ່ນບ້ານຂອງທ່ານນາງແຄມບຶງໃນນະຄອນຢັ້ງ
ກຸ້ງຢ່າງເສລີໃນວັນເສົາວານນີ້ ທ່າມກາງສຽງຕົບມືຂອງພວກສະໜັບສະໜຸນທ່ານນາງຫລາຍ
ພັນຄົນ ທີ່ໄປລໍຖ້າຢູ່ ແລະການກ່າວຊົມເຊີຍຂອງພວກຜູ້ນໍາໂລກທີ່ສັນລະເສິນການຕໍ່ສູ້ຂອງ
ທ່ານນາງມາເປັນເວລາຫລາຍທົດສະວັດ ຕ້ານອໍານາດປົກຄອງທະຫານມຽນມານັ້ນ.
ໃນການກ່າວສັ້ນໆເປັນພາສາມຽນມາ ທ່ານນາງເວົ້າວ່າ “ຖ້າພວກເຮົາດໍາເນີນງານຢ່າງພ້ອມ
ພຽງເປັນເອກະພາບກັນ ພວກເຮົາກໍຈະບັນລຸເປົ້າໝາຍຂອງພວກເຮົາ.”
ການກັກບໍລິເວນທ່ານນາງໃຫ້ຢູ່ໃນແຕ່ບ້ານເຮືອນ ໃນໄລຍະ 7 ປີຜ່ານມານີ້ ແມ່ນເປັນຄັ້ງ
ຫລ້າສຸດໃນການຄວບຄຸມໂຕທ່ານນາງ ຕິດຕໍ່ກັນມາຫລາຍຄັ້ງ ທີ່ໄດ້ເຮັດຜູ້ທີ່ໄດ້ຮັບລາງ
ວັນໂນແບນຂະແໜງສັນຕິພາບ ທ່ານນີ້ ຕ້ອງຕົກຢູ່ໃນສະພາບຖືກຄວບຄຸມໂຕ ເປັນເວລາ 15 ປີໃນໄລຍະເວລາ 21 ປີຜ່ານມາ.
ອອງຊານຊູຈີກ່າວຕໍ່ພວກສະໜັບສະໜຸນ
- ສິງ ບູຣົມມະວົງ
