ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ ອອງ ຊານ ຊູຈີ ຢ້ຽມຢາມສະຫະລັດ


ທ່ານນາງ ອອງ ຊານ ຊູຈີ ຜູ້ນໍາພັກຝ່າຍຄ້ານຂອງມຽນມາ ມາຮອດ ສະໜາມບິນ Yangon ກ່ອນຈະອອກເດີນທາງ
ມາຍັງສະຫະລັດ.
ທ່ານນາງ ອອງ ຊານ ຊູຈີ ຜູ້ນໍາພັກຝ່າຍຄ້ານຂອງມຽນມາ ມາຮອດ ສະໜາມບິນ Yangon ກ່ອນຈະອອກເດີນທາງ ມາຍັງສະຫະລັດ.
ຜູ້ນໍາພັກຝ່າຍຄ້ານຂອງມຽນມາ ທີ່ໄດ້ຮັບລາງວັນໂນແບລຂະແໜງ
ສັນຕິພາບ ທ່ານນາງ ອອງ ຊານ ຊູຈີ ເລີ່ມທໍາການຢ້ຽມຢາມ
ສະຫະລັດ ໃນວັນຈັນມື້ນີ້ ເປັນເວລາສອງອາທິດ ຊຶ່ງທ່ານນາງ
ຈະໄດ້ຮັບກຽດອັນສູງສຸດຈາກລັດຖະສະພາສະຫະລັດ.

ທ່ານນາງ ອອງ ຊານ ຊູຈີ ຈະໃຊ້ເວລາ 4 ມື້ທໍາອິດຂອງການ
ຢ້ຽມຢາມ ຢູ່ທີ່ກຸງວໍຊິງຕັນໂດຍມີລາຍການຈະພົບປະກັບລັດ
ຖະມົນຕີການຕ່າງປະເທດ Hillary Clinton ແລະຈະເຂົ້າຮັບ
ຫຼຽນຄໍາກຽດຕິຍົດຈາກລັດຖະສະພາ.

ເປັນທີ່ຄາດໝາຍກັນວ່າ ທ່ານນາງຈະໄດ້ເຂົ້າພົບກັບປະທານາທິ
ບໍດີ ບາຣັກ ໂອບາມາ ແລະ ຈະມາຢ້ຽມຢາມ ວິທະຍຸ VOA ແລະ
ວິທະຍຸ ເອເຊຍເສຣີ ນໍາ.

ຈຸດຢຸດແວ່ແຫ່ງອື່ນໆຂອງທ່ານນາງ ແມ່ນຮວມທັງ ລັດ California, Kentucky, ແລະລັດ
Indiana ທີ່ເມືອງ Fort Wayne ຊຶ່ງເປັນບ່ອນທີ່ມີປະຊາຄົມມຽນມາ-ອາເມຣິກັນ ທີ່ໃຫຍ່
ທີ່ສຸດ. ການຢ້ຽມຢາມຂອງທ່ານນາງ ແມ່ນມີຂຶ້ນພ້ອມໆກັນກັບ ການເດີນທາງມາສະຫະລັດ ໃນ
ອາທິດໜ້ານີ້ ຂອງປະທານາທິບໍດີມຽນມາ ທ່ານ Thein Sein ຊຶ່ງທ່ານຈະໄປກ່າວຄໍາ
ປາໄສຕໍ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ.

ປະທານາທິບໍດີ ໂອບາມາ ກໍາລັງພິຈາລະນາທີ່ຈະໂຍະຍານການລົງໂທດທີ່ໜັກໆບາງຢ່າງ
ທີ່ໄດ້ປະກາດໃຊ້ຕໍ່ມຽນມາ ຍ້ອນປະວັດດ້ານສິດທິມະນຸດທີ່ບໍ່ດີຂອງລັດຖະບານທະຫານຊຸດ
ເກົ່າຂອງມຽນມານັ້ນ.

ສະຖານະການແມ່ນໄດ້ດີຂຶ້ນຫລາຍ ຫຼັງຈາກລັດຖະບານພົນລະເຮືອນໄດ້ຂຶ້ນມາກໍາອໍານາດ
ໃນປີແລ້ວນີ້ ອັນຮວມທັງອິດສະລະພາບສໍາລັບພວກນັກໂທດທາງການເມືອງຈໍານວນຫຼາຍ
ຮ້ອຍຄົນ ທີ່ໄດ້ຖືກປ່ອຍນັ້ນ ແລະທ່ານນາງ ອອງ ຊານ ຊູຈີ ທີ່ໄດ້ໃຊ້ເວລາເກືອບ 20 ປີ ຢູ່ພາຍ
ໃຕ້ການຖືກກັກບໍລິເວນນັ້ນ ປະຈຸບັນນີ້ ກໍເປັນສະມາຊິກສະພາແຫ່ງຊາດມຽນມາ.
XS
SM
MD
LG