ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ​ນາງອອງ ຊານ ຊູຈີ ຢ້ຽມຢາມເມືອງບາກັນ ​


ທ່ານນາງ Aung San Suu Kyi ຢ້ຽມຢາມປະຊາຊົນ ທີ່ Bagan
ທ່ານນາງ Aung San Suu Kyi ຢ້ຽມຢາມປະຊາຊົນ ທີ່ Bagan

ທີ່ມຽນມາ​ເອງ​ນັ້ນ​ ທ່ານ​ນາງ Aung San Suu Kyi ຜູ້​ນໍາ​ຝ່າຍ​ນິຍົມປະຊາທິປະໄຕ
ໄດ້​ເດີນທາງອອກ​ຈາກ​ເມືອງ Rangoon ບ່ອນ​ທີ່​ທ່ານນາງ​ອາ​ໄສ​ຢູ່​ນັ້ນ ເປັນ​ຄັ້ງ​ທໍາ​ອິດ
ຫຼັງ​ຈາກ​ທີ່​ທ່ານ​ນາງ​ໄດ້​ຖືກປ່ອຍ​ເປັນ​ອິດ​ສະຫລະ ​ຈາກ​ການ​ຖືກກັກບໍລິ​ເວນເປັນ​ເວລາ
7 ປີ​ນັ້ນ.

ທ່ານ​ນາງ Aung San Suu Kyi ທີ່​ໄດ້​ຮັບ​ລາງວັນ Nobel ເດີນທາງ​ໄປຮອດເມືອງ​
ວັດວາໂບຮານ Bagan ​ໃນ​ວັນ​ຈັນ​ມື້​ນີ້​ ພ້ອມກັບ​ຄະນະ​ເພື່ອນ​ຮ່ວມ​ງານທີ່​ໃກ້ຊິດ
ເພື່ອ​ທໍາການ​ຢ້ຽມ​ຢາມ ເປັນ​ເວລາ 4 ມື້.

ທ່ານ​ນາງຍັງ​ຈະ​ໄດ້ພົບ​ກັບ​ລູກ​ຊາຍ​ຄົນ​ສຸດ​ທ້ອງ​ ທີ່​ເດີນທາງ​ໄປ​ເຖິງມຽນມາຈາກອັງກິດ
ໃນ​ມື້ວານ​ນີ້.

ທ່ານ​ນາງ Aung San Suu Kyi ​ໄດ້​ກ່າວ​ວ່າ ການ​ເດີນທາງເປັນ​ການ​ສ່ວນ​ຕົວ​ຄັ້ງ​ນີ້​
ແມ່ນ​ຈະບໍ່ມີ​ເລື້ອງ​ການ​ເມືອງ ມາ​ກ່ຽວຂ້ອງ​. ​ເຖິງຢ່າງ​ໃດ​ກໍ​ດີ ການເດີນທາງ​ຄັ້ງ​ນີ້​
ຖືກ​ເບິ່ງ​ເຫັນ​ວ່າ ເປັນ​ການທົດ​ສອບ​ປະຕິກິລິຍາ​ຕອບຂອງ​ທາງ​ການ ລ່ວງ​ໜ້າ​ການອອກ​
ເດີນທາງຢ້ຽມຢາມທົ່ວ​ປະ​ເທດ​ ທີ່ທ່ານ​ນາງ​ໄດ້​ວາງ​ແຜນ​ໄວ້ ສໍາລັບ​ໃນ​ທ້າ​ຍ​ເດືອນ​ນີ້.

XS
SM
MD
LG