ຫລັງຈາກຖືກປ່ອຍໂຕເປັນອິດສະຫລະມາໄດ້ບໍ່ຮອດນຶ່ງ ສັບປະດາ ທ່ານນາງອອງຊານຊູຈີ ກໍເລີ້ມດໍາເນີນການທ້າ ທາຍທາງດ້ານກົດໝາຍ ເພື່ອຮື້ຟື້ນພັກສັນນິບາດແຫ່ງ ຊາດເພື່ອປະຊາທິປະໄຕຂອງນາງຄືນມາ.
ສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຫລື NLD ໄດ້ຖືກ ຍຸບໃນຖານະເປັນພັກການເມືອງ ເນື່ອງຈາກບໍ່ຍອມປະຕິ ບັດຕາມກົດລະບຽບທີ່ເຂັ້ມງວດ ແລະລົງທະບຽນເຂົ້າຮ່ວມ ໃນການເລືອກຕັ້ງທີ່ເປັນບັນຫາຂັດແຍ່ງກັນນັ້ນ.
ມາບັດນີ້ ສັນນິບາດຂອງທ່ານນາງດໍາເນີນການ ໃນຖານະ ເປັນອົງການກຸສົນທາງດ້ານສັງຄົມແລະບໍ່ມີສິດທີ່ຈະເຂົ້າພົວ ພັນໃນການເຄື່ອນໄຫວຕ່າງໆ ທີ່ຖືວ່າເປັນການເມືອງນັ້ນ.
ແຕ່ທ່ານນາງອອງຊານຊູຈີ ໄດ້ ເວົ້າອອກມາຢ່າງຈະແຈ້ງແລ້ວວ່າ ທ່ານນາງວາງແຜນຈະເຂົ້າພົວ ພັນໃນການເມືອງຢ່າງຂະຫຍັນ ຂັນແຂງຫລັງຈາກຖືກປ່ອຍໂຕ ເປັນອິດສະຫລະຈາກການຖືກ ກັກບໍລິເວນໃຫ້ຢູ່ແຕ່ໃນບ້ານ ເຮືອນມາໄດ້ 7 ປີແລ້ວນັ້ນ.
ຜູ້ນໍາປະຊາທິປະໄຕໄວ 65 ປີ ທ່ານນີ້ກ່າວວ່າ ທ່ານນາງຢາກ ພົບປະກັບພວກກຸ່ມນິຍົມປະຊາ ທິປະໄຕ ທີ່ໄດ້ເຂົ້າຮ່ວມໃນ ການເລືອກຕັ້ງ ແຕ່ບັດນີ້ໄດ້ຮ້ອງທຸກວ່າມີການສໍ້ໂກງ ແລະ ການຂູ່ເຂັນໃນການເລືອກຕັ້ງ ດັ່ງກ່າວ.
ແຕ່ນອກນີ້ແລ້ວ ທ່ານນາງກໍຍັງໄດ້ສະເໜີ ທີ່ຈະທໍາການໂອ້ລົມສົນທະນາສ້າງຄວາມປອງ
ດອງກັນຄືນ ກັບລັດຖະບານທີ່ໄດ້ເອົາອິດສະຫລະພາບຂອງທ່ານນາງໄປນັ້ນ.
ໃນການໃຫ້ສໍາພາດກັບວີໂອເອ ພະແນກພາສາມຽນມາ ຜູ້ທີ່ໄດ້ຮັບລາງ ວັນໂນແບລຂະ
ແໜງສັນຕິພາບທ່ານນີ້ ຍອມຮັບວ່າ ການໂອ້ລົມສົນທະນາກັບລັດຖະບານທະຫານ ຈະບໍ່ມີ ຂຶ້ນງ່າຍໆ ຊຶ່ງທ່ານນາງກ່າວຊີ້ແຈງວ່າ :
“ຂ້ອຍຄິດວ່າ ສິ່ງສໍາຄັນທີ່ສຸດ ແມ່ນຄວາມປະສົງຢາກແກ້ໄຂບັນຫາ. ຖ້າຫາກທັງສອງຝ່າຍມີຄວາມປະສົງຢາກຊອກຫາວິທີແກ້ໄຂບັນຫາແລ້ວ ພວກເຮົາກໍຈະພົບ ມັນ. ແຕ່ພວກເຮົາຈະບໍ່ສາມາດແກ້ໄຂບັນຫາໄດ້ ຖ້າຫາກວ່າມີແຕ່ຝ່າຍດຽວທີ່ ຢາກແກ້ໄຂບັນຫາ ແລະອີກຝ່າຍນຶ່ງບໍ່ຢາກເຮັດ. ສະນັ້ນ ສິ່ງທີ່ພວກເຮົາຈະຕ້ອງ ເຮັດກໍຄື ພະຍາຍາມເກ້ຍກ່ອມໃຫ້ອໍານາດປົກຄອງທະຫານເຊື່ອວ່າ ການປອງດອງຊາດແມ່ນນອນຢູ່ໃນຜົນປະໂຫຍດຂອງທຸກໆຄົນ, ລວມທັງຂອງພວກທະຫານເອງອີກດ້ວຍ.”
ປະຊາຊົນຫລາຍພັນຄົນ ໄດ້ໄປພາກັນໄປຫຸ້ມ ເບິ່ງທ່ານນາງອອງ ຊານ ຊູຈີ ຊຶ່ງເປັນການ ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ທ່ານນາງຍັງ ໄດ້ຮັບຄວາມນິຍົມຊົມຊອບຈາກປະຊາຊົນ ຢ່າງຫລວງຫລາຍຢູ່.
ທ່ານ William Case ຊຶ່ງເປັນຜູ້ອໍານວຍ ການສູນກາງຄົ້ນຄວ້າກ່ຽວກັບເອເຊຍຕາເວັນ ອອກສຽງໃຕ້ທີ່ມະຫາວິທະຍາໄລເມືອງຮອງກົງ ຫລື City University of Hong Kong ກ່າວວ່າ ຍັງບໍ່ເປັນທີ່ແຈ້ງຂາວເທື່ອວ່າທ່ານນາງຈະສາມາດຫັນປ່ຽນຄວາມນິຍົມຊົມຊອບ ຂອງປະຊາຊົນທີ່ມີຕໍ່ທ່ານນາງນັ້ນ ໃຫ້ເປັນ ການປ່ຽນແປງທີ່ມີປະສິດທິພາບໄດ້ຫລາຍສໍ່າໃດ. ທ່ານ Case ກ່າວດັ່ງນີ້:
“ທ່ານນາງອອງຊານ ສາມາດດົນຈິດດົນໃຈ ໃຫ້ຜູ້ຄົນມີຄວາມຫວັງ ສາມາດຮັກສາ ຄວາມຮູ້ສຶກໄຝ່ຝັນຢາກເຫັນມີການປ່ຽນແປງໄປສູ່ປະຊາທິປະໄຕຂອງປະຊາຊົນ ໃຫ້ຍັງມີຢູ່ຕໍ່ໄປ ແຕ່ຖ້າເວົ້າໃນແງ່ຂອງການນໍາເອົາຄວາມເປັນປະຊາທິປະໄຕມາສູ່ ການເມືອງຂອງມຽນມາໃນແບບທີ່ມີຄວາມໝາຍຢ່າງແທ້ຈິງນັ້ນ ມັນຄົງຈະມີຂໍ້ ຈໍາກັດ.”
ກ່າວກັນວ່າ ທ່ານນາງອອງ ຊານ ຊູຈີກໍາລັງພິຈາລະນາໃຫ້ ການສະໜັບສະໜຸນຕໍ່ການຍຸດຕິການລົງໂທດດ້ານເສດຖະກິດຕໍ່ມຽນມານັ້ນ ໃນຖານະເປັນສິ່ງຍ້ອມນໍ້າໃຈ ເພື່ອໃຫ້ລັດຖະບານທະຫານຕົກລົງທໍາການ ໂອ້ລົມສົນທະນາກັນນັ້ນ ເຖິງແມ່ນວ່າເປັນເວລາຫລາຍປີຜ່ານມາ ທີ່ທ່ານນາງໄດ້ເກ້ຍກ່ອມໃຫ້ພວກລັດຖະ ບານປະເທດຕ່າງໆໃນຝ່າຍຕາເວັນຕົກ ຈໍາກັດຮັດແຄບການຄ້າກັບມຽນມາ ເພື່ອລົງໂທດລັດຖະບານສໍາ ລັບການລະເມີດສິດທິມະນຸດນັ້ນ ກໍຕາມ.
ພວກຕໍາໜິຕິຕຽນການລົງໂທດ ຢືນຢັດວ່າ ການລົງໂທດ ສ້າງຄວາມເດືອດຮ້ອນໃຫ້ແກ່ປະຊາຊົນທໍາມະດາສາມັນ ແລະປ່ອຍໃຫ້ພວກປະເທດທີ່ມີຄວາມເປັນຫ່ວງນໍາເລື້ອງສິດທິມະນຸດໜ້ອຍ ເຊ່ນປະເທດຈີນນັ້ນ ເຂົ້າໄປຄອບງໍາການລົງທຶນແລະການຄ້າຢູ່ໃນມຽນມາ.
ທ່ານ Carl Thayer ຊຶ່ງເປັນອາຈານສອນ ທີ່ຊ່ຽວຊານກ່ຽວກັບພາກພື້ນເອເຊຍຕາເວັນອອກສຽງໃຕ້ ທີ່ວິທະຍາໄລກໍາລັງປ້ອງກັນ ຂອງອອສເຕຣເລຍ ກ່າວວ່າ ຂໍ້ສະເໜີໃຫ້ຍົກເລີກການລົງໂທດນັ້ນ ສາມາດໃຫ້ໂອກາດແກ່ທ່ານນາງອອງຊານຊູຈີ ໄດ້ພົບປະກັບບັນ ດາເຈົ້າໜ້າທີ່ລັດຖະບານໄດ້ ແຕ່ອິດທິພົນ ຂອງທ່ານນາງຕໍ່ການເມືອງໃນມຽນມານັ້ນ ແມ່ນມີຈໍາກັດ ຊຶ່ງທ່ານ Thayer ກ່າວຊີ້ແຈງວ່າ :
“ຖ້າຫາກທ່ານນາງຊ່ວຍໃຫ້ມີການຍົກເລີກ ການລົງໂທດຕ່າງໆໄດ້ມັນກໍເປັນເຫດການ ໃນທາງບວກ ແຕ່ວ່າເມື່ອໃດຫາກການລົງ ໂທດຖືກຍົກເລີກແລ້ວ ທ່ານນາງກໍຈະບໍ່ມີ ຄວາມຈໍາເປັນໃນດ້ານນັ້ນອີກຕໍ່ໄປ. ທ່ານ ນາງບໍ່ສາມາດຈະມີບົດບາດໃດໆໄດ້ ໃນ ສະພານິຕິບັນຢັດ ສະນັ້ນ ທ່ານນາງຈະ ຖືກມອງຂ້າມໄປ. ຖ້າຫາກທ່ານນາງພະ ຍາຍາມປຸກ ລະດົມປະຊາຊົນ ຈະແມ່ນໃນວິທີໃດ ບໍ່ວ່າຈະເປັນການເລືອກຕັ້ງຄັ້ງຕໍ່ໄປ ຫລື ການເດີນຂະບວນຂອງມະ ຫາຊົນ ຫລື ການຮ້ອງຮຽນບໍ ກໍຕາມ? ພວກເຂົາເຈົ້າຈະສາມາດເຮັດຫຍັງໄດ້ ຕໍ່ສະພານິຕິບັນຢັດທີ່ຢູ່ໃຕ້ການຄອບງໍາຂອງຝ່າຍທະຫານນັ້ນ ແບບສັນຕິວິທີ.”
ທ່ານນາງອອງຊານຊູຈີ ຖືກປ່ອຍໂຕໃນເວລານຶ່ງສັບປະດາ ຫລັງຈາກທີ່ມຽນມາໄດ້ຈັດ ການເລືອກຕັ້ງຂຶ້ນ ຊຶ່ງໄດ້ຮັບການປະນາມຢ່າງແຜ່ ຫລາຍວ່າ ບໍ່ຍຸຕິທໍາແລະມີວັດຖຸປະສົງເພື່ອໃຫ້ທະຫານໄດ້ຄອງອໍານາດຢູ່ຕໍ່ໄປ.
ລັດຖະບານກ່າວວ່າ ການເລືອກຕັ້ງທີ່ວ່ານີ້ ແມ່ນສ່ວນນຶ່ງຂອງແຜນ ການເພື່ອກັບຄືນໄປສູ່ການປົກຄອງຂອງພົນລະເຮືອນ ແຕ່ໃຫ້ພວກທະຫານຮັກສາບົດບາດໄວ້ຫລາຍສົມຄວນຢູ່ ເພື່ອປ້ອງກັນບໍ່ໃຫ້ກອງ ກໍາລັງຂອງທະຫານບ້ານຂອງພວກຊົນກຸ່ມນ້ອຍ ແບ່ງແຍກປະເທດນັ້ນ.
ພັກການເມືອງນຶ່ງທີ່ໄດ້ຮັບການໜຸນຫລັງຈາກພວກທະຫານ ອ້າງວ່າຕົນໄດ້ຊະນະການເລືອກຕັ້ງຢ່າງຖ້ວມລົ້ນ.
ພວກນັກວິເຄາະສະຖານະການໃນມຽນມາບາງຄົນກ່າວວ່າ ການເລືອກຕັ້ງທີ່ຜ່ານພົ້ນໄປນີ້ ເຖິງແມ່ນໄດ້ມີຄວາມຂາດຕົກບົກຜ່ອງ ແຕ່ກໍອາດຈະໃຫ້ຄວາມຫວັງທີ່ດີທີ່ສຸດ ສໍາລັບການປ່ຽນແປງປະເທດເທື່ອລະກ້າວໆໄປ.
ແຕ່ທ່ານ Thayer ກ່າວວ່າ ເວລາກໍາລັງຈະໝົດໄປແລ້ວສໍາລັບທ່ານນາງອອງຊານຊູຈີທີ່ຈະເຂົ້າໄປພົວພັນນັ້ນ ຊຶ່ງທ່ານ Thayer ກ່າວດັ່ງນີ້:
“ແລະຫວັງຢ່າງຍິ່ງວ່າ ທ່ານນາງອອງຊານ ຈະມີຄວາມສະຫລາດພຽງພໍ ທີ່ຈະ ຣູ້ວ່າຄວນຈະປະຕິບັດການແນວໃດໃນປັດຈຸບັນນີ້. ແລະ ມັນກໍຕ້ອງເປັນແບບ ຄ່ອຍເປັນຄ່ອຍໄປ ຕ້ອງເຮັດແບບຊ້າໆ ແລະ ບາງທີກໍເຂົ້າຮ່ວມກັບພວກປະເທດ ແລະ ຂະບວນການຕ່າງໆໃນຂົງເຂດ ເພື່ອທີ່ຈະພະຍາຍາມສວາຍເອົາໂອກາດທີ່ ເປີດໃຫ້ນ້ອຍໆນີ້ ແລະ ພະຍາຍາມຊຸກໃຫ້ມັນເປີດກວ້າງຂຶ້ນກວ່າເກົ່າ.”
ບັນດາກຸ່ມສົ່ງເສີມສິດທິມະນຸດກ່າວວ່າ ມຽນມາມີລັດຖະບານທີ່ໂຮມຢູ່ໃນພວກລັດຖະບານທີ່ກົດຂີ່ປາບປາມປະຊາຊົນຫລາຍທີ່ສຸດໃນໂລກ. ປັດຈຸບັນນີ້ ມີນັກໂທດການເມືອງຫລາຍ ກວ່າ 2000 ຄົນຖືກ ຂັງຢູ່ໃນຄຸກ ແລະກອງທັບມຽນມາກໍຖືກກ່າວຫາວ່າ ໃຊ້ແຮງງານແບບບັງຄັບ ທໍາການທໍລະມານ ຂົ່ມຂືນຊໍາເລົາ ແລະຄາດຕະກໍາຜູ້ຄົນ ຢ່າງເປັນລະບົບ .
ທ່ານນາງອອງຊານຊູຈີ ກ່າວວ່າ ທ່ານນາງຈະສືບຕໍ່ຊຸກຍູ້ໃຫ້ການລະເມີດສິດທິມະນຸດຕ່າງໆເຫລົ່ານີ້ ໝົດໄປ.
ແຕ່ທ່ານ Case ທີ່ຮົງກົງ ກ່າວວ່າ ຖ້າທ່ານນາງທໍາການຕໍາໜິຕິຕຽນລັດຖະບານ ແບບມີປາກມີສຽງດັງເກີນໄປ ທ່ານນາງກໍສາມາດຖືກປິດປາກໄດ້ຢ່າງງ່າຍໆ ຊຶ່ງທ່ານ Case ກ່າວດັ່ງນີ້:
“ແລະຖ້າຫາກປາກົດວ່າ ທ່ານນາງສາມາດປະຕິບັດການມີປະສິດທິຜົນ ຫລາຍຂຶ້ນ ແລະເລີ່ມປາກົດເປັນສິ່ງທ້າທາຍແບບໃດແບບນຶ່ງຕໍ່ຄະນະນໍາພາຂອງປະເທດແລ້ວ ທ່ານນາງກໍອາດຖືກກັກບໍລິເວນຄືນອີກໄດ້ ຄືກັນກັບທີ່ທຸກໆຄົນກໍາລັງເວົ້າກັນຢູ່ໃນ ເວລານີ້.”
ທ່ານນາງອອງຊານຊູຈີ ກ່າວວ່າ ຝ່າຍຄ້ານບໍ່ມີເຈດຕະນາທີ່ຢາກປະທະກັບລັດຖະບານ ແລະວ່າ ພັກສັນນິບາດແຫ່ງຊາດຫວັງວ່າ ພວກທະຫານຈະເຂົ້າໃຈວ່າ ການປະທະກັນບໍ່ແມ່ນທາງອອກຕໍ່ບັນຫາຂອງມຽນມາ.
ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ໄດ້ຊະນະການເລືອກຕັ້ງຄັ້ງກ່ອນ ໃນມຽນມາ ເມື່ອປີ 1990 ນັ້ນ. ພວກທະຫານບໍ່ຍອມຮັບຮູ້ຜົນຂອງການເລືອກຕັ້ງຄັ້ງນັ້ນ ແຕ່ກັບທໍາການກັກຂັງທ່ານນາງອອງ ຊານຊູຈີ ໃຫ້ຢູ່ໃນບໍລິເວນບ້ານເຮືອນ ມາເປັນເວລາສ່ວນໃຫຍ່ ໃນຮອບ 2 ທົດສະວັດຜ່ານມານີ້.