ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ​ຍິນ​ດີ​ ທີ່ມຽນມາ ​ອອກ​ພາສປອດ ໃຫ້ທ່ານ​ນາງ​ ອອງຊານ ຊູຈີ


ທ່ານນາງອອງຊານ ຊູຈີ ຂະນະຍ່າງອອກຈາກຕຶກສະພາແຫ່ງຊາດ ມຽນມາ ຫລັງຈາກໄດ້ສາບານຕົວຮັບຕໍາແໜ່ງ ສະມາຊິກສະພາ ແຫ່ງຊາດ ແລະຊຶ່ງມີກໍານົດໄປຢ້ຽມຢາມສະຫະລັດແລະພາກພື້ນ ຢູໂຣບໃນໄວໆນີ້.
ທ່ານນາງອອງຊານ ຊູຈີ ຂະນະຍ່າງອອກຈາກຕຶກສະພາແຫ່ງຊາດ ມຽນມາ ຫລັງຈາກໄດ້ສາບານຕົວຮັບຕໍາແໜ່ງ ສະມາຊິກສະພາ ແຫ່ງຊາດ ແລະຊຶ່ງມີກໍານົດໄປຢ້ຽມຢາມສະຫະລັດແລະພາກພື້ນ ຢູໂຣບໃນໄວໆນີ້.

ບັນດາ​ສະມາຊິກ​ລັດຖະສະພາ​ສະຫະລັດ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕໍ່​ຂ່າວ​ທີ່ວ່າ ມຽນມາ​ໄດ້​ອອກ​ໜັງສື​ເດີນທາງ​ຫລື​ພາສປອດ​ໃຫ້​ແກ່​ທ່ານ​ນາງ​ ອອງ ຊານ ຊູ ຈີ ​ຜູ້​ນໍາ​ພັກ​ຝ່າຍ​ຄ້ານ​ຂອງ​ມຽນມາ ຊຶ່ງ​ເປັນ​ການ​ອະນຸຍາດ​ໃຫ້​ທ່ານ​ນາງ​ເດີນທາງໄປ​ຕ່າງປະ​ເທດ​ໄດ້ ​ເປັນ​ເທື່ອ​ທໍາ​ອິດ​ໃນ​ໄລຍະ 24 ປີ.

​ທ່ານ ຈອນ ​ແຄ​ຣີ ສະມາຊິກ​ສະພາ​ສູງ​ສະຫະລັດສັງກັດພັກ​ແດ​ໂມ​ແຄຣທ ຈາກລັດແມສຊາ​ຈູເເຊັສ ຊຶ່ງໄດ້​ພົບກັບ​ທ່ານ​ນາງ​ ອອງຊານ ຊູ ຈີ ເມື່ອ ສິບກວ່າ​ປີຜ່າ​ນມາ​ແລ້ວ​ນັ້ນ ສະ​ແດງ​ຄວາມ​ຫວັງເມື່ອ​ວັນ​ອັງຄານ​ວານ​ນີ້​ວ່າ ຜູ້​ນໍາ​ປະຊາ​ທິປະ​ໄຕ​ຂອງ​ມຽນມາ ຈະ​ສາມາດມາ​ຢ້ຽມຢາມສະຫະລັດ​ໄດ້​.

ທ່ານ ຈອນ ​ແມ​ກ​ເຄນ ສະມາຊິກ​ສະພາ​ສູງ​ສັງກັດພັກ​ຣີພັບ​ບລິ​ກັນຈາກ ລັດອາຣີ​ໂຊ​ນາ ກ່າວ​ວ່າ ທ່ານ​ເອງ​ກໍ​ຕັ້ງໜ້າ​ລໍຄອຍ​ທີ່ຈະ​ໄດ້​ພົບ​ປະ​ກັບ​ທ່ານ​ນາງ ທີ່​ວໍ​ຊິງ​ຕັນ.

​ທ່ານ​ຈອນ​ແມ​ກ​ເຄນ​ກ່າວວ່າ “ສະ​ພາ​ຄອງ​ແກ​ຣສໄດ້ມອບຫລຽນ​ຄໍາແກ່​ທ່ານ​ນາງ​ແລ້ວ ​ແລະ​ພວກ​ເຮົາ​ລໍຄອຍ​ທີ່​ຈະໄດ້ມອບ​ຫລຽນນັ້ນ​ໃຫ້​ທ່ານ​ນາງ. ພວກ​ເຮົາ​ພູມ​ໃຈນໍາ​ທ່ານ​ນາງ​ຫລາຍ ​ແລະ​ພວກ​ເຮົາ​ກໍ​ຫວັງ​ວ່າ ຄວາມ​ກ້າວໜ້າ​ນີ້​ຈະ​ມີ​ສືບ​ຕໍ່​ໄປ​ໃນ​ມຽນມາ.”

ບັນດາສະມາຊິກສະພາ​ຄອງ​ແກຣສ ​ໄດ້​ຮຽກຮ້ອງ​ໃຫ້​ມີ​ສິ້ງ​ຊອມ​ຕິດຕາມ ເບິ່ງ ເພື່ອ​ໃຫ້​ແນ່​ໃຈ​ວ່າ ພວກ​ຜູ້​ນໍາ​ມຽນມາເຂົ້າ​ໃຈດີ​ວ່າ ຄວາມກ້າວໜ້າ​ໃນ​ດ້ານ​ປະຊາທິປະ​ໄຕ​ນັ້ນ​ຖື​ວ່າ​ເປັນ​ເງຶ່​ອນ​ໄຂ​ສໍາຄັນ​ປະການ​ນຶ່ງ ຕໍ່​ການຜ່ອນ ຜັນ​ການ​ລົງ​ໂທດ​ຕ່າງໆ​ຂອງ​ສະຫະລັດ​ ຕໍ່​ມຽນມາ.

​ເຈົ້າໜ້າ​ທີ່​ຄົນ​ນຶ່ງ​ປະ​ຈໍາ​ພັກ​ສັນນິບາດ​ແຫ່​ງຊາດ​ເພື່ອ​ປະຊາທິປະ​ໄຕ​ຂອງ​ທ່ານ​ນາງ​ອອງຊານ ຊູ​ຈີ ກ່າວ​ວ່າ ທ່ານ​ນາງ​ໄດ້​ຮັບ​ໜັງສື​ເດີນທາງ​ ທີ່ມີ​ ອາ​ຍຸສາມ​ປີນັ້ນ ໃນ​ວັນ​ອັງຄານວານ​ນີ້​ທີ່ນະຄອນ​ຢ່າງ​ກຸ້ງ. ​ເອກະສານ​ສໍາ ຄັນ​ດັ່ງກ່າວ​ນີ້​ແມ່ນເປີດ​ໂອກາດ​ສໍາລັບ​ການ​ເດີນທາງ​ທີ່​ໄດ້​ກໍານົດ​ໄວ້​ຂອງ ທ່ານ​ນາງ​ຜູ້​ໄດ້​ຮັບ​ລາງວັນໂນເບ​ລ ທີ່​ຈະ​ໄປ​ຢ້ຽມຢາມ​ພາກ​ພື້ນ​ຢູ​ໂຣບ​ໃນ ​ເດືອນ​ໜ້າ​ນີ້.

XS
SM
MD
LG