ທ່ານນາງ ອອງຊານ ຊູຈີ ເປັນລູກສາວຂອງທ່ານ ອອງ
ຊານ ຜູ້ນໍາພາເອກະລາດມາສູ່ມຽນມາ ທີ່ໄດ້ຖືກລອບສັງ
ຫານ ໃນຕອນທີ່ທ່ານນາງຍັງເປັນເດັກນ້ອຍຢູ່.
ແຕ່ວ່າທ່ານນາງໄດ້ໄປດຳລົງຊິວິດຢູ່ຕ່າງປະເທດເກືອບຕະ
ຫລອດຊີວິດຂອງທ່ານນາງ ແລະເຖິງແມ່ນວ່າ ພໍ່ຂອງທ່ານ
ນາງໄດ້ປະມູນເຊື້ອໄວ້ໃຫ້ແລ້ວກໍຕາມ ແຕ່ທ່ານນາງບໍ່ໄດ້ໄປ
ກ່ຽວຂ້ອງກັບການເມືອງໃນມຽນມາ ຈົນຮອດ ປີ 1988
ຕອນທີ່ການປະທ້ວງເພື່ອ ປະຊາທິປະໄຕ ຫລາຍໆບັ້ນຕິດຕໍ່
ກັນໄດ້ແຜ່ລາມໄປທົ່ວທັງມຽນມາ ຫລືທີ່ເອີ້ນກັນວ່າ ພະມ້າ
ໃນເວລານັ້ນ.
ຜູ້ນຳອາຍຸ 65 ປີຂອງພັກ National League for
Democracy Party ຫລື ພັກສັນນິບາດແຫ່ງຊາດ
ເພື່ອປະຊາທິປະໄຕ ທ່ານນີ້ ໄດ້ນຳພາພັກຂອງທ່ານ
ໄປສູ່ໄຊຊະນະໃນການເລືອກຕັ້ງປີ 1990.
ແຕ່ວ່າຝ່າຍທະຫານ ຊຶ່ງໄດ້ປົກຄອງມຽນມາ
ມາເປັນເວລາ 5 ທົດສະວັດນັ້ນ ບໍ່ໄດ້ເອົາຫົວ
ຊາຕໍ່ຜົນການເລືອກຕັ້ງ ແລະໄດ້ກັກຂັງທ່ານ
ນາງໄວ້ເປັນເວລາສ່ວນໃຫຍ່ຂອງ 20 ປີ ທີ່
ຜ່ານມາ.
ທ່ານທິຕິນັນ ພົງສຸດທິຣັກ ຊຶ່ງເປັນຜູ້ອຳ
ນວຍການສະຖາບັນສຶກສາຄວາມໝັ້ນຄົງ
ແລະນາໆຊາດ ຫລື the Institute of
Security and International Studies
ທີ່ມະຫາວິທະຍາໄລຈຸລາລົງກອນຂອງໄທ ກ່າວກ່ຽວກັບ ບັນຫານີ້ວ່າ:
“ທ່ານນາງ ອອງຊານ ຊູຈີ ເປັນສັນຍາລັກທີ່ຜູ້ຄົນ
ເຄົາລົບນັບຖືແລະຊື່ນຊົມ. ທ່ານນາງ ໄດ້ຮັບລາງວັນ
ໂນແບລຂະແໜງສັນຕິພາບ. ທ່ານນາງ ໄດ້ຮັບຄວາມ
ເຈັບປວດມາ ຢ່າງແສນສາຫັດ. ພັກສັນນິບາດແຫ່ງ
ຊາດ ເພື່ອປະຊາທິປະໄຕ ຫລື NLD ໄດ້ຊະນະການ
ເລືອກຕັ້ງຄັ້ງຫລ້າສຸດ ຄືເມື່ອປີ 1990. ສະນັ້ນ ກໍ
ໝາຍຄວາມວ່າພວກເຂົາເຈົ້າ ໄດ້ຖືກໂກງໄຊຊະນະ
ມາເປັນເວລາ 20 ປີແລ້ວ ຊຶ່ງນີ້ແມ່ນຖືວ່າເປັນການຍຶດເອົາອໍານາດໂດຍພະລະການຢ່າງເປັນລະບົບມາ
ເປັນເວລາສອງທົດສະວັດ ຫລື ຊາວກວ່າປີຜ່ານມາ.”
ທ່ານນາງອອງຊານ ຊູຈີ ໄດ້ຮັບລາງວັນໂນແບລຂະແໜງ
ສັນຕິພາບ ໃນປີ 1991 ສຳລັບຄວາມພະຍາຍາມຂອງ ທ່ານນາງ ທີ່ຈະນຳເອົາປະຊາທິປະໄຕມາສູ່ມຽນມາ.
ທ່ານນາງ ໄດ້ຖືກປ່ອຍຕົວ ຈາກການຖືກກັກບໍລິເວນໃຫ້ຢູ່ແຕ່ໃນເຂດ ບ້ານເຮືອນຂອງທ່ານນາງ ໃນປີ 2002 ແລະຝຸງຄົນພາກັນເຕົ້າໂຮມ ກັນຢ່າງໜາແໜ້ນ ຢູ່ໃນທົ່ວປະເທດ ເພື່ອຟັງຄຳປາໃສຂອງທ່ານນາງ.
ແຕ່ວ່າ ປີນຶ່ງຕໍ່ມາ ລັດຖະບານໄດ້ກັກຂັງທ່ານນາງໄວ້ອີກ ພາຍຫລັງທີ່ ພວກສະໜັບສະ ໜູນລັດຖະບານທະຫານກຸ່ມນຶ່ງ ໄດ້ໂຈມຕີຂະບວນລົດຂອງທ່ານນາງ.
ຝ່າຍລັດຖະບານໄດ້ອ້າງວ່າ ການກັກບໍລິເວນທ່ານນາງ ອອງຊານ ຊູຈີ ນັ້ນ ກໍແມ່ນເພື່ອ ປ້ອງກັນຄວາມປອດໄພໃຫ້ທ່ານນາງເອງ. ແຕ່ວ່າຕໍ່ມາ ພວກເຂົາກໍໄດ້ຍືດເວລາໃນການກັກຂັງທ່ານນາງອອກໄປ ຫລັງຈາກໄດ້ດຳເນີນຄະດີທ່ານນາງແລະຕັດສິນວ່າ ທ່ານນາງໄດ້ລະເມີດເງື່ອນໄຂ ການກັກບໍລິເວນ ລຸນຫລັງທີ່ມີຊາຍຊາວອາເມຣິກັນຜູ້ນຶ່ງ ລອຍຂ້າມ ໜອງເຂົ້າໄປພັກຢູ່ໃນເຮືອນຂອງທ່ານນາງ.
ທ່ານ ທິຕິນັນ ກ່າວວ່າ ພວກນາຍພົນທີ່ປົກຄອງປະເທດທັງຫລາຍ ໄດ້ພາກັນເຮັດທຸກສິ່ງທຸກຢ່າງ ຕາມອຳນາດທີ່ພວກເຂົາມີ ເພື່ອຮາວີກັ່ນແກ້ງ, ຂົ່ມຂູ່, ບັງຄັບ ແລະ ຈຳກັດຮັດແຄບ ທ່ານນາງ ອອງຊານ ຊູຈີ.
ພວກສະໜັບສະໜູນທ່ານນາງ ເປັນພັນໆຄົນ ທີ່ເອີ້ນທ່ານນາງສັ້ນໆ ແຕ່ພຽງວ່າ “ທ່ານສຸ ພາບສັດຕຣີ” ນັ້ນ ກໍໄດ້ຖືກຈຳຄຸກໃນຂໍ້ຫາຕໍ່ຕ້ານ ແລະຄັດຄ້ານລັດຖະບານທະຫານ.
ທ່ານ ທິຕິນັນກ່າວອີກວ່າ ແຕ່ເຖິງປານນັ້ນກໍຕາມ ແລະ ເຖິງວ່າທ່ານນາງຈະໄດ້ຖືກຕັດ ຂາດຈາກໂລກພາຍນອກ ເປັນສ່ວນຫລາຍ ເປັນ ເວລາຫລາຍໆປີ ກໍຕາມ ແຕ່ທ່ານນາງ ອອງຊານ ຊູຈີ ກໍຍັງຄົງເປັນສັນຍາລັກທີ່ມີພະລັງແຮງກ້າ ສໍາລັບພວກທີ່ສະໜັບສະໜູນ ປະຊາທິປະໄຕໃນມຽນມາ ຊຶ່ງທ່ານກ່າວດັ່ງນີ້:
“ແນ່ນອນວ່າ ທ່ານນາງອອງຊານ ແມ່ນເປັນສັນຍາລັກ ແລະເປັນໂຕແທນຂອງຫລາຍໆ ຄວາມຫວັງແລະຄວາມໃຝ່ຝັນຂອງຊາວມຽນມາ ແລະທ່ານນາງກໍໄດ້ຮັບຖານະດັ່ງກ່າວນີ້ ໃນຕະຫລອດໄລຍະຊາວປີ ຜ່ານມາພາຍ ຜ່ານຄວາມເຈັບຊໍ້າ ທຸກທໍລະມານຂອງທ່ານ ນາງ ຜ່ານອຸດົມການປະຊາທິປະໄຕຂອງທ່ານນາງ ຜ່ານການຕໍ່ສູ້ຂອງທ່ານນາງ ແລະ ຜ່ານການສະແດງອອກເຖິງຄວາມຕັ້ງໃຈຢ່າງເດັດດ່ຽວຂອງທ່ານນາງເອງ ເຖິງແມ່ນມັນຈະສ້າງຄວາມເສຍຫາຍໃຫ້ແກ່ຄອບຄົວ ແລະສຸຂະພາບຂອງທ່ານນາງ ແລະຄວາມເສຍຫາຍ ອີກຫລາຍໆຢ່າງກໍຕາມ.”
ທ່ານນາງ ອອງຊານ ຊູຈີ ຮຽນຈົບຈາກມະຫາວິທະຍາໄລ Oxford ທີ່ປະເທດອັງກິດ ແລະໄດ້ແຕ່ງງານກັບນັກວິຊາການດ້ານການສຶກສາ ຊາວອັງກິດ ທ່ານ Michael Aris. ທັງສອງມີລູກຊາຍນໍາກັນ 2 ຄົນ.
ເວລາສາມີຂອງທ່ານນາງຢູ່ທີ່ອັງກິດ ລົ້ມປ່ວຍຍ້ອນພະຍາດມະເຮັງ ທ່ານນາງຕັດສິນໃຈບໍ່ໄປຢ້ຽມສາມີ ຍ້ອນຢ້ານວ່າ ທ່ານນາງຈະບໍ່ໄດ້ ຮັບອະນຸຍາດໃຫ້ກັບຄືນໄປມຽນມາໄດ້
ອີກ. ແລະພວກທະຫານຈະບໍ່ໃຫ້ ວິຊາແກ່ສາມີຂອງທ່ານ
ນາງເຂົ້າໄປຢ້ຽມຢາມທ່ານນາງເລີຍ.
ໃນທີ່ສຸດທ່ານ Michael Aris ກໍໄດ້ເສຍຊີວິດໄປໃນປີ 1999 ໂດຍບໍ່ໄດ້ເຫັນໜ້າພັນລະຍາຂອງທ່ານ ເປັນເວລາຕັ້ງຫລາຍປີ.