ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ມຽນມາຕ້ອງປັບປຸງ ການນັບຖືສິດທິມະນຸດ ກ່ອນເຂົ້າກຳຕຳແໜ່ງ ປະທານອາຊ່ຽນ


ພວກຜູ້ນຳຂອງສະມາຄົມອາຊ່ຽນທີ່ເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 18 ທີ່ນະຄອນຫຼວງຈາກາຕ້າຖ່າຍຮູບຮ່ວມ ກັນ (7 ພຶດສະພາ 2011)
ພວກຜູ້ນຳຂອງສະມາຄົມອາຊ່ຽນທີ່ເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 18 ທີ່ນະຄອນຫຼວງຈາກາຕ້າຖ່າຍຮູບຮ່ວມ ກັນ (7 ພຶດສະພາ 2011)

ອອສເຕຣເລຍແລະໄທພວມກົດດັນໃຫ້ມຽນມາປັບປຸງປະວັດໃນການເຄົາລົບນັບຖືສິດທິມະນຸດຂອງຕົນກ່ອນຈະເຂົ້າກຳຕຳແໜ່ງເປັນປະທານວຽນຂອງສະມາຄົມອາຊ່ຽນໃນປີ 2014. ນາຍ Ron Corben ລາຍງານມາຈາກບາງກອກວ່າ ການຮຽກຮ້ອງດັ່ງກ່າວນີ້ ແມ່ນໄດ້ຮັບການ ສະໜັບສະໜຸນ ຈາກບັນດາກຸ່ມປົກປ້ອງສິດທິມະນຸດ ທ່າມກາງທີ່ມີຄວາມຢ້ານກົວ ກ່ຽວກັບ ຄວາມເປັນໄປໄດ້ໃນການທີ່ອາດຈະມີ​ການບ໋ອຍຄອດຫຼືບໍ່ເຂົ້າຮ່ວມປະຊຸມຂອງບັນດາປະເທດ ຄູ່ເຈລະຈາທີ່ສຳຄັນໆຂອງອາຊ່ຽນ ຖ້າມຽນມາຫາກບໍ່ດຳເນີນການປະຕິຮູບ

ອອສເຕຣເລຍແລະໄທ ຮຽກຮ້ອງໃຫ້ມຽນມາປັບປຸງປະວັດ
ໃນການເຄົາລົບນັບຖືສິດທິມະນຸດຂອງຕົນໃຫ້ດີຂຶ້ນ ຮວມ
ທັງການປ່ອຍພວກນັກໂທດການເມືອງທັງໝົດ ກ່ອນທີ່ຈະ
ເຂົ້າຮັບຕຳແໜ່ງເປັນປະທານວຽນຂອງສະມາຄົມ 10 ປະ
ເທດໃນເຂດເອເຊຍຕາເວັນອອກສຽງໃຕ້ ຫຼືອາຊ່ຽນ ໃນປີ
2014.

ໃນຕົ້ນເດືອນນີ້ມີລາຍງານວ່າ ສປປ ລາວ ໄດ້ຕົກລົງທີ່ຈະ
ປ່ຽນໃຫ້ມຽນມາເຂົ້າຮັບຕຳແໜ່ງເປັນປະທານວຽນຂອງສະ
ມາຄົມອາຊ່ຽນ ໃນປີ 2014 ແລະລາວຈະເປັນປະທານໃນປີ
2012.

ການຮຽກຮ້ອງທີ່ວ່ານີ້ ມີຂຶ້ນໃນລະຫວ່າງການເຈລະຈາ ໃນວັນ
ສຸດສັບປະດາຜ່ານມາ ລະຫວ່າງລັດຖະມົນຕີການຕ່າງປະ
ເທດອອສເຕຣເລຍທ່ານ Kevin Rudd ແລະຄູ່ຕຳແໜ່ງ
ຝ່າຍໄທ ທ່ານກະສິດ ພິຣົມ ຢູ່ທີ່ບາງກອກ ນະຄອນຫຼວງຂອງໄທ.

ມຽນມາໄດ້ສະລະສິດໃນການເປັນປະທານວຽນສະມາຄົມອາຊ່ຽນໃນປີ 2005 ທ່າມກາງ ການກົດດັນຂອງນາໆຊາດກ່ຽວກັບປະວັດໃນການເຄົາລົບນັບຖືສິດທິມະນຸດຂອງປະເທດ
ດັ່ງກ່າວ ແຕ່ມາບັດນີ້ມຽນມາໄດ້ອ້າງ​ເຖິງການປະຕິຮູບທາງດ້ານການເມືອງທີ່ໄດ້ມີຂຶ້ນນັບ
ແຕ່ນັ້ນມາ ຮວມທັງການເລືອກຕັ້ງໃນປີກາຍ ແລະການຈັດຕັ້ງສະພາຊຸດໃໝ່ພ້ອມໆກັບ ການປ່ອຍຜູ້ນຳພັກຝ່າຍຄ້ານທ່ານນາງອອງຊານຊູຈີຈາກການກັກບໍລິເວນໃນປີກາຍນີ້.

ແຕ່ບັນດາກຸ່ມປົກປ້ອງສິດທິມະນຸດໂຕ້ແຍ້ງວ່າ ສະພາດັ່ງກ່າວສ່ວນໃຫຍ່ແລ້ວແມ່ນຄວບຄຸມ
ໂດຍພວກທະຫານ ແລະພັກການເມືອງທີ່ໜຸນຫຼັງໂດຍພວກທະຫານຂະນະທີ່ພວກນັກໂທດ
ການເມືອງຫຼາຍກວ່າ 2,000 ຄົນຍັງຖືກຄຸມຂັງໃນຄຸກຢູ່ໃນທົ່ວປະເທດຕະຫຼອດທັງການບຸກ ໂຈມຕີຕໍ່ພວກຊົນກຸ່ມນ້ອຍທີ່ຍັງດຳເນີນຢູ່ຕໍ່ມາ.

ການເຄື່ອນໄຫວຂອງມຽນມາ ທີ່ຈະເຂົ້າກຳຕຳແໜ່ງປະທານຂອງສະມາຄົມອາຊ່ຽນ ໃນປີ
2014 ໄດ້ສ້າງຄວາມແຕກແຍກຂຶ້ນ ພາຍໃນສະມາຄົມດັ່ງກ່າວ.

ທ່ານ Rudd ລັດຖະມົນຕີການຕ່າງປະເທດອອສເຕຣເລຍກ່າວວ່າ ມຽນມາຈຳເປັນຕ້ອງໄດ້
ສ້າງຄວາມກ້າວໜ້າກ່ອນທີ່ຈະພິຈາລະນາເຂົ້າກຳຕຳແໜ່ງປະທານວຽນຂອງອາຊ່ຽນ.

ທ່ານ Rudd ກ່າວວ່າ “ທັດສະນະຂອງພວກເຮົາໃນນາມອອສເຕຣເລຍກໍຄືພວກ
ເຮົາຢາກເຫັນ ການສືບຕໍ່ປັບປຸງດ້ານສິດທິມະນຸດ ແລະປະຊາທິປະໄຕໃນມຽນ
ມາໃຫ້ດີຂຶ້ນແລະມີຄວມຍືນຍົງ. ຜ່ານມາ ພວກເຮົາກໍໄດ້ສະແດງຄວາມຊົມເຊີຍ
ຕໍ່ການປ່ອຍທ່ານນາງອອງຊານຊູຈີ ແຕ່ພວກເຮົາກໍຍັງມີຄວາມວິຕົກກົງວົນຢ່າງ
ເລິກເຊິ່ງ ກ່ຽວກັບການສືບຕໍ່ ຈັບກຸມຄຸມຂັງພວກນັກໂທດການເມືອງ ປະມານ
2,000 ຄົນໃນປະເທດນັ້ນ​ຢູ່.”

ນອກນີ້ແລ້ວ ທ່ານ Rudd ຍັງໄດ້ຊີ້ໃຫ້ເຫັນບັນຫາອື່ນໆອີກ ເຊັ່ນພວກຊາວມຽນມາ 110
ພັນຄົນທີ່ອາໄສຢູ່ຕາມສູນອົບພະຍົບຕ່າງໆ ໃນພາກຕາເວັນຕົກຂອງປະເທດໄທ ​ແລະອີກ
ຫຼາຍໆພັນຄົນທີ່​ຕ້ອງ​ໄດ້​ເປັນອົບພະຍົບຫຼົບໄພຢູ່ພາຍໃນມຽນມາເອງ ຍ້ອນການສູ້ລົບລະ
ຫວ່າງພວກຊົນເຜົ່າກຸ່ມນ້ອຍແລະທະຫານມຽນມາ.

ລັດຖະມົນຕີການຕ່າງປະເທດອິນໂດເນເຊຍທ່ານ Marty Natalegawa ປະທານວຽນຄົນ ປັດຈຸບັນຂອງສະມາຄົມອາຊ່ຽນ ມີກຳນົດທີ່ຈະເດີນທາງໄປຢ້ຽມຢາມມຽນມາ ເພື່ອຊັ່ງຊາຕີ ລາຄາເບິ່ງຄວາມພ້ອມຂອງປະເທດດັ່ງກ່າວ ໃນການທີ່ຈະເປັນເຈົ້າພາບຈັດກອງປະຊຸມຂອງ
ສະມາຄົມອາຊ່ຽນໃນປີ 2014 ນັ້ນ.

ທ່ານກະສິດ ພິຣົມລັດຖະມົນຕີກະຊວງການຕ່າງປະເທດຂອງໄທກ່າວວ່າ ການຊັ່ງຊາຕີລາ
ຄາຈະຕ້ອງຮວມ​ເອົາທັງຄວາມກ້າວໜ້າຂອງພະມ້າຫຼືມຽນມາ ນັບແຕ່ການເລືອກຕັ້ງເປັນຕົ້ນ
ມາແລະພັນທະຂອງມຽນມາ ພາຍໃຕ້ກົດບັດຂອງອາຊ່ຽນຊຶ່ງຮວມທັງການຮັບຮູ້ໃນເລື່ອງສິດ
ທິມະນຸດນັ້ນ. ທ່ານກະສິດເວົ້າວ່າ ນອກນັ້ນ ຍັງມີບັນຫາສຳຄັນອື່ນໆອີກ.

ທ່ານກະສິດເວົ້າວ່າ “ໂດຍສະເພາະແລ້ວ ກໍ​ແມ່ນການປ່ອຍພວກນັກໂທດການ
ເມືອງທີ່ຍັງເຫຼືອຢູ່ທັງໝົດ, ການ​ປ່ອຍໃຫ້​ມີອິດສະຫຼະພາບຫຼືສິດເສລີພາບໂດຍ
ທົ່ວໄປ​ໃນຂັ້ນຕອນທາງດ້ານການເມືອງ ຕະຫຼອດທັງການເປີດການສົນທະນາ
ຫາລືທີ່​ຄອງ​ຄອຍ​ກັນ​ມາ​ເປັນ​ເວລາ​ດົນ​ນານ ລະຫວ່າງທ່ານນາງອອງຊານຊູຈີ
ໃນນາມຂອງພວກຝ່າຍຄ້ານ ແລະລັດຖະບານຊຸດໃໝ່ຂອງມຽນມາ ​ໃນ​ຖານະ
ເປັນພາກສ່ວນນຶ່ງ ຂອງຂັ້ນຕອນທັງ​ໝົດ​ຂອງການສ້າງຄວາມປອງດອງຊາດ ແລະການສ້າງສາປະເທດຊາດຄືນໃໝ່.”

ບັນດາກຸ່ມປົກປ້ອງສິດທິມະນຸດໄດ້ສະແດງຄວາມຊົມເຊີຍຕໍ່ການເອົາທ່າທີຂອງອອສເຕຣເລຍ
ແລະໄທໃນການກົດດັນໃຫ້ມີການປະຕິຮູບທາງດ້ານການເມືອງຢູ່ໃນມຽນມານັ້ນ. ນາງ Deb-
bie Stothard ເປັນໂຄສົກຂອງກຸ່ມປົກປ້ອງສິດທິມະນຸດຕາໜ່າງທາງເລືອກອາຊ່ຽນ.

ນາງ Stothard ເວົ້າວ່າ “ບໍ່ຄວນອະນຸຍາດໃຫ້ມຽນມາເປັນປະທານວຽນຂອງສະ
ມາຄົມອາຊ່ຽນ ຈົນກວ່າປະເທດດັ່ງກ່າວໄດ້ທຳການປະຕິຮູບຢ່າງແທ້ຈິງ ແລະ
ນັ້ນໝາຍຄວາມວ່າ ປ່ອຍພວກນັກໂທດການເມືອງທັງໝົດ ແລະຢຸດເຊົາການ ເຮັດສົງຄາມຕໍ່ບັນດາປະຊາຄົມຊົນຊາດຊົນເຜົ່າກຸ່ມນ້ອຍທັງໝົດ.”

ນາງ Stothard ເວົ້າວ່າ ຖ້າມຽນມາເຂົ້າກຳຕຳແໜ່ງ ເປັນປະທານວຽນຂອງສະມາຄົມອາ
ຊ່ຽນໃນປີ 2014 ໂດຍບໍ່ຕ້ອງທໍາການປະຕິຮູບໃດໆຕື່ມ​ອີກແລ້ວ ບັນດາປະເທດຄູ່ dialo-
gue ຫລື​ຄູ່ເຈລະຈາທີ່ສຳຄັນໆຂອງອາຊ່ຽນ ອັນຮວມທັງອອສເຕຣເລຍ ການາດາ ສະຫະ
ພາບຢູໂຣບ ແລະ ຍີ່ປຸ່ນ ຕະຫຼອດທັງສະຫະລັດນໍາ ກໍອາດຈະບ໋ອຍຄອດ ຫຼືບໍ່ເຂົ້າຮວມປະ
ຊຸມກັບອາຊ່ຽນ.


XS
SM
MD
LG