ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ມຽນມາ ເລີ່ມຕຽມການ ຢ່າງກະຕືລືລົ້ນ ເພື່ອຮັບເປັນ ປະທານວຽນ ສະມາຄົມອາຊ່ຽນ ປີ 2014


ທ່ານ ທຽນ ເຊນ ປະທານາທິບໍດີ ມຽນມາ
ທ່ານ ທຽນ ເຊນ ປະທານາທິບໍດີ ມຽນມາ

ມຽນມາ​ກ່າວ​ວ່າ ຕົນ​ມີ​ຄວາມ​ກະຕືລືລົ້ນທີ່​ຈະເລີ່ມ​ວາງ​ແຜນເພື່ອ​ເຂົ້າຮັບ​ໜ້າ​ທີ່ເປັນປະທານ
ວຽນ​ຂອງ​ສະມາຄົມ​ປະຊາຊາດໃນ​ເຂດເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ຫລືອາ​ຊ່ຽນໃນ​ປີ
2014 ນັ້ນ.

ສະມາຄົມ​ອາ​ຊ່ຽນກ່າວ​ວ່າທ່ານ ມອງ ລວິນ ລັດຖະມົນຕີ​ຕ່າງປະ​ເທດ​ມຽນມາ ອະທິບາຍ
ເຖິງ​ການ​ຈັດ​ຕຽມ​ເປັນ​ປະທານ​ຄັ້ງ​ນີ້​ວ່າເປັນ​ພາລະກິດ​ທີ່​ສໍາຄັນຢ່າງ​ນຶ່ງສໍາລັບ​ປະ​ເທດ​ຊາດ​
ຂອງ​ທ່ານ​ ໃນ​ລະຫວ່າງ​ການພົບ​ປະ ເມື່ອວັນພຸດ​ມື້​ນີ້ ກັບ​ທ່ານສຸຣິນ ພິດ​ສຸວັນ ​ເລ​ຂາ​ທິ
ການ​ໃຫຍ່​ສະມາຄົມ​ອາ​ຊ່ຽນ ທີ່ນະຄອນຫຼວງ​ເນ​ປິ​ດໍ​ຂອງ​ມຽນມາ.

ທ່ານລັດຖະມົນຕີ ມອງ ລວິນ ບອກ​ທ່ານ​ສຸຣິນວ່າ ທ່ານ​ຈະ​ສົ່ງ​ຕົວ​ແທນ​ໄປຍັງ​ກອງເລຂາ
ຂອງ​ສະມາຄົມ​ອາ​ຊ່ຽນ ​ແລະ​ສົ່ງທີ​ມງານ​ໄປ​ສຶກສາ​ເບິ່ງກອງ​ປະຊຸມຂອງ​ອາ​ຊ່ຽນ​ປີ​ນີ້​ທີ່​ກໍາ
ປູ​ເຈຍ ອັນ​ເປັນ​ພາກສ່ວນ​ຂອງ​ການຈັດ​ຕຽມ​ຂອງ​ມຽນມາ.

ພວກ​ຜູ້​ນໍາ​ອາ​ຊ່ຽນໄດ້​ມອບ​ໃຫ້​ມຽນມາ​ເປັນ​ປະທານ​ວຽນ​ປະ​ຈໍາປີ 2014 ​ໃນ​ລະຫວ່າງ
ກອງ​ປະຊຸມ​ສຸດ​ຍອດ​ອາ​ຊ່ຽນ​ທີ່ເກາະ​ບາຫຼີ ປະ​ເທດອິນໂດເນເ​ຊຍ ​ເມື່ອເດືອນ​ພະຈິກ​ປີ
ີກາຍ. ທ່ານ​ສຸຣິນ​ແຈ້ງ​ໃຫ້ທ່ານ​ມອງ ລວິນຊາບ​ ວ່າຕໍາ​ແໜ່​ງປະທານ​ວຽນ​ປະ​ຈໍາປີ​ຂອງ​
ມຽນມາ​ນີ້ ຖື​ວ່າ​ເປັນ​ເຄື່ອງໝາຍ​ທີ່​ສໍາຄັນ​ທີ່​ສຸດ​ປະການ​ນຶ່ງ ​ໃນ​ປະຫວັດ​ຂອງ​ສະມາຄົມ
ອາ​ຊ່ຽນ ​ໃນ​ຂະນະ​ທີ່​ສະມາຄົມ​ດັ່ງກ່າວ​ ຫັນປ່ຽນ​ໄປເປັນ​ປະຊາ​ຄົມ​ອາ​ຊ່ຽນ​ໃນ​ປີໜ້າ​ນີ້.

ມຽນມາ​ຖືກ​ບັງຄັບບໍ່​ໃຫ້​ຮັບ​ຜຽນເປັນ​ປະທານວຽນ​ຂອງ​ສະມາຄົມ​ອາ​ຊ່ຽນ​ໃນ​ປີ 2006
ຫຼັງມີ​ການ​ໂຈມ​ຕີ​ຢ່າງ​ໜັກ​ກ່ຽວ​ກັບ​ປະຫວັດ​ການ​ຝ່າຝືນ​ສິດທິ​ມະ​ນຸດ​ນັ້ນ ​ແຕ່​ພວກ​ຜູ້​ນໍາ​
ສະມາຄົມ​ອາ​ຊ່ຽນ ​ຮັບ​ຮູ້ບາດກ້າວ​ສໍາຄັນ​ຕ່າງໆ ຂອງການ​ປະຕິ​ຮູບ​ໄປ​ສູ່​ການ​ປະຕິ​ຮູບ​
ປະຊາທິປະ​ໄຕ​ຂອງ​ມຽນມາພາຍ​ໃຕ້​ລັດຖະບານ​ພົນລະ​ເຮືອນທີ່​ໜຸນ​ຫຼັງ​ໂດຍ​ທະຫານ​ ທີ່
ຂຶ້ນມາ​ກໍາ​ອໍານາດ​ບໍລິ ຫານ​ປະ​ເທດ​ເມື່ອ​ປີຜ່ານ​ມາ​ຈາກ​ລັດຖະບານ​ທະຫານ​ທີ່​ປົກຄອງ​ປະ
ເທດ​ມາ​ໄດ້​ຫຼາຍສິບ​ປີ​ແລ້ວນັ້ນ.

ທ່ານ ທຽນ ​ເຊ​ນ ປະທານາທິບໍດີ ມຽນມາ ບອກ​ທ່ານ​ສຸຣິນ​ເມືອ​ວັນ​ອັງ​ ຄານ​ວ່າ ປະ​ເທດ
ຊາດ​ຂອງ​ທ່ານ​ຈະ​ທໍາການ​ພິດ​ຈາລະ​ນາ​ຢ່າງ​ເອົາ​ຈິງ​ເອົາ ຈັງ​ເພື່ອ​ອະນຸຍາດ​ໃຫ້ພວກ​ຜູ້​ຕາງ
ໜ້າ​ສະມາຄົມອາ​ຊ່ຽນ​ເຂົ້າ​ໄປ​ຍັງ​ມຽນມາ ​ເພື່ອ​ສັງ​ເກດ​ການ​ການ​ເລືອກ​ຕັ້ງ​ຄັ້ງ​ພິ​ເສດທີ່​ມີ​ກໍາ
ນົດ​ໃນ​ວັນ​ທີ່ 1 ​ເມສາ ຕໍ່ໜ້າ​ນີ້.

XS
SM
MD
LG