ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ມຽນມາ ສົ່ງທະຫານ ໄປຄວບຄຸມ ທີ່ເມືອງ Meikhtila (ສະໄລດ໌)


ປະຊາຊົນ ພາກັນຖືອາວຸດ ຢູ່ເມືອງ Meikhtila, ວັນທີ 22 ມີນາ 2013.
ປະຊາຊົນ ພາກັນຖືອາວຸດ ຢູ່ເມືອງ Meikhtila, ວັນທີ 22 ມີນາ 2013.
ທະຫານ​ມຽນມາ ​ໄດ້​ເຂົ້າ​ຄວບ​ຄຸມ​ຫົວ​ເມືອງ​ທີ່​ເພພັງ​ເສຍ​ຫາຍ ​
ໃນ​ພາກ ກາງຂອງ​ປະ​ເທດ ບ່ອນ​ທີ່​ຊາວ​ພຸດ ແລະ​ຊາວມຸສລິ​ມ
ປະ​ທະ​ກັນ​ໃນ​ລະ ຫວ່າງຮອບ​ອາທິດ​ຜ່ານ​ມາ ​ຊຶ່ງເຮັດ​ໃຫ້​ຢ່າງ​
ໜ້ອຍ 20 ຄົນ​ເສຍ​ຊີວິດ.

​ເຫັນ​ລົດ​ບັນທຸກທະຫານຫລາຍໆ​ຄັນ ​ແລ່ນ​ລາດຕະ​ເວນໃນ​ວັນ​ເສົາ​ມື້​ນີ້ ຢູ່​ທີ່ເມືອງ Meikhtila ຊຶ່ງ​ຕັ້ງຫ່າງ​ຈາກ​ນະຄອນຫຼວງ Naypyidaw ​ໄປ​ທາງ​ທິດ​ເໜືອ ປະມານ 130 ກິ​ໂລ​ແມັດ.

ຄວາມ​ຮຸນ​ແຮງ​ໄດ້​ເລີ້ມ​ຂື້ນ​ໃນ​ວັນ​ພຸດ​ແລ້ວ ​ເວລາ​ການຜິດ​ຖຽງກັນ​ລະຫວ່າງ ລູກ​ຄ້າ​ຊາວ​ພຸດ ​ແລະ​ຊາວ​ມຸສລິ​ມທີ່​ເປັນ​ເຈົ້າຂອງ​ຮ້ານ​ຄ້າ ​ໄດ້​ແຜ່​ລາມ ອອກ​ໄປ​ສູ່ຖະໜົນຫົນທາງ. ຕົກ​ມາ​ເຖິງ​ວັນ​ສຸກວານ​ນີ້ ຫຼາຍໆ​ຄຸ້ມ​ໄດ້​ຖືກ​ຈູດ​ເຜົາ ວັດ​ມຸສລິ​ມ​ໄດ້​ກາຍ​ເປັນ​ຂີ້​ເຖົ່າ ​ແລະ​ພວກ​ແກັ່ງ​ຊາວ​ພຸດ ​ແລະ​ຊາວ​ມຸສລິ​ມ ​ແມ່ນພາກັນ​ຄວບ​ຄຸມ​ຖະໜົນຫົນທາງ.

ປະທານາທິບໍດີ Thein Sein ​ໄດ້​ປະກາດ​ພາວະ​ສຸກ​ເສີນຢູ່​ໃນ​ຂົງ​ເຂດດັ່ງກ່າວ​ ໃນ​ວັນ​ສຸກ​ວານ​ນີ້ ​ໂດຍ​ອະນຸຍາດ​ໃຫ້​ທະຫານ​ເຄື່ອນ​ກຳລັງ​ເຂົ້າ​ໄປ​ແລະ​ວາງ​ມາ​ດຕະການ​ຢ່າງ​ເຄັ່ງ​ຄັດໃຫ້ປະຊາຊົນຢູ່ໃນ​ຄວາມ​ສະຫງົບ. ບັນດາ​ພະນັກ ງານ​ກູ້​ໄພ ພາ​ກັນ​ແ​ຈກຢາຍ​ອາຫານ​ໃຫ້​ແກ່​ຊາວ​ພຸດ ​ແລະ​ຊາວ​ມຸລລິ​ມ ​ແລະ​ຊອກ​ຫາ​ບ່ອນຢູ່​ອາໄສ​ໃຫ້​ແກ່​ຜູ້​ທີ່​ບໍ່​ມີ​ບ່ອນຢູ່.

ການ​ຈາລະ​ຈົນທີ່​ວ່າ​ນີ້​ ເປັນຄວາມວຸ້ນວາຍ​ທາງ​ສັງຄົມ​ ທີ່​ຮ້າຍ​ແຮງສຸດ​ ນັບແຕ່​ໄດ້​ເກີດ​ຄື້ນ​ຟອງ​ການ​ປະ​ທະ​ກັນລະຫວ່າງຊາວ​ພຸດແລະ​ຊາວມຸສ ລິ​ມ ຢູ່​ທີ່​ລັດ​ Rakhine ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ​ໃນ​ປີແລ້ວ​ນີ້​ ​ເຮັດ​ໃຫ້​ປະມານ 200 ຄົນ​ເສຍ​ຊີວິດ ​ແລະ​ຫລາຍ​ກວ່າ 100,000 ບໍ່​ມີ​ທີ່ຢູ່​ອາໄສ.

ກ່ຽວຂ້ອງກັນ

XS
SM
MD
LG