ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີ ມຽນມາ ບໍ່ມີນາມມະຍົດ ທະຫານແລ້ວ


ນາຍົກລັດຖະມົນຕີມຽນມາ ທ່ານທຽນສຽນ
ນາຍົກລັດຖະມົນຕີມຽນມາ ທ່ານທຽນສຽນ

ວິທະຍຸ ຂອງທາງການມຽນມາ ໄດ້ກ່າວເຖິງ ນາຍົກລັດຖະມົນຕີ ຂອງປະເທດ ໂດຍບໍ່​ໄດ້ບົ່ງ ຕຳແໜ່ງນາຍພົນ ຂອງທ່ານ ຊຶ່ງອາດເປັນ ຮ່ອງຮອຍວ່າ ທ່ານໄດ້ລາອອກ ຈາກຕຳແໜ່ງ ທາງທະຫານຂອງທ່ານ​ ເພື່ອ​ໄປເປັນ ນັກການເມືອງ ພົນລະເຮືອນແລ້ວ. ວິທະຍຸ ຂອງມຽນມາກ່າວວ່າ ທ່ານ ທຽນສຽນ ໄດ້ໄປຮ່ວມໃນງານ ພິທີນຶ່ງ ຂອງລັດຖະບານ ຢູ່ທີ່ນະຄອນຫລວງເນປີດໍ ບ່ອນທີ່ມີ​ການ​ເອີ່ຍ​ເຖິງ ​ນາມມະຍົດ​ຂອງ​ທ່ານ ແຕ່ພຽງ ນາຍົກລັດຖະມົນຕີ ທໍ່ນັ້ນ. ລາຍງານຂ່າວ ໄດ້ອ້າງຄຳເວົ້າ ຂອງເຈົ້າໜ້າທີ່ ມຽນມາທ່ານ​ນຶ່ງ ທີ່ກ່າວວ່າ ທ່ານທຽນສຽນ ແລະລັດຖະມົນຕີ ຄົນອື່ນໆອີກ ຢ່າງນ້ອຍ 20 ຄົນ ໄດ້ພາກັນລາອອກ ຈາກຕຳແໜ່ງ ທາງທະຫານ ຂອງພວກທ່ານ ໃນສັບປະດານີ້ ເພື່ອໃຫ້ສາມາດເຂົ້າຮ່ວມ ໃນການເລືອກຕັ້ງທົ່ວໄປ ທີ່ຈະມີຂຶ້ນ ໃນທ້າຍປີນີ້ ໃນຖານະພົນລະເຮືອນ. ເຈົ້າໜ້າທີ່ໆຂໍສະຫງວນຊື່ ກ່າວໃນວັນອັງຄານ ວານນີ້ວ່າ ທ່ານທຽນສຽນ ແລະເຈົ້າໜ້າທີ່ອື່ນໆ ຍັງຈະກຳຕຳແໜ່ງ ຢູ່ໃນລັດຖະບານ ຕໍ່ໄປ. ການລາອອກ ຈາກຕຳແໜ່ງ ທາງທະຫານ ອາດຈະອຳນວຍໃຫ້ ບັນດາລັດຖະມຸນຕີເຫລົ່ານີ້ ສາມາດສະມັກ ເຂົ້າແຂ່ງຂັນ ເອົາບ່ອນນັ່ງ ໃນສະພາແຫ່ງຊາດ​ ທີ່ບໍ່ຮວມຢູ່​ ໃນຈຳນວນໂຄຕ້າ 25% ທີ່ຈົ່ງໄວ້ ໃຫ້ພວກເຈົ້າໜ້າທີ່ ທະຫານຂອງມຽນມານັ້ນ.

XS
SM
MD
LG