ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ມຽນມາສະຫລອງວັນ​ຜູ້​ສະຫລະ​ຊີບ​ເພື່ອ​ຊາດ


ມຽນມາຈັດພິທີສະຫລອງວັນ​ຜູ້​ສະຫລະ​ຊີບ​ເພື່ອ​ຊາດຢ່າງງຽບໆ ​ໃນວັນ​ຈັນ​ມື້​ນີ້ ເພື່ອລະນຶກເຖິງວັນຄົບ ຮອບການລອບສັງຫານນາຍພົນ ອອງຊານ ວີລະບຸລຸດເອກກະລາດ ຊຶ່ງເປັນບິດາຂອງທ່ານນາງ ອອງ ຊານ ຊູຈີ ຜູ້ນຳປະຊາທິປະໄຕທີ່ຖືກກັກບໍ​ລິ​ເວນຢູ່ໃນເວລານີ້.

ນາຍພົນອອງຊານ ພ້ອມດ້ວຍພວກອາລັກຂາ 8 ຄົນແລະສະມາຊິກ ສະພາອີກ 7 ຄົນ ຖືກລອບສັງຫານ ເມື່ອ 63 ປີຜ່ານມາ ຄື​ໃນວັນທີ່ 19 ເດືອນກໍລະກົດ ປີ 1947 ກ່ອນໜ້າມຽນມາຈະໄດ້ຮັບເອກກະລາດຈາກອັງກິດໃນວັນທີ່ 4 ເດືອນມັງ​ກອນ ປີ 1948 ນັ້ນ.

ພິທີສະຫລອງໃນວັນຈັນມື້ນີ້ແມ່ນຈັດຂື້ນທີ່ອະນຸສາວະລີສຸສານ​ຂອງ​ຜູ້​ສະຫລະ​ຊີບ​ເພື່ອຊາດ ໂດຍມີເຈົ້າຄອງ ກຳແພງນະຄອນຢ່າງກຸ້ງ ທ່ານ ອອງທຽນ ລິນ ມາ​ຮ່ວມ​ນຳ.

ທົງຊາດໄດ້ລົດລົງເຄິ່ງເສົາຢູ່ທີ່ອະນຸສາວະລີດັ່ງກ່າວ ໃນຂະນະພວກເຈົ້າໜ້າທີ່​ວາງພວງມາລາ​ໄວ້​ທີ່ຫລຸມຝັງສົບ ແລະພວກຄອບຄົວຂອງຜູ້ນຳທີ່ເສຍຊີວິດ ແລະພວກທູຕານຸທູດໄດ້ເຂົ້າຮ່ວມໃນພິທີສະຫລອງນີ້ ດ້ວຍ ທ່າມກາງ​ການຮັກສາຄວາມປອດໄພຢ່າງແໜ້ນໜາ.

ທ່ານນາງອອງຊານຊູຈີ ​ໄດ້ປະຕິເສດບໍ່ຂໍເຂົ້າຮ່ວມໃນພິທີປະຈຳປີດັ່ງກ່າວນີ້ ຕາບ​ໃດທີ່ທ່ານນາງຍັງ ຖືກກັກບໍລິເວນຢູ່ນັ້ນ.

XS
SM
MD
LG