ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນີລະໂທດກໍາສາກົນກ່າວວ່າ ຊື່ສຽງຂອງອາຊຽນອາດ ເສຍຫາຍ


ອົງການນີລະໂທດກຳສາກົນກ່າວວ່າ ຊື່​ສຽງ​ແລະຄວາມໜ້າເຊື່ອຖືຂອງສະມາຄົມອາຊ່ຽນນັ້ນອາດໄດ້ຮັບຄວາມເສຍຫາຍ ຖ້າອາ​ຊ່ຽນຫາກບໍ່ສາມາດ ພິທັກປົກປ້ອງເສລີພາບໃນມຽນມາໄດ້ ກ່ອນການເລືອກຕັ້ງທົ່ວ ປະເທດໃນມຽນມາທີ່ຈະມາເຖິງນີ້.

ກຸ່ມປົກ​ປ້ອງສິດທິມະນຸດ ທີ່ມີສູນກາງຢູ່ນະຄອນນີວຢ໊ອກ ໄດ້​ສະ​ແດງ​ຄວາມ​ເຫັນ​ດັ່ງກ່າວໃນວັນອາທິດມື້ນີ້ ລ່ວງໜ້າກອງປະຊຸມປະຈຳປີຂອງຄະນະ ລັດຖະມົນຕີຕ່າງປະເທດຂອງສະມາຄົມອາຊ່ຽນ ທີ່ກຳໜົດຈະ​ໄຂ ຂຶ້ນໃນວັນຈັນມື້ອື່ນນີ້ຢູ່ຫວຽດນາມ.

ອົງການນີລະໂທດກຳສາກົນກ່າວໃນບົດ​ຖະ​ແຫ​ລງຂ່າວວ່າ ການຮຽກຮ້ອງຄັ້ງ ກ່ອນໆຂອງສະມາຄົມ ອາຊ່ຽນ ເພື່ອໃຫ້ມີການເລືອກຕັ້ງ ທີ່ເສລີ ແລະຍຸຕິທຳ ໃນມຽນມານັ້ນຍັງບໍ່ໜັກແໜ້ນພໍ. ກຸ່ມສົ່ງ​ເສີມ ສິດທິກຸ່ມ​ນີ້ ກ່າວວ່າສະມາຄົມອາຊ່ຽນຄວນຈະທວງໃຫ້ມຽນມາປ່ອຍພວກນັກໂທດຈິດ​ສຳນຶກທັງໝົດ ຢ່າງບໍ່ມີເງື່ອນໄຂໃດໆ ແລະກຽມພ້ອມທີ່ຈະເວົ້າອອກ​ມາ​ຢ່າງ​ໜັກ​ແໜ້ນ​ແລະເອົາ​ຈິງ​ເອົາ​ຈັງ ຖ້າຫາກ ຊາວມຽນມາຖືກຂົ່ມເຫງ ຮາວີສຍ້ອນກິດຈະກຳດ້ານການເມືອງຂອງພວກເຂົາເຈົ້ານັ້ນ.

ມຽນມາມີກຳໜົດຈະຈັດການເລືອກຕັ້ງທົ່ວປະເທດໃນທ້າຍປີນີ້ ແຕ່ກົດໝາຍເລືອກຕັ້ງໃໝ່ນັ້ນຫ້າມບໍ່ໃຫ້ ທ່ານນາງ ອອງຊານ ຊູຈີ ຜູ້ນຳ​ຝ່າຍຄ້ານ ລົງສະໝັກເລືອກຕັ້ງ. ພັກສັນນິບາດ​ແຫ່ງ​ຊາດເພື່ອປະຊາ ທິປະໄຕຂອງທ່ານນາງ ໄດ້ເອີ້ນວ່າກົດໝາຍເລືອກຕັ້ງໃໝ່ນີ້ ວ່າບໍ່ຍຸຕິທຳແລະບໍ່ເປັນ ປະຊາທິປະໄຕ.

XS
SM
MD
LG