ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ Albright ສັນລະເສີນ ການປະຕິຮູບ ປະທິປະໄຕ ຂອງມຽນມາ (ວີດິໂອ)


ອະດີດລັດຖະມົນຕີຕ່າງປະ​ເທດສະຫະລັດ ທ່ານນາງ
Madeleine Albright ຈັບມືກັບ ຮອງປະທານາທິບໍດີມຽນມາ ທ່ານ Nyan Tun (ຊ້າຍ) ໃນວັນທີ 3 ມິຖຸນາ ຢູ່ນະຄອນຫຼວງ Naypyitaw.
ອະດີດລັດຖະມົນຕີຕ່າງປະ​ເທດສະຫະລັດ ທ່ານນາງ Madeleine Albright ຈັບມືກັບ ຮອງປະທານາທິບໍດີມຽນມາ ທ່ານ Nyan Tun (ຊ້າຍ) ໃນວັນທີ 3 ມິຖຸນາ ຢູ່ນະຄອນຫຼວງ Naypyitaw.
ອະດີດລັດຖະມົນຕີຕ່າງປະ​ເທດສະຫະລັດ ທ່ານນາງ
Madeleine Albright ໄດ້ສັນລະເສີນການປະຕິຮູບດ້ານ
ປະທິປະໄຕຂອງມຽນມາ ໃນຂະນະທີ່ໄປຢ້ຽມ ຢາມນະຄອນ
ຢາງກຸ້ງ ຊຶ່ງເປັນນະຄອນຫລວງດ້ານການຄ້ານັ້ນ.


ໃນການກ່າວຕໍ່ພະແນກພາສາມຽນມາຂອງວີໂອເອ ທີ່ມະຫາ
ວິທະຍາໄລຢາງກຸ້ງ ໃນວັນອັງຄານວານນີ້ທ່ານນາງ Albright
ກ່າວວ່າ ທ່ານນາງເຊື່ອວ່າ ການ ປະຕິຮູບທີ່ໄດ້​ເລີ້ມມາ ນັບ
ແຕ່ມຽນມາໄດ້ສິ້ນສຸດ ລະບອບ​ການ​ປົກຄອງຜະເດັດການ
ຂອງທະຫານທີ່ດໍາເນີນມາເປັນເວລາຫລາຍທົດສະວັດ ໃນປີ
2011 ເປັນ ຕົ້ນມານັ້ນ ບໍ່ມີທ່າທີ່ວ່າ ຈະຕ່າວປີ້ນຄືນໄດ້.

ທ່ານນາງກ່າວວ່າ:“ຄວາມຮູ້ສຶກທີ່ຂ້າພະເຈົ້າໄດ້ຮັບຈາກຫລາຍໆກຸ່ມ ທີ່ຂ້າພະ ເຈົ້າໄດ້ໂອ້ລົມນໍາ ກໍຄືວ່າ ໃນຂະນະທີ່ພວກເຂົາເຈົ້າໄດ້ເຫັນວ່າ ບັນຫາ
ຍັງມີຢູ່ ເຂົາເຈົ້າກໍໄດ້ພະຍາຍາມທີ່ຈະຫາວິທີທາງທີ່ຈະແກ້ໄຂ ແລະຫາວິທີ
ທາງທີ່ພວກ ເຂົາເຈົ້າສາມາດຮຽນຮູ້ຈາກຄວາມຜິດພາດຂອງຕົນ ພ້ອມທັງ
ຈາກຕົວຢ່າງຂອງປະເທດອື່ນອີກດ້ວຍ, ສະນັ້ນຂ້າພະເຈົ້າຄິດວ່າ ເຂົາເຈົ້າ
ແມ່ນເດີນໄປໃນທາງ ທີ່ຖືກຕ້ອງແລ້ວ.”


ທ່ານນາງ Albright ໄດ້ເດີນທາງໄປຢ້ຽມຢາມມຽນມາເປັນຄັ້ງທໍາອິດ ນັບແຕ່ປີ 1995
ເປັນຕົ້ນມາ ເມື່ອທ່ານນາງ ກໍາລັງຮັບໃຊ້ເປັນເອກອັກຄະລັດຖະທູດ ສະຫະລັດປະ
ຈໍາສະຫະປະຊາຊາດຢູ່.

ໃນ​ໄລຍະ​ສອງ​ສາມມື້ຜ່ານ​ມານີ້ ທ່ານນາງໄດ້ພົບປະກັບເຈົ້າໜ້າທີ່, ນັກການເມືອງມຽນ
ມາ ພ້ອມທັງກຸ່ມສັງຄົມພົນລະເຮືອນ ໃນບົດບາດຂອງທ່ານທາງ ໃນນາມປະທານ
ສະຖາບັນປະຊາທິປະໄຕແຫ່ງຊາດສະຫະລັດ, ຊຶ່ງເປັນອົງ ການລັດຖະບານສະຫະ
ລັດ ທີ່ສົ່ງເສີມປະຊາທິປະໄຕ ຢູ່ໃນບັນດາປະເທດກໍາລັງພັດທະນາ.

ທ່ານນາງ Albright ເວົ້າວ່າສະຫະລັດໄດ້ເຮັດຫລາຍສິ່ງຫລາຍຢ່າງໃນ​ໄລຍະສອງ​ສາມເດືອນຜ່ານມານີ້ ເພື່ອສະໜັບສະໜຸນການດໍາເນີນຄວາມພະຍາຍາມ ໃນການ
ປະຕິຮູບຂອງມຽນມາ ນັບແຕ່ມີການຜ່ອນຜັນການລົງໂທດ ໄປຈົນເຖິງການແລກປ່ຽນ
ຢ້ຽມຢາມກັນຂອງປະທານາທິບໍດີຂອງສອງປະເທດ. ທ່ານນາງ ກ່າວວ່າ ສະຖາບັນ
ຂອງທ່ານນາງຍັງໄດ້ຝຶກອົບຮົມບັນດາຜູ້ແທນ ແລະສະມາຊິກພັກການເມືອງຢູ່ໃນ
ມຽນມາ ແລະເປັນເຈົ້າພາບຮັບຕ້ອນຊາວມຽນມາໃນໂຄງ ການແລກປ່ຽນຂອງສະ
ຫະລັດ.

ທ່ານນາງ Albright ເວົ້າອີກວ່າ ສະຫະລັດ ບໍ່ຄວນຈະເປັນປະເທດດຽວເທົ່ານັ້ນ ທີ່ຊຸກ
ຍູ້ໃຫ້ມີການປະຕິຮູບ ຢູ່ໃນມຽນມາ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

Albright Applauds Burma Reforms
please wait

No media source currently available

0:00 0:06:58 0:00
ລິງໂດຍກົງ
XS
SM
MD
LG