ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມຽນມາບໍ່ຍອມໃຫ້ ດາລາຮູບເງົາ ມາເລເຊຍ ເຂົ້າປະເທດ (ເບິ່ງວີດີໂອ)


ດາລາຮູບເງົາມາເລເຊຍ Michelle Yeoh
ດາລາຮູບເງົາມາເລເຊຍ Michelle Yeoh


ເຈົ້າໜ້າທີ່ທາງການຂອງມຽນມາ​ໄດ້ກ່າວໃນວັນອັງຄານມື້ນີ້ວ່າ ນັກສະແດງສາວ Michelle
Yeoh ໄດ້ຖືກເນລະເທດ ເວລານາງພະຍາຍາມຈະໄປຢ້ຽມຢາມປະເທດມຽນມາໃນອາທິດ
ແລ້ວນີ້.

ນາງ Yeoh ນັກສະແດງສາວທີ່ໄດ້ຮັບຄວາມນິຍົມແລະເປັນທີ່ຮູ້ກັນທົ່ວໂລກໃນຖານະ
ທີ່ສະແດງເປັນນັກສືບສາວຊາວຈີນ ໃນປີ 1997 ກັບ James Bond ໃນເລື່ອງ
Tomorrow Never Dies
ແລະກໍສະແດງເປັນທ່ານນາງ ​ Aung San Suu Kyi ນັກເຄື່ອນໄຫວເພື່ອປະຊາທິປະໄຕຊາວມຽນມາ ໃນຮູບເງົາທີ່ຈະເຂົ້າສາຍໃນທ້າຍປີນີ້.

ເຈົ້າໜ້າທີ່ມຽນມາບໍ່ໄດ້ອະທິບາຍເຖິງເຫດຜົນວ່າເປັນຫຍັງນັກສະແດງສາວຊາວມາເລເຊຍ
ອາຍຸ 48 ຄົນນີ້ຈຶ່ງຖືກເນລະເທດ ຫຼັງຈາກທີ່ນາງໄດ້ໄປເຖິງສະໜາມບິນນະຄອນຢາງກຸງ
ໃນວັນທີ 22 ທີ່ຜ່ານມານັ້ນ. ພວກເຂົາເຈົ້າເວົ້າພຽງແຕ່ວ່າ ຊື່ຂອງນາງນັ້ນ
ແມ່ນຢູ່ໃນບັນຊີດໍາ.

ນາງ Yeoh ເຄີຍໄປຢ້ຽມມຽນມາໃນເດືອນທັນວາປີກາຍນີ້ມາແລ້ວ ເພື່ອການຕຽມຕົວ
ເຂົ້າສະແດງຮູບເງົາເລື່ອງ​ The Lady ທີ່ກ່າວເຖິງຄວາມສຳພັນຂອງທ່ານນາງ Aung
San Suu Kyi ກັບມື້ລາງສາມີຂອງທ່ານນາງຄືທ່ານ Michael Aris ຊຶ່ງໃນ ຕອນນັ້ນ
ນາງ Yoeh ສາມາດພົບປະກັບທ່ານນາງ Aung San Suu Kyi ຜູ້ຊຶ່ງໄດ້ຮັບລາງວັນ
Nobel ແລະກໍໄດ້ຖືກປ່ອຍຕົວໃນການກັກຂັງບໍລິເວນທີ່ເຮືອນຂອງ ທ່ານນາງເປັນເວລາ
ນານເຖິງ 7 ປີນັ້ນ.

XS
SM
MD
LG