ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ ອອງ ຊນ ຊູຈີ ຈະໄປຢ້ຽມຢາມ ໄທ


U.S. President Barack Obama speaks during a Veterans Day ceremony at Arlington National Cemetery near Washington.
U.S. President Barack Obama speaks during a Veterans Day ceremony at Arlington National Cemetery near Washington.

ພັກ​ຝ່າຍ​ຄ້ານ​ຂອງ​ມຽນມາ​ກ່າວ​ວ່າ ທ່ານ​ນາງ​ອອງຊານ ຊູ​ຈີ ຈະ​ອອກ​ເດີນທາງ​ ໄປ​ນອກ
​ປະ​ເທດ​ໃນ​ອາທິດ​ນີ້ ເປັນ​ເທື່ອ​ທໍາ​ອິດ ​ນັບ​ຕັ້ງ​ແຕ່​ປີ 1988 ​ເປັນ​ຕົ້ນ​ມາ. ພັກ​ສັນນິບາດ​ເພື່ອ
​ປະຊາທິປະ​ໄຕ​ແຫ່ງຊາດ​ ຫຼື NLD ກ່າ​ວວ່າ ທ່ານ​ນາງຈະ​ໄປຮ່ວມ​ກອງ​ປະຊຸມ​ສະພາ​ເສດຖະ
ກິດ​ໂລກທີ່ບາງກອກ ກ່ອນ​ຈະ​ເດີນທາງ​ໄປ​ຢູ​ໂຣບ. ​ປະ​ເທດໄທ​ເປັນທີ່​ພັກ​ພິງ​ຂອງປະຊາ​ຄົມ
ບັນດາ​ນັກ​ເຄຶ່ອນ​ໄຫວ ​ແລະ​ຊາວ​ມຽນມາ​ພັດ​ຖິ່ນກຸ່ມ​ໃຫຍ່​ ​ ແລະ​ພວກ​ເຂົາ​ເຈົ້າຮູ້ສຶກຕື່ນ​ເຕັ້ນ
ຫຼາຍ ​ຕໍ່​ການເດີນທາງ​ໄປປະ​ເທດ​ໄທ​ຂອງທ່ານ​ນາງ ຊູ​ຈີ.

​ເມື່ອ​ວັນ​ສຸກ​ຜ່ານ​ມາ​ນີ້ ທ່ານ Nyan Win ​ໂຄສົກ​ພັກ NLD ​ໄດ້​ບອກ​ວີ​ໂອ​ເອພະ​ແນ​ກພາສາ
​ມຽນມາ ວ່າ ທ່ານ​ນາງ ອອງຊານ ຊູ​ຈີ ຈະ​ເດີນທາງ ​ໄປ​ເຖິງ​ບາງກອກ​ໃນ​ກາງ​ອາທິດ​.

ທ່ານ ວິນ ກ່າວ​ອີກ​ວ່າ ວັນ​ອັງຄານ​ຈະ​ເຖິງ​ນີ້ ທ່ານ​ນາງ​ອອງຊານ ຊູ​ຈີ ຈະ​ພົບ​ປະ​ກັບ​ນາຍົກ
ລັດຖະມົນຕີອິນ​ເດຍທີ່​ກໍາລັງຢ້ຽມຢາມ​ມຽນມາ. ທ່ານ​ນາງຈະ​ອອກ​ຈາກມຽນມາ​ໄປ​ບາງ
ກອກ​ ໃນ​ຕອນ​ແລງ​ມື້​ດຽວ​ກັນ​ນັ້ນ ຫຼືວັນ​ພຸດມື້​ຕໍ່​ມາ.

ການ​ເດີນທາງ​ຂອງ​ທ່ານ​ນາງ​ຄັ້ງ​ນີ້ ຈະ​ເປັນ​ຂີດ​ໝາຍ​ເທື່ອ​ທໍ​າອິດ​ທີ່​ຜູ້​ນໍາ​ປະຊາ​ທິປະ​ໄຕ​ໄດ້
ອອກ​ຈາກ​ມຽນມາ​ໃນ​ຮອບ 24 ປີ ​ເວລາ​ທ່ານ​ນາງ​ກັບຄືນ​ໄປປະ​ເທດ​ ເພື່ອ​ຢ້ຽມຢາ​ມແມ່
​ທີ່​ກໍາລັງ​ປ່ວຍໃນ​ເວລາ​ນັ້ນ ​ແລະ​ໄດ້​ຖືກ​ດຶງ​ເຂົ້າ​ໄປ​ພົວພັນ​ກັບ​ການ​ເມືອງ​ຂອງ​ປະ​ເທດ
ນັບ​ແຕ່​ນັ້ນມາ.

ທໍາ​ອິດ​ ທ່ານ​ນາງວາງ​ແຜນ​ວ່າ​ຈະ​ໄປ​ຢ້ຽມຢາມ​ຢູ​ໂຣບກ່ອນ ​ແຕ່​ການ​ປ່ຽນແປງ​ລາຍ​ການ​
ເດີນທາງ​ຂອງ​ທ່ານ​ນາງ ໄດ້​ສ້າງ​ຄວາມ​ປິ​ຕິຍິນ​ດີ​ຢ່າງ​ໃຫຍ່ໃຫ້​ແກ່​ປະຊາ​ຄົມນັກ​ເຄຶ່ອນ​ໄຫວ​ ​
ແລະ​ຊາວມຽນມາພັດ​ຖິ່ນ ກຸ່ມ​ໃຫຍ່​ໃນ​ປະ​ເທດ​ໄທ.

ສື່​ມວນ​ຊົນ​ຂອງ​ໄທ​ກ່າວ​ວ່າ ຂະນະ​ທີ່ຢູ່​ໃນ​ປະ​ເທດ​ໄທ​ນັ້ນ ທ່ານ​ນາງ​ຈະພົບ​ປະ​ກັບ​ທ່ານ​ນາງ
ຢິ່ງລັກ ຊິນນະ​ວັດ ນາຍົກລັດຖະມົນຕີ​ໄທ.

​ໂຄສົກ​ພັກ NLD ບໍ່​ໄດ້​ຢືນຢັນ​ເຖິງ​ການ​ພົບ​ປະກັນ​ ​ແຕ່​ກໍ​ກ່າວ​ວ່າ ​ເວລາຢູ່​ບາງກອກ​ນັ້ນ
ທ່ານ​ນາງອອງຊານ ຊູ​ຈີ ຈະ​ເຂົ້າຮ່ວມ​ກອງ​ປະຊຸມສະພາ​ເສດຖະກິດ​ໂລກ​ ກ່ຽວ​ກັບ​ຂົງ​ເຂດ
​ເອ​ເຊຍ​ຕາ​ເວັນ​ອອກ.

ທ່ານ ທຽນ ​ເຊ​ນ ປະທານາທິບໍດີມຽນມາ ກໍ​ມີ​ກໍາໜົດ​ທີ່​ຈະ​ກ່າວຄໍາ​ປາ​ໄສ ຕໍ່ກອງປະຊຸມ
​ດັ່ງກ່າວ​ເຊ່ນ​ກັນ ​ແຕ່​ກໍ​ບໍ່​ແຈ້ງ​ຂາວ​ວ່າ​ທ່ານ​ຈະ​ພົບ​ປະ​ກັບ​ທ່ານ​ນາງ​ອອງຊານ ຊູ​ຈີ ຫຼືບໍ່.

​ໃນ​ເດືອນ​ມິຖຸນາ​ນີ້ ທ່ານ​ນາງຈະ​ເດີນທາງ​ໄປ​ຍັງ​ພາກ​ພື້ນ​ຢູ​ໂຣບ ​ເພື່ອໄປປາກົດ​ຕົວຫຼາຍໆ​
ບັ້ນ ​ໂຮ​ມທັງ​ໄປ​ຢ້ຽມຢາມ​ປະ​ເທດ Norway ​ເພື່ອຮັບ​ລາງວັນ​ໂນ​ເ​ເບ​ລຂະ​ແໜງ​ສັນຕິພາບ
ທີ່ຄະນະ​ກໍາມະການ​ລາງວັນ​ໂນ​ແບ​ລ​ໄດ້​ມອບ​ໃຫ້ທ່ານ​ນາງ​ ​ໃນ​ຂະນະທີ່ທ່ານ​ນາງ​ຖືກ​ກັກ​
ບໍລິ​ເວນຢູ່​ນັ້ນ.

XS
SM
MD
LG