ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກນັກເຄື່ອນໄຫວ ໃນມຽນມາ ໂຮມຊຸມນຸມກັນ ທີ່ນະຄອນຢັ້ງກຸ້ງ


ພວກພະສົງພາກັນເດີນຂະບວນປະທ້ວງ ຕໍ່ຕ້ານລັດຖະບານ ທະຫານມຽມມາ ທີ່ນະຄອນຢັ້ງກຸ້ງ, ວັນທີ 24 ກັນຍາ 2007.
ພວກພະສົງພາກັນເດີນຂະບວນປະທ້ວງ ຕໍ່ຕ້ານລັດຖະບານ ທະຫານມຽມມາ ທີ່ນະຄອນຢັ້ງກຸ້ງ, ວັນທີ 24 ກັນຍາ 2007.



















ພວກ​ນັກ​ເຄື່ອນ​ໄຫວ​ເພື່ອ​ປະຊາທິປະ​ໄຕ​ນ້ອຍໆ​ຫລາຍ​ກຸ່ມ​ໄດ້ໂຮມ​ຊຸມນຸມ​ກັນ​ໃນ​ວັນ​ຈັນ​
ວານ​ນີ້ຢູ່​ນະຄອນ​ຢັ້ງ​ກຸ້ງ​ ເພື່ອ​ສະຫລອງ​ວັນ​ຂີດ​ໝາຍ​ຄົບຮອບ 4 ປີ​ຂອງ​ການ​ປະ​ທ້ວງ​ທີ່​
ເອີ້ນ​ກັນ​ວ່າ ການ​ປະ​ທ້ວງ​ສີສົ້ມ​ ຫລືການປະທ້ວງຂອງພວກພະສົງນັ້ນ.

ໄດ້​ເຫັນ​ລົດ​ບັນທຸກ​ຕໍາຫລວດ​ປາບ​ການ​ຈະລາຈົນ​ຫລາຍ​ຄັນ​ແລ່ນ​ຢູ​ໃນເມືອງ​ໂດ​ຍ​ໄປ​ບອກ
ປະຊາຊົນ​ບໍ່​ໃຫ້​ທໍາ​ການ​ໂຮມ​ຊຸມນຸມ​ກັນ ​ແຕ່​ບໍ່​ມີ​ລາຍງານ​ໃດໆ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ຄວາມ
ວຸ້ນວາຍ​ໃດໆ​ເກີດ​ຂຶ້ນ. ພວກ​ປະ​ທ້ວງ​ຫລາຍ​ສິບ​ຄົນ​ພາກັນ​ໄປ​ໂຮມ​ຊຸມນຸມ​ກັນ​ເປັນ​ເວລາ
ສັ້ນໆ​ເພື່ອ​ທໍາ​ການອະທິຖານ​ໄຫວ້​ວອນ​ໃນ​ຍາມ​ກາງຄືນ​ຢູ່​ໃນ​ເມືອງ ​ແຕ່​ແຜນການ​ທີ່ຈະເດີນ
ຂະບວນ​ປະ​ທ້ວງ​ໄປຍັງໂຮງການ​ເມືອງ​ທີ່​ໄດ້​ວາງ​ແຜນ​ໄວ້ນັ້ນ ​ບໍ່​ໄດ້​ເກີດ​ຂຶ້ນ.

ພວກນັກເຄື່ອນໄຫວທີ່ທໍາການຊຸມນຸມ ພາກັນໄປສວດມົນຢູ່ວັດແຫ່ງນຶ່ງ ໃນ ຢັ້ງກຸ້ງ, ວັນທີ 27 ກັນຍາ 2011.
ພວກນັກເຄື່ອນໄຫວທີ່ທໍາການຊຸມນຸມ ພາກັນໄປສວດມົນຢູ່ວັດແຫ່ງນຶ່ງ ໃນ ຢັ້ງກຸ້ງ, ວັນທີ 27 ກັນຍາ 2011.

ການ​ປະ​ທ້ວງ​ນ້ອຍໆ​ເຊ່ນ​ນີ້​ ໄດ້​ເປັນ​ການ​
ໂຮມ​ຊຸມນຸມ​ກັນ​ຄັ້ງ​ທໍາ​ອິດ​ທີ່​ໄດ້ເກີດ​ຂຶ້ນ​ ນັບ
ແຕ່​ຄະນະລັດຖະບານທີ່​ປະກອບ​ດ້ວຍ​ພວກ
ພົນລະ​ເຮືອນພຽງແຕ່ຊື່ ຂຶ້ນ​ຄອງ​ອໍານາດ
ໃນ​ຕົ້ນ​ປີ​ນີ້​ມາ. ລັດຖະບານ​ໄດ້​ໃຫ້​ຄໍາ​ໜັ້ນ
ສັນຍາ​ໄວ້​ວ່າ​ ຈະ​ທໍາ​ການ​ປະຕິ​ຮູບ​ຕ່າງໆ ​
ແຕ່​ເຖິງ​ຢ່າງ​ໃດ​ລັດຖະບານ​ກໍຍັງ​ສືບ​ຕໍ່​ກັກ
ຂັງ​ພວກ​ນັກ​ໂທດ​ການ​ເມືອງ​ ຈໍານວນ​ກວ່າ
2 ພັນ​ຄົນ​ຢູ່.

ໃນ​ວັນ​ຈັນ​ວານ​ນີ້​ເຊ່ນ​ກັນ ກຸ່ມ​ມຽນມາ​ທີ່​
ອາ​ໄສ​ຢູ່​ໃນ​ຕ່າງປະ​ເທດ​ກຸ່ມ​ນຶ່ງ ໄດ້ຮຽກ
ຮ້ອງ​ໃຫ້​ລັດຖະບານ​ຮັບຜິດຊອບ​ໂດຍ​ເຕັມ​
ກ່ຽວກັບພວກ​ເດີນ​ຂະ​ບວນປະ​ທ້ວງ​ເພື່ອ
ປະຊາທິປະ​ໄຕ​ຈໍານວນ​ຫລາຍ​ກວ່າ 1600
ຄົນ ຊຶ່ງຫລາຍ​ຄົນ​ເປັນ​ພວກ​ພະສົງທີ່​ໄດ້​ຖືກ​ຈັບ​ກຸມ​ເມື່ອ 4 ປິຜ່ານ​ມາ​ ໃນ​ການປາບ​ປາມ​
ຢ່າງ​ຮຸນ​ແຮງ​ ໃນ​ລະຫວ່າງ​ການ​ປະຕິວັດ​ສີ​ສົ້ມ ຫລື Saffron Revolt ນັ້ນ.

ສະມາ​ຄົນ​ຊ່ອຍ​ເຫລືອ​ພວກ​ນັກ​ໂທດ​ການ​ເມືອງ​ທີ່ມີ​ຫ້ອງການ​ປະຕິບັດ​ງານ​ຢູ່​ໃນ​ໄທ ກ່າວ
ວ່າ ຕົນ​ໄດ້​ຮັບ​ເອກະສານ​ຂອງ​ລັດຖະບານ​ມຽນມາ​ທີ່​ຮົ່ວ​ໄຫລ​ອອກ​ມາສະ​ບັບນຶ່ງ ​ທີ່ສະ​ແດງ​
ໃຫ້​ເຫັນ​ວ່າ ພວກ​ປະ​ທ້ວງ​ຈໍານວນຫລາຍ​ກວ່າ 2 ພັນ​ຄົນ​ໄດ້​ຖືກ​ຈັບ​ກຸມ​ໃນ​ລະຫວ່າງ​ການ
ທັບ​ມ້າງ​ຂອງ​ລັດຖະບານ ຊຶ່ງ​ເປັນ​ຈໍານວນ​ຫລາຍ​ກວ່າ 2 ​ເທົ່າ​ຂອງ​ຈໍານວນ​ທີ່ຫລາຍ​ຄົນ​
ໄດ້​ຄຶດ​ໄວ້​ກ່ອນ​ນັ້ນ.

XS
SM
MD
LG