ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວໜຸ່ມມຽນມາປຸກລະດົມ ເພື່ອປະຊາທິປະໄຕ ໃນມຽນມາ


ກຸ່ມຊາວໜຸ່ມມຽນມາ ທີ່ເອີ້ນວ່າ 'Generation Wave' ພາກັນຮ້ອງເພງ ຕໍ່ຕ້ານລັດຖະບານທະຫານມຽນມາ.
ກຸ່ມຊາວໜຸ່ມມຽນມາ ທີ່ເອີ້ນວ່າ 'Generation Wave' ພາກັນຮ້ອງເພງ ຕໍ່ຕ້ານລັດຖະບານທະຫານມຽນມາ.

ນັບເປັນເວລາຫລາຍສິບປີມາແລ້ວ ທີ່ລັດຖະບານທີ່ກົດຂີ່ຂົ່ມເຫັງປະຊາຊົນຂອງມຽນມາໄດ້ ກະຕຸ້ນໃຫ້ພວກນັກເຄື່ອນໄຫວໃນທົ່ວໂລກ ທໍາການປະທ້ວງຕໍ່ພວກນັກການເມືອງ ແລະ ຢູ່ຕໍ່ໜ້າສະຖານທູດມຽນມາແຫ່ງຕ່າງໆ. ການປະທ້ວງຢູ່ພາຍໃນປະເທດເອງນັ້ນ ແມ່ນບໍ່ ສູ້ມີຂຶ້ນ ເນື່ອງຈາກການຖືກໂທດຢ່າງໜັກ. ເຖິງຢ່າງໃດກໍດີ ພວກເຄື່ອນໄຫວໄວໜຸ່ມກຸ່ມ ນ້ອຍໆກຸ່ມນຶ່ງພາກັນສ່ຽງໄພ ເພື່ອຊຸກຍູ້ໃຫ້ຄົນລຸ່ນເຂົາເຈົ້າ ທໍາການກົດດັນໃຫ້ມີລະບອບ ປະຊາທິປະໄຕໃນປະເທດ. ນາຍ Daniel Schearf ຜູ້ສື່ຂ່າວວີໂອເອ ລາຍງານມາຈາກ ຊາຍແດນໄທຕິດກັບມຽນມາ ດັ່ງສິງຈະນໍາລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

// ສຽງຫລີ້ນກີຕ້າແລະຮ້ອງເພງ...//

ຢູ່​ໃນ​ເຮືອນ​ຫລັງ​ນຶ່ງ​ໃນ​ໄທ ບໍ່​ໄກ​ຈາກ​ຊາຍ​ແດນ​ມຽນມາ ພວກ​ນັກ​ສິນລະປິນ​ໜຸ່ມຈຸ​ນຶ່ງ​ພາກັນ​ຮ້ອງ​ເພງ​ຕໍ່​ຕ້ານ​ການ​ເລືອກ​ຕັ້ງ​ທີ່​ເປັນ​ບັນຫາ​ຂັດ​ແຍ້​ງກັນ​ໃນ​ມຽນມາ​ ແລະ​ລັດຖະ ບານ​ທະຫານ​ ຢູ່​ທີ່ນັ້ນ.

ເຂົາ​ເຈົ້າພາກັນ​ຮ້ອງ​ເພງ​ວ່າ ລັດຖະບານ​ບໍ່​ນັບຖື​ກົດໝາຍ ສາສະໜາ ຫລື​ພວກ​ຍຸວະຊົນ​ຂອງ​ປະ​ເທດ. ​ເຂົາ​ເຈົ້າ​ເອີ້ນ​ເຂົາ​ເຈົ້າ​ເອງ​ວ່າ “ຄື້ນຟອງ​ແຫ່ງ​ຍຸກ​ສະ​ໄໝ” ​ແລະ​ເຂົາ​ເຈົ້າ​ບໍ່​ຢາກ​ໃຫ້​ເປີດ​ເຜີຍ​ຊື່​ຂອງ​ເຂົາ​ເຈົ້າ ເພາະວ່າ​ເຂົາ​ເຈົ້າ​ພາກັນ​ກັບ​ຄືນເມືອ​ມຽນມາ​ຢູ່​ເລື້ອຍໆ ​ເພື່ອ​ກະຈາຍ​ສານ​ຂອງ​ເຂົາ​ເຈົ້າ​ອອກ​ໄປ ທີ່​ວ່າລັດຖະບານ​ບໍ່​ຖືກຕ້ອງ​ຕາມ​ກົດໝາຍ ​ແລະ​ມຽນມາ​ຕ້ອງການ​ປະຊາທິປະ​ໄຕ.

ພວກ​ເຄື່ອນ​ໄຫວ​ຊາວ​ໜຸ່ມ​ເຫລົ່າ​ນີ້ ​ແມ່ນ​ພາກັນ​ເຮັດ​ວຽກ​ ໃນ​ຍາມ​ກາງຄືນ ​ຊຶ່ງ​ເປັນ​ເວລາທີ່​ພວກ​ເຂົາ​ເຈົ້າສາມາດ ​ຫລີກ​ລ່ຽງເຈົ້າ​ໜ້າ​ທີ່ ໄດ້​ດີກ​ວ່າ.

ທ້າວ ​ໂບ​ໂບ ຊຶ່ງ​ເປັນ​ຜູ້ນຶ່ງ​ໃນ​ບັນດາ​ຜູ້​ຈັດຕັ້ງ​ກຸ່ມ​ດັ່ງກ່າວ​ນີ້​ຂຶ້ນ​ມາ ກ່າວ​ວ່າ ​ໃນ​ມຽນມາ ພວກ​ສະມາຊິກ​ຂອງ​ເຂົ​າ​ເຈົ້າ​ພາກັນ​ໃຊ້ ​ແຜ່ນ CD ​ໃບ​ປີວ​ໂຄສະນາ​ແລະ ຂຽນ​ຄໍາ​ເວົ້າ​ໃສ່​ຕາມ​ຝາ​ ຕາມເດິ່ນ ຫລື​ບ່ອນ​ຕ່າງໆ ເພື່ອ​ກະຈາຍ​ຄໍາ​ຕໍາ​ໜິຕິຕຽນ​ຂອງ​ເຂົາ​ເຈົ້າ​ອອກ​ໄປ​ ຊຶ່ງ ທ້າ​ວໂບ​ໂບ ກ່າວ​ວ່າ:

"ພວກ​ເຮົາ​ບໍ່​ມີ​ເສລີພາບ​ໃນ​ການສະ​ແດງ​ອອກ​ຄວາມ​ຄິດ​ຄວາມ​ເຫັນ​ຫຍັງ​ເລີຍ. ຖ້າເຈົ້າ​ເວົ້າ​ຫຍັງ​ອອກ​ມາ ຖ້າ​ມີ​ຄົນ​ເຫັນ ຖ້າ​ເຈົ້າ​ໂອ້​ລົມ​ກັນ​ກ່ຽວ​ກັບການ​ເມືອງ​ ​ເລື້ອງ​ຫຍັງ​ກໍ​ຕາມ​ທີ່​ກ່ຽວ​ກັບ​ການ​ເມືອງ ​ເຈົ້າ​ກໍ​ສາມາດ​ຖືກ​ຈັບ​ກຸມ​ໄດ້​ຢ່າງງ່າຍໆ."

ຢູ່​ຕາມ​ຝາ​ເບື້ອງ​ນຶ່ງ​ຂອງ​ເຮືອນ​ຫລັງ​ນັ້ນ ​ມີ​ປ້າຍ​ ຫລື poster ທີ່​ມີຮູບ​ພາບຂອງ​ພວກ​ສະມາ ຊິກ​ຂອງ​ເຂົາ​ເຈົ້າ​ ຊຶ່ງ​ເວລາ​ນີ້​ກໍາລັງ​ຖືກ​ຂັງ​ຢູ​ໃນ​ຄຸກ​ມຽນມານັ້ນ. ທ່ານ​ໂບ​ໂບ ກ່າວ​ວ່າ ພວກ​ສະມາຊິກ​ຂອງ​ເຂົາ​ເຈົ້າ 21 ຄົນ​ຖືກ​ຂັງ​ຄຸກ ຍ້ອນທໍາ​ການ​ຕໍາ​ໜິຕິຕຽນ​ລັດຖະບານ. ຄໍາ​ອະທິບາຍ​ຢູ່​ກ້ອງຮູບ​ ບອກ​ໃຫ້​ຮູ້​ວ່າແຕ່ລະຄົນ ຖືກໂທດ​ຂັງ​ຄຸກ​ດົນ​ປານ​ໃດ ຊຶ່ງບາງ​ຄົນເປັນ ​ເວລາ​ຫລາຍ​ສິບ​ປີ​ກໍ​ມີ.

ພວກເຄື່ອນໄຫວຈາກກຸ່ມ Free Burma Coalition ທໍາການຊຸມນຸມປະທ້ວງ ຢູ່ຕໍ່ໜ້າສະຖານທູດມຽນມາ ທີ່ນະຄອນຫລວງມະນີລາ ຂອງປະເທດຟີລິບປິນ, ວັນທີ 17 ພະຈິກ 2010.
ພວກເຄື່ອນໄຫວຈາກກຸ່ມ Free Burma Coalition ທໍາການຊຸມນຸມປະທ້ວງ ຢູ່ຕໍ່ໜ້າສະຖານທູດມຽນມາ ທີ່ນະຄອນຫລວງມະນີລາ ຂອງປະເທດຟີລິບປິນ, ວັນທີ 17 ພະຈິກ 2010.

ສະມາຊິກ​ຄົນ​ນຶ່ງຂອງ​ກຸ່ມ Generation Wave ​ທີ່ເອີ້ນ​ລາວ​ເອງ​ວ່າ “Menu” ກ່າວ​ວ່າ
ພວກ​ທີ່ຢູ່​ໃນ​ຄຸກ​ນັ້ນ​ ຫລາຍ​ຄົນ​ແມ່ນ​ໝູ່​ເພື່ອນ​ຂອງ​ລາວ. ທ້າ​ວ​ Menu ​ເຄີຍຖື​ກຈັບ​ກຸ​ມມາ​ແລ້ວ
2 ​ເທື່ອ. ​ເທື່ອ​ຫລ້າ​ສຸດ​ລາວ​ຖືກ
ຈໍາ​ຄຸກເປັນ​ເວລາປີ​ປາຍຍ້ອນ​ໄດ້
ທໍາການຕິດ​ຕໍ່​ກັບ​ພວກ​ນັກ​ເຄື່ອນ
ໄຫວຄົນອື່ນໆເທົ່າ​ນັ້ນ.

// ສຽງພາສາມຽນມາ //

ທ້າວ Menu ​ເວົ້າ​ວ່າ ລາວ​ຢ້ານ​ວ່າ​ລາວ​ຈະ​ຖືກ​ຂັງ​ຄຸກ​ອີກ. ​ເພາະວ່າ​ລາວ​ເຄີຍຖືກ​ຈັບມາ​ກ່ອນ​ແລ້ວ ​ລາວຈຶ່ງ​ຢ້ານ​ຕື່ມຂຶ້ນ​ອີກ. ​ແຕ່​ລາວ​ຕັ້ງ​ຄໍາ​ຖາມ​ຂຶ້ນ​ມາ​ວ່າ ຖ້າ​ພວກ​ເຮົາ​ຢ້ານ​ຖືກ​ຈັບ​ ​ແລະ​ກໍ​ພາກັນ​ໜີ​ອອກ​ມາ​ໝົດ ແລ້ວແມ່ນ​ໃຜ​ຈະ​ທໍາ​ການຕໍ່ສູ້
ຕໍ່​ໄປ​ ຊຶ່ງ​ລາວ​ກ່າວ​ວ່າ ບໍ່​ມີ​ໃຜ​ດອກ ທີ່​ຈະ​ຕໍ່ສູ້​ເພື່ອ​ປະ​ເທດ​ຂອງ​ເຂົາ​ເຈົ້າ.

ສະມາຊິກ​ຂອງ​ກຸ່ມ Generation Wave ອີກ 2 ຄົນ​ໃຊ້​ສໍ​ຂາວ​ຂຽນ​ໃສ່ທາງ​ຈອດ​ລົດ​ໃຫ້​ເບິ່ງ ​ເພື່ອ​ສະ​ແດງໂຕ​ຢ່າງ​ຂອງ​ຄໍາເວົ້າ​ປະ​ທ້ວງ​ ​ທີ່ພວກ​ເຂົາ​ເຈົ້າລັກ​ຂຽນ ​ໃນ​ທີ່​ຕ່າງໆ ຢູ່ໃນ​ມຽນມາ​ນັ້ນ. ເຂົາ​ເຈົ້າ​ຂຽນ ​ປີ 2010 ໂດຍແຕ້ມ​ຮູບກະ​ໂຫລ​ກຫົວ​ຄົນ​ ອ້ອມໂຕ​ເລກ ​ແລະ​ໃຊ້​ຄໍາ​ວ່າ “ຄັດ​ເລືອກ” ​ແທນ​ຄໍາວ່າ ​ເລືອກຕັ້ງ ຊຶ່ງ​ບໍ່​ເປັນ​ຄໍາ​ຕໍາ​ໜິຕິຕຽນ​ທີ່​ອ້ອມ​ຄ້ອມ​ປານ​ໃດ ຕໍ່ການ​ເລືອກ​ຕັ້ງ​ຄັ້ງ​ທໍາ​ອິດ​ຂອງ​ມຽນມາ​ ໃນ​ຮອບ​ສອງ​ທົດ​ສະ​ວັດ​ຜ່ານ​ມາ.

ລັດຖະບານ​ກ່າວ​ວ່າ ການ​ປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ວັນ​ທີ 7ພະຈິກ​ເດືອນ​ແລ້ວ​ນີ້ແມ່ນ​ພາກສ່ວນ​ນຶ່ງ​ຂອງ​ແຜນການ​ເພື່ອ​ຫັນປ່ຽນ​ປະ​ເທດ​ກັບ​ຄືນສູ່​ການ​ປົກຄອງຂອງ​ພວກ​ພົນລະ​ເຮືອນ​ ຫລັງ​ຈາກ​ພວກ​ລັດຖະບານ​ທະຫານປົກຄອງ​ປະ​ເທດ​ ມາ​ໄດ້ເກືອບ 50 ປີ.

ແຕ່​ພວກ​ຕໍາ​ໜິຕິຕຽນ​ເອີ້ນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້ ວ່າ​ເປັນ​ການ​ເລືອກ​ຕັ້ງ​ຈອມ​ປອມ ທີ່ເຮັດໃຫ້​ອໍານາດ​ຂອງພວກ​ທະຫານ​ ໝັ້ນຄົງ​ຍິ່ງ​ຂຶ້ນ​ໄປ​ອີກ.

ທ່ານນາງ ອອງ ຊານ ຊູ ຈີ ຜູ້ນໍາປະຊາທິປະໄຕ ໃນມຽນມາ.
ທ່ານນາງ ອອງ ຊານ ຊູ ຈີ ຜູ້ນໍາປະຊາທິປະໄຕ ໃນມຽນມາ.

ນອກ​ຈາກ​ຮູບ​ຂອງ​ພວກ​ນັກ​ເຄື່ອນ​ໄຫວ​ທີ່​ຖືກ​ຄຸກ​ນັ້ນ​ແລ້ວ
ຢູ່​ຕາມ​ຝາເຮືອນ​ຫລັງ​ນັ້ນ ​ແລະ
ຢູ່​ທາງ​ຂ້າງຂອງ guitars ຂອງ​
ເຂົາ​ເຈົ້າ​ ກໍ​ມີຮູບຖ່າຍ​ຂອງ​ທ່ານ​
ນາງ​ອອງຊານ​ຊູ​ຈີ ຜູ້​ນໍາ​ເພື່ອປະ​
ຊາທິປະ​ໄຕ​ໃນ​ມຽນມາຕິດ​ຢູ່​ນໍາ.

ລັດຖະບານ​ໄດ້​ຫ້າມ​ທ່ານ​ນາງ​ອອງຊານ​ຊູ​ຈີ​ ເຂົ້າ​ຮ່ວມ​ໃນ​ການ​ເລືອກ​ຕັ້ງ ​ແລະ​ຍຸບ​ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ​ຂອງ​ທ່ານ​ນາງ ທີ່​ໄດ້ຄັດຄ້ານ​ບໍ່​ເຂົ້າ​ຮ່ວມ​ໃນ​ການ​ເລືອກ​ຕັ້ງ.

ທ່ານ​ນາງໄດ້ຖືກ​ປ່ອຍ​ອອກ​ຈາກ​ການ​ຖືກກັກ​ໂຕ​ໃຫ້​ຢູ່ແຕ່ໃນ​ບໍລິ​ເວນ​ບ້ານ​ເຮືອນ​ມາ 7 ປີ ຫລັງ​ຈາກ​ການ​ເລືອກ​ຕັ້ງ ຜ່ານ​ພົ້ນ​ໄປ​ໄດ້ ພຽງ​ 1 ສັບປະດາ.

ທ້າວ Menu ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ຮັບ​ຄວາມ​ດົນ​ຈິດດົນ​ໃຈ​ ຈາກ​ທ່ານ​ນາງ​ອອງ ຊານ​ຊູ​ຈີ ຜູ້​ທີ່​ໄດ້​ຮັບ​ລາງວັນ​ໂນ​ແບລ​ຂະ​ແໜງ​ສັນຕິພາບ ຍ້ອນ​ທ່ານ​ນາງ​ໄດ້​ກ່າວວ່າ ມຽນມາບໍ່​ສາມາດ​ເປັນ​ປະ​ເທດ​ເສລີ​ຢ່າງ​ແທ້​ຈິງ​ໄດ້ ຕາບ​ໃດ​ທີ່ປະຊາຊົນ​ຍັງ​ມີ​ຄວາມ​ຢ້ານ​ກົວ​ຢູ.

// ສຽງພິມດີດ //

ທ້າວ​ໂບ​ໂບ ກ່າວ​ວ່າ ​ເຂົາ​ເຈົ້າ​ໃຊ້ເວັບໄຊ້ຂອງ​ເຂົາ​ເຈົ້າ ​ແລະ​ການສະ​ແດງ​ອອກ​ໃນ​ທາງສິນ
ລະ​ປະ ເພື່ອ​ຮຽກຮ້ອງ​ໄປ​ຍັງ​ພວກ​ຊາວ​ໜຸ່​ມຂອງ​ມຽນມາ​ ໃຫ້​ເຂົາ​ເຈົ້າ​ຊອກ​ຮຽນ​ຮູ້​ກ່ຽວ​ກັບ
ສະພາບ​ການ​ໂຕ​ຈິງ​ຂອງ​ປະ​ເທດ ​ແລະ​ໃຫ້​ເອົາ​ຊະນະ​ຄວາມ​ຢ້ານ​ກົວ​ຂອງ​ເຂົາ​ເຈົ້າ ​ແລະ​ກົດ ​ດັນ​ໃຫ້​ມີປະຊາທິປະ​ໄຕ.

"ພວກ​ເຮົາ​ບໍ່​ສາມາດ​ຈະ​ເວົ້າ​ໄດ້​ວ່າ ດົນຕີ​ຈະ​ສາມາດປ່ຽນ ​ແປງ​ປະ​ເທດ​ຂອງ​ພວກ​ເຮົາ​ໄດ້ ຫລື​ວ່າ​ມີ​ແຕ່​ດົນຕີ​ເທົ່າ​ນັ້ນ​ທີ່​ຈະ​ໃຫ້​ມີ​ການ​ປ່ຽນ​ແປງໄດ້. ບໍ່ ພວກ​ເຮົາ​ເວົ້າ​ບໍ່​ໄດ້ ​ແຕ່ມັນ​ກໍ​ເປັນສິ່ງ​ນຶ່ງ​ ທີ່​ພວກ​ເຮົາ​ຈໍາ​ເປັນຕ້ອງໄດ້ເຮັດ ຕ້ອງ​ໄດ້ທໍາ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງຫລາຍ​ອັນ ຈາກ​ຫລາຍ​ແງ່​ຫລາຍ​ມຸມ ຫລາຍທັດສະນະ​ ແລະ​ຖ້າ ສິ່ງ​ເຫລົ່າ​ນັ້ນ​ທັງ​ໝົດເຂົ້າ​ມາ​ຮວມກັນ ພວກ​ເຮົາ​ກໍ​ຈະ​ສາມາດຊຸກຍູ້​ມັນ​ໄດ້ ຂ້ອຍ​ເຊື່ອ​ໃນ​ເລື່ອງ​ນີ້."

// ສຽງກີຕ້າ //

ເນື້ອ​ໃນ​ຂອງ​ເພງ​ນີ້ ​ແມ່ນປະນາມ​ພວກ​ທະ​ທານ​ທີ່ເຂັ່ນຂ້າ​ປະຊາຊົນ​ແລະ​ລະ​ເມີດ​ສິດທິ​ຂອງ​ເຂົາ​ເຈົ້າ​.

ເຖິງ​ແມ່ນພວກ​ທະຫານ​ຈະກໍາ​ອໍານາດ​ຢ່າງ​ເຄ່ງ​ຄັດ ຢູ່​ໃນປະ​ເທດ​ຢູ່​ກໍ​ຕາມ ​ແຕ່​ພວກ​ສະມາຊິກ​ຂອງ​ກຸ່ມ Generation Wave ກໍພາກັນ​ຕັ້ງ​ຄວາມ​ຫວັງ​ໄວ້​ວ່າ ຕາບ​ໃດ​ພວກເຂົາ​ເຈົ້າທໍາການ ​ຕໍ່ສູ້​ຕໍ່​ໄປ ມຽນມາ ​ໃນ​ມື້​ນຶ່ງ ​ກໍ​ຈະ​ກາຍ​ເປັນ​ປະ​ເທດ​ທີ່​ມີ​ລະບອບ​ປະຊາທິປະ​ໄຕ​ ຢ່າງ​ແທ້​ຈິງ.

XS
SM
MD
LG