ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ສະ​ພາ ສະ​ຫະ​ລັດ ເລື່ອນ​ການ​ອະ​ພິ​ປາຍ ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ ແກ່​ມຽນ​ມາ ໄປ​ໃສ່​ຕົ້ນ​ປີ 2024


ຕຶກ​ຫໍ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ. (Diaa Bekheet/VOA)
ຕຶກ​ຫໍ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ. (Diaa Bekheet/VOA)

ການ​ອະ​ພິ​ປາຍ ​ກ່ຽວ​ກັບ​ ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ແກ່​ມຽນ​ມາ ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂຢ່າງ​ໜ້ອຍ​ຈົນ​ເທົ່າ​ຮອດ​ຕົ້ນ​ປີ​ໜ້າ ໃນ​ຂະ​ນະ​ທີ່​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ອີກ​ຄັ້ງ​ນຶ່ງ​ໃນ​ອາ​ທິດນີ້ ໄດ້​ເລື່ອນ​ການ​ຮັບ​ຮອງ​ເອົາ​ງົບ​ປະ​ມານ​ຂັ້ນ​ສຸດ​ທ້າຍ​ສຳ​ລັບ​ປີ 2024.

ເປັນ​ທີ່​ຄາດ​ກັນ​ວ່າ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດຈະຮັບ​ຮອງ​ເອົາ​ການ​ແກ້​ໄຂ​ໄລ​ຍະ​ສັ້ນ ໂດຍ​ຈະສືບ​ຕໍ່ໃຫ້​ທຶນ​ສະ​ໜັບ​ສະ​ໜຸນ​ລັດ​ຖະ​ບານ​ໃນ​ລະ​ດັບ​ປັດ​ຈຸ​ບັນ​ໄປ​ຈົນ​ຮອດ​ຕົ້ນ​ປີ​ໜ້າ ທີ່​ຮວມ​ທັງ​ຮ່າງ​ກົດ​ໝາຍ​ພະ​ມ້າ ຊຶ່ງ​ໄດ້​ຖືກ​ຮັບ​ຜ່ານ ໃນ​ຖາ​ນະ​ທີ່​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ອະ​ນຸ​ມັດ​ດ້ານ​ປ້ອງ​ກັນ​ປະ​ເທດ ຫລື NDAA ປີ 2023.

ແຕ່​ຮ່າງ​ງົບ​ປະ​ມານ​ປີ 2024 ຈຳ​ເປັນຈະ​ຕ້ອງ​ໄດ້​ຮັບ​ການ​ປະ​ນີ​ປະ​ນອມ​ໂດຍ​ສະ​ພາ​ສູງ​ແລະ​ສະ​ພາ​ຕ່ຳກ່ຽວ​ກັບ​ຄວາມ​ແຕກ​ຕ່າງ​ກັນ​ເພື່ອ​ຈະ​ດຳ​ເນີນ​ການ​ກ່ຽວ​ກັບ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ແກ່​ມຽນ​ມາ ຊຶ່ງ​ຍັງ​ຮູ້​ກັນ​ໃນ​ອີກ​ຊື່​ນຶ່ງວ່າ​ພະ​ມ້ານັ້ນ.

ງົບ​ປະ​ມານ​ສະ​ບັບ​ປີ 2024 ທີ່​ຮ່າງ​ຂຶ້ນ​ໂດຍ​ພັກ​ເດ​ໂມ​ແຄ​ຣັດ​ໃນ​ສະ​ພາ​ສູງນັ້ນ​ຈະ​ໃຫ້​ເງິນ​ຊ່ວຍ​ເຫຼືອເພີ້ມ​ຕື່ມ​ທາງ​ດ້ານມະ​ນຸດ​ສະ​ທຳ​ແລະ​ຊຸກ​ຍູ້​ໂຄງ​ການ​ປະ​ຊາ​ທິ​ປະ​ໄຕ​ຢູ່​ໃນ​ມຽນ​ມາ.

ແຕ່​ພວກ​ນັກ​ເຄື່ອນ​ໄຫວ​ໄດ້​ສ​ະ​ແດງ​ຄວາມ​ເປັນ​ຫ່ວງ​ກ່ຽວ​ການ​ຊັກ​ຊ້າ​ແລະ​ຮ່າງ​ງົບ​ປະ​ມານ​ສະ​ບັບ​ທີ່​ໄດ້​ມີ​ການ​ຮັບ​ຮອງ​ເອົາ​ໂດຍ​ສະ​ພາ​ຕ່ຳທີ່​ພັກ​ຣີ​ພັບ​ບ​ລີ​ກັນ​ກຳ​ສຽງ​ສ່ວນ​ຫາຍ ທີ່​ຈະ​ຕັດ​ເງິນ​ສຳ​ລັບ​ບາງ​ໂຄງ​ການ.

ອ່ານ​ຂ່າວນີ້​ຕື່ມ​ເປັ​ນ​ພາ​ສາ​ອັງ​ກິດ

XS
SM
MD
LG