ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນມ້າຍັງສືບຕໍ່ ໃຊ້ແຮງງານແບບບັງຄັບ


ພວກ​ນັກ​ເຄື່ອນ​ໄຫວ​ແຮງ​ງານ​ສາກົນ ​ລາຍ​ງານ​ໃນ​ວັນ​ອາທິດ​
ວານ​ນີ້ວ່າ ທະຫານ​ມຽນມ້າ​ຍັງນຳໃຊ້ແຮງ​ງານ​ແບບ​ບັງຄັບຢູ່.

ທ່ານ Steve Marshall ​ເຈົ້າ​ໜ້າ​ທ່ີ​ຝ່າຍ​ຕິດ​ຕໍ່​ຂອງອົງການ
ແຮງງານ ສາກົນ​ຂອງສະຫະ​ປະຊາ​ຊາດ ​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ

ທ່ີນະຄອນ​ເຈ​ນີ​ວາວ່າ ບໍ່​ມີ​ຫລັກ​ຖານ​ໃດໆ​ທ່ີ​ສະ​ແດງວ່າ​ ​ໄດ້ມີ​ການ​ປ່ຽນ​ແປງ​ໃນ
ການ​ໃຊ້​ແຮງ​ງານ​ແບບບັງຄັບ​ໂດຍ​ພວກ​ທະຫານ​ມຽນມ້ານັ້ນ.

ເຖິງ​ຢ່າງ​ໃດ​ກໍ​ດີ ທ່ານ Marshall ກ່າວ​ວ່າ ມີ​ຮ່ອງຮອຍທ່ີ​ສະ​ແດງ​ໃຫ້​ເຫັນ​ວ່າ
ການ​ໃຊ້​ແຮງ​ງານ​ແບບ​ບັງຄັບມາ​ເປັນ​ລະບົບ​ໂດຍ​ພວກເຈົ້າ​ໜ້າ​ທ່ີພົນລະ​ເຮືອນ
ກຳລັງ​ຜ່ອນຄາຍ​ລົງ​ໃນ​ບາງເຂດ.

ໃນ​ປີ 2007 ລັດຖະບານ​ທະຫານ​ມຽນມ້າ ​ໄດ້​ຍິນ​ຍອມ​ຕໍ່​ການ​ກົດດັນ​ຈາກ​
ອົງການ​ແຮງ​ງານ​ຂອງສະຫະ​ປະຊາ​ຊາດ ​ແລະ​ອະນຸມັດ​ໃຫ້ເຈົ້າ ​ໜ້າ​ທ່ີ​ທ່ານ​ນຶ່ງ
ທີ່​ປະຈຳ​ຢູ່​ນະຄອນ​ຢ້າງ​ກຸ້ງ ຮັບ​ຟັງ​ຄຳ​ຈົ່ມ​ວ່າຈາກ​ພວກ​ທ່ີ​ໄດ້​ຕົກ​ເປັນ​ເຫຍື່ອ​ແຮງ​
ງານ​ແບບ​ບັງຄັບ​ນັ້ນ.

ແຕ່​ພ້ອມ​ກັນ​ນີ້ ອົງການ​ແຮງ​ງານ​ສາກົນ​ກໍໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ປ່ຽນ​ແປງ​
ບາງ​ພາກສ່ວນຂອງ​ລັດຖະທຳ​ມະນູນແລະ​ກົດໝາຍຫລາຍສະບັບ​ ​ຂອງ​ມຽນມ້າ
ທ່ີ​ອະນຸ​ໂລມ​ໃຫ້​ມີ​ການ​ໃຊ້ແຮງ​ງານ​ແບບ​ບັງຄັບ​ນັ້ນ.

XS
SM
MD
LG