ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຕາຍ 2 ແລະບາດເຈັບ 8 ຍ້ອນລະເບີດທີ່ມຽນມ້າ


ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ລະ​ເບີດ​ລູກ​ນຶ່ງ​ໄດ້​ແຕກ​ຂຶ້ນ​ໃນ​ຕະຫລາດແຫ່ງ​ນຶ່ງ ທີ່​ມີ​ຜູ້​ຄົນ​ໜາ​ແໜ້ນ ​ໃນ​ເມືອງ​ຊາຍ​ແດນແຫ່ງ​ນຶ່ງ​ຂອງມຽນມ້າ​ໃນ​ແລງ​ວັນສຸກ​ວານ​ນີ້ ​ເປັນ​ເຫດ​ໃຫ້​ຜູ້​ຄົນ​ເສຍ​ຊີວິດ​ໄປ 2 ຄົນ​ແລະ​ບາດ​ເຈັບ​ຕື່ມ​ອີກ ​ຢ່າງ​ນ້ອຍ 8 ຄົນ.


ລູກ​ລະ​ເບີດ​ດັ່ງກ່າວ​ໄດ້​ແຕກ​ຂຶ້ນ​ຢູ່​ໃກ້ໆ​ກັບ​ຕະຫລາດ​ແລງ​ຂາຍ​ຂອງ​ຖືກ​ແຫ່ງ​ນຶ່ງ ​ໃນ​ເມືອງ Myawaddy ​ຕັ້ງ​ຢູ່​ໃນ​ຟາກ​ແມ່​ນໍ້າ​ສາຍ​ນຶ່ງ ​ກົງກັນຂ້າມ ​ກັບ​ໄທ. ຍັງ​ບໍ່​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ການ​ໂຈມ​ຕີ​ນີ້​ມີ​ສ່ວນພົວພັນ​ກັບ​ການ​ກໍ່​ອາຊະຍາ​ກໍາ ຫລື​ການ​ຕໍ່ສູ້​ກັນ​ລະຫວ່າງ​ທະຫານ ຂອງ​ມຽນມ້າ​ ແລະ​ຊົນກຸ່ມ​ນ້ອຍ​ເຜົ່າ​ກະຫລ່ຽງທີ່​ພະຍາຍາມ​ທໍາການ​ຕໍ່ສູ້​ເປັນ​ປະ​ເທດ​ເອກ​ ກະລາດ​ນັ້ນ ຫລື​ບໍ?


ລະ​ເບີດ​ນີ້​ແຕກ​ຂຶ້ນ​ໃນ​ມື້ກ່ອນ​ວັນ​ຄົບຮອບ​ປີ​ຂອງ​ການ​ລຸກ​ຮື​ຂຶ້ນ​ຂອງປະຊາຊົນ​ໃນ​ມຽນມາ ​ອັນ​ທີ່​ເອີ້ນ​ກັນ​ວ່າວັນ​ທີ 8 ​ເດືອນ 8 ປີ 1988 ນັ້ນ ຊຶ່ງ​ໄດ້​ຍຸດຕິ​ລົງ​ຫລັງ​ຈາກ​ປະຊາຊົນຫລາຍ​ຮ້ອຍ​ຄົນ​ເສຍ​ຊີວິດ ​ແລະ​ອີກ​ຫລາຍ​ພັນ​ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ປາບ​ປາມ​ຢ່າ​ງນອງ​ເລືອດ​ຂອງ​ພວກ​ທະຫານ​ນັ້ນ.

XS
SM
MD
LG