ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອັງກິດ, ສປຊ, ສຫລ ຮຽກຮ້ອງ ຕໍ່ມຽນມາ


ອັງກິດ​ໄດ້ຮ່ວມກັບ​ສະຫະ​ປະຊາ​ຊາດ​ແລະ​ລັດຖະບານ​ກຸງ​ວໍຊິງ​ຕັນ ​ໃນ​ການ​ຮຽກຮ້ອງ​ໃຫ້ ​ພວກ​ຜູ້​ນໍາ​ທະຫານ​ມຽນມາປ່ອຍໃຫ້​ມີ​ການ​ເລືອກ​ຕັ້ງ​ທີ່​ເສລີ​ແລະ​ຍຸຕິ​ທໍາ ໃນ​ທ້າຍ​ປີ​ນີ້.

ທ່ານ Jeremy Browne ລັດຖະມຸນຕີ​ຕ່າງປະ​ເທດ​ອັງກິດ​ໄດ້​ອອກ​ຖະແຫລ​ງການ​ ຕອບ​ຄໍາ​ປະກາດ​ຂອງ​ລັດຖະບານ​ມຽນມາ ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້​ ທີ່ວ່າການ​ປ່ອນ​ບັດ​ເລືອກ​ຕັ້ງທີ່​ລໍຖ້າ ກັນມາ​ເປັນ​ເວລາ​ດົນ​ນານ​ ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 7 ພະຈິກ​ນັ້ນ.


ທ່ານ Browne ກ່າວວ່າ ການ​ເລືອກ​ຕັ້ງ​ຈະບໍ່​ມີ​ຄວາມ​ຖືກຕ້ອງ​ຕາມ​ກົດໝາຍ ຫລືໄດ້​ຮັບ​ການເຊື່ອ​ຖືຈາກ​ນາໆ​ຊາດ ນອກຈາກ​ວ່າຈະ​ມີ​ການປ່ອຍໂຕ​ພວກ​ນັກ​ໂທດ​ການ​ເມືອງ​ຂອງ​ມຽນມາ​ທັງ​ໝົດ ​ແລະ​ອະນຸຍາດ​ໃຫ້​ເຂົາ​ເຈົ້າ​ເຂົ້າປະກອບສ່ວນໂດຍ​ເຕັມ​ ໃນ​ຂັ້ນ​ຕອນການ​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ​ ແລະ​ການ​ປ່ອນ​ບັດ​ເທົ່າ​ນັ້ນ.

ທ່ານ​ນາງ​ອອງຊານ​ຊູ​ຈີ ຜູ້​ນໍາ​ພັກ​ຝ່າຍ​ຄ້ານ​ທີ່ກໍາລັງ​ຖືກ​ກັກ​ຢູ່​ໃນ​ບໍລິເວນບ້ານ​ເຮືອນ ​ຢູ່​ໃນ​ປັດຈຸບັນ​ ມີກໍາໜົດ​ຈະ​ຖືກ​ປ່ອຍ​ໂຕ​ໃນ​ເວລາ 1 ສັບປະດາ​ຫລັງ​ຈາກ​ການ​ປ່ອນ​ບັດ​ເລືອກ​ຕັ້ງ ດັ່ງ​ນັ້ນ ທ່ານ​ນາງ​ຈະ​ບໍ່ມີ​ໂອກາດ​ໄດ້​ໄປ​ລົງ​ຄະ​ແນນ​ສຽງ​ເລືອກ​ຕັ້ງ.ບັນດາ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ ກ່າວວ່າ ກໍາໜົດ​ເວລາ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ນີ້ ປາກົດ​ວ່າ ​ເປັນຄວາມ​ພະຍາຍາມ​ ໂດຍ​ເຈດ​ຕະນາ​ເພື່ອ​ບໍ່ໃຫ້​ທ່ານ​ນາງ​ອອງຊານ​ ​ໄດ້ເຂົ້າ​ປະ​ກອບ​ສ່ວນ​ນໍາ.


ທ່ານ​ພັນ​ກິ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດໄດ້ຮຽກຮ້ອງໄປ​ຍັງ ທາງການ​ມຽນມາ ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ​ໃຫ້​ປ່ອຍ​ພວກ​ນັກ​ໂທດ​ການ​ເມືອງ​ທັງ​ໝົດ​ໂດຍ​ບໍ່​ມີ​ການ​ຊັກ​ຊ້າ ​ເພື່ອ​ວ່າ ​ພວກ​ນັກ​ໂທ​ດ​ເຫລົ່ານີ້ຈະ​ສາມາດ​ເຂົ້າປະກອບສ່ວນ​ໃນ​ຊີວິດ​ການ​ເມືອງ​ຂອງ​ປະ​ເທດ​ໄດ້.


ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ກໍ​ໄດ້​ທໍາ​ການ​ຮຽກຮ້ອງ​ໃຫ້​ປ່ອຍ ​ພວກ​ນັກ​ໂທດ​ການ​ເມືອງມຽນມາເຊັ່ນກັນ ໂດຍ​ກ່າວ​ວ່າ ການ​ເລືອກ​ຕັ້ງ​ຈະບໍ່​ຄົບ​ຖ້ວນ​ຫລືໜ້າ​ເຊື່ອ​ຖື​ໄດ້ ​ພາຍ​ ໃຕ້​ສະຖານະ​ການ​ໃນ​ປັດຈຸບັນ.

XS
SM
MD
LG