ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໒ ມັງກອນ ໒໐໒໕

ອອສເຕຣເລຍ ຈະທຳການສືບສວນ ອົບພະຍົບມຽນມາຄົນນຶ່ງ


ແຜນທີ່ອອສເຕຣເລຍ
ແຜນທີ່ອອສເຕຣເລຍ

ລັດຖະບານ​ອອສ​ເຕຣ​ເລຍ​ກ່າວ​ວ່າ ຕໍາຫລວດ​ຈະ​ທໍາ​ການ​ສືບສວນ​ສອບ​ສວນ​ຄໍາ​ກ່າວ​ອ້າງ​ຂອງ​ຊາວ​ອົບ​ພະຍົບມຽນມາ​ຄົນ​ນຶ່ງ​ທີ່ອາ​ໄສ​ຢູ່​ໃນ​ປະ​ເທດ​ທີ່​ວ່າ​ຜູ້ກ່ຽວ​ໄດ້​ສັງຫານ​ພວກ​ນັກ​ການ​ເມືອງ​ຝ່າຍ​ຄ້ານ​ຫລາຍ​ສິບ​ຄົນ ໃນ​ມຽນມາ​ນັ້ນ.

ນາຍ Htoo Htoo Han ກ່າວ​ກັບ​ສື່​ມວນ​ຊົນ​ອອສ​ເຕຣ​ເລຍ​ວ່າ ລາວ​ໄດ້​ສັງຫານ​ປະຊາຊົນ 24 ຄົນ​ແລະ​ໄດ້​ພົວພັນ​ໂດຍ​ທາງ​ອ້ອມ​ໃນ​ການຄາດຕະກໍາ​ປະຊາຊົນຕື່ມ​ອີກ​ປະມານ 100 ຄົນ ກ່ອນ​ເດີນທາງ​ມາ​ຍັງອອສ​ເຕຣ​ເລຍ​ໃນ​ນາມ​ອົບ​ພະຍົບ​ໃນ​ປີ 1996 ນັ້ນ. ນາຍ Htoo Htoo Han ​ໄດ້​ໃຫ້​ລາຍ​ຊື່​ພວກ​ທີ່ຜູ້ກ່ຽວ​ສັງຫານ 24 ຄົນ​ນັ້ນ

ແກ່​ອົງການ​ຂ່າວ AP ອອສ​ເຕຣ​ເລຍ ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ດີ​ອົງການ​ຂ່າວ AAP ກ່າວ​ວ່າ ບໍ່​ມີ​ທາງ​ເປັນ​ໄປ​ໄດ້​ທີ່​ຈະ​ພິສູດຄວາມ​ຈິງ​ກັບ​ແຫ​ລ່ງຂ່າວ​ອື່ນໆ​ກ່ຽວ​ກັບ​ການ​ຮັບ​ສາລະພາບ​ຂອງ​ຜູ່​ກ່ຽວທີ່​ວ່າ​ໄດ້​ສັງຫານພວກຜູ້​ຄົນ​ເຫລົ່າ​ນີ້.

ນາຍ Han ກ່າວ​ວ່າ ລາວ​ທໍາ​ການ​ຄາດ​ຕະກໍາ​ດັ່ງກ່າວ​ໃນ​ຂະນະ​ທີ່ເຮັດ​ວຽກ​ເປັນ​ນັກ​ສືບ​ລັບ​ໃຫ້​ກອງທັບ​ລັດຖະບານ​ມຽນມາ​ໃນ​ທ້າຍ​ຊຸມ​ປີ1980 ນັ້ນ.

ນັບ​ຕັ້ງ​ແຕ່​ມາ​ຢູ່​ໃນ​ອອສ​ເຕຣ​ເລຍ ນາຍ Htoo Htoo Han ​ໄດ້​ທໍາ​ການປຸກລະດົມ​ຕໍ່ຕ້ານ​ການລະ​ເມີດ​ສິດທິ​ມະນຸດ​ຕ່າງໆ​ໃນ​ບ້ານ​ເກີດ​ເມືອງນອນ​ເກົ່າ​ຂອງ​ລາວ ​ແລະ​ໄດ້​ກາຍ​ມາ​ເປັນ​ບຸກຄົນ​ທີ່​ມີ​ຊື່​ສຽງ​ຄົນນຶ່ງ​ໃນ​ປະຊາ​ຄົມ​ອົບ​ພະຍົບມຽນມາ​ນັ້ນ ​ແລະ​ເວລາ​ນີ້​ລາວ​ໄດ້​ເປັນ​ສັນຊາດ​ອອສ​ເຕຣ​ເລ​ຍ​ແລ້ວ.

ນາຍ Htoo Htoo Han ຊຶ່ງ​ເປັນ​ພໍ່​ແລະ​ມີ​ລູກ 3 ຄົນ ກ່າວ​ວ່າ ລາວໄດ້​ເວົ້າເລື້ອງ​ນີ້​ອອກ​ມາ​ກໍ​ເພາະວ່າ ລາວ​ບໍ່ສາມາດທີ່ຈະ​ດໍາລົງ​ຊີວິດ​ຕໍ່​ໄປ​ໄດ້​ຍ້ອນ​ຄວາມ​ຜິດ​ຂອງ​ລາວ ​ແລະ​ກ່າວ​ຕໍ່​ໄປ​ວ່າ ລາວ​ຮູ້ສຶກ​ໂຕ​ວ່າການ​ຍອມຮັບ​ຜິດ​ຂອງ​ລາວ​ອາດ​ຈະ​ພາ​ໃຫ້​ລາວ​ຕິດ​ຄຸກ​ກໍ​ເປັນ​ໄດ້.

ທ່ານ​ນາງ Julie Bishop ໂຄສົກ​ໃນ​ດ້ານ​ກິດຈະການ​ຕ່າງປະ​ເທດຝ່າຍ​ຄ້ານ​ຂອງ​ອອສ​ເຕຣ​ເລຍ​ຮຽກຮ້ອງ​ໃຫ້​ນໍາ​ເລື້ອງ​ນີ້​ໄປສະ​ເໜີ​ຕໍ່​ສານອາຍານາໆ​ຊາດ.

ຕໍາຫລວດ​ອອສ​ເຕຣ​ເລຍ​ກ່າວ​ວ່າ ​ເວລາ​ນີ້​ເຂົາ​ເຈົ້າ​ກໍາລັງ​ພິຈາລະນາຈະ​ເອົາ​ບາດກ້າວ​ໃດ​ດີ​ກ່ຽວ​ກັບ​ເລື້ອງ​ນີ້.

XS
SM
MD
LG