ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະຊາຊົນມຽນມາ ຫລາຍພັນຄົນ ອອກມາສະແດງ ການສະໜັບສະໜຸນ ຕໍ່ທ່ານນາງອອງຊານຊູຈີ (ເບິ່ງວີດີໂອ)


ທ່ານນາງອອງຊານຊູຈີ ກ່າວຕໍ່ບັນດາພວກຜູ້ສະໜັບສະໜຸນທ່ານທີ່
ເມືອງ Kawhmu, ມຽນມາ, ຂະນະທີ່ທ່ານນາງອອກໂຄສະນາຫາສຽງ
ເລືອກຕັ້ງ, ວັນທີ 12 ກຸມພາ 2012.
ທ່ານນາງອອງຊານຊູຈີ ກ່າວຕໍ່ບັນດາພວກຜູ້ສະໜັບສະໜຸນທ່ານທີ່ ເມືອງ Kawhmu, ມຽນມາ, ຂະນະທີ່ທ່ານນາງອອກໂຄສະນາຫາສຽງ ເລືອກຕັ້ງ, ວັນທີ 12 ກຸມພາ 2012.

ປະຊາຊົນ​ຫລາຍ​ພັນ​ຄົນ​ພາກັນ​ຢືນ​ລຽນ​ແຖວ​ ຕາມ​ຖະໜົນຫົນທາງ​ສາຍ​ຕ່າງໆ​ໃນ​ມຽນມາ
ມືໂບກ​ທຸງ​ແລະຖື​ປ້າຍ​ຄໍາ​ຂວັນ​ຕ່າງໆ​ສະໜັບສະ​ໜຸນ ​ທ່ານ​ນາງ​ອອງຊານ​ຊູ​ຈີ ຜູ້​ນໍາ​ຝ່າຍ​ຄ້ານ
ຂະນະ​ທີ່​ທ່ານ​ນາງ​ເລີ້ມອອກເດີນທາງໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ​ເອົາ​ບ່ອນ​ນັ່ງ ​ໃນ​ສະພາ​ນັ້ນ.

ທ່ານ​ນາງ​ອອງຊານ ​ໄວ 66 ປີ ​ທີ່​ໄດ້​ຮັບ​ລາງວັນ​ໂນ​ແບລຂະ​ແໜງສັນຕິພາບ ​ໄດ້​ເດີນທາງ
ອອກ​ໂຄສະນາ​ຫາ​ສຽງຈາກ​ນະຄອນ​ຢ້າງ​ກຸ້ງທາງ​ພາກ​ໃຕ້​ຂອງ​ປະ​ເທດ​ໄປ​ຍັງ​ເມືອງ
Kawhmu ​ໃນ​ເຂດ​ຊົນນະບົດ.

ໃນ​ຄໍາ​ປາ​ໄສ​ທີ່​ໝູ່​ບ້ານ​ແຫ່ງ​ນຶ່ງ​ໃນ​ວັນ​ເສົາ​ວານ​ນີ້ ທ່ານ​ນາງ​ອອງຊານກ່າວຕໍ່​ພວກ​ສະໜັບ
ສະໜຸນ​ທ່ານ​ນາງ​ວ່າ ມັນ​ຈະ​ບໍ່​ເປັນ​ເລື້ອງ່າຍ ​ແຕ່ພວກເຂົາ​ເຈົ້າ​ຈະ​ສາມາດ​ບັນລຸ​ສັນຕິພາບ​
ແລະສະຖຽນ​ລະ​ພາບ ຖ້າ​ຫາກ​ພວກ​ເຂົາ​ເຈົ້າ​ສືບ​ຕໍ່​ດໍາ​ເນີນ​ງານ​ເພື່ອ​ເປົ້າ​ໝາຍ​ນີ້​ຕໍ່​ໄປ​.

ທ່ານ​ນາງ​ອອງຊານ​ຊູ​ຈີ​ກໍາລັງ​ເຂົ້າ​ແຂ່ງຂັນ​ເພື່ອ​ຊີງ​ເອົາ​ບ່ອນ​ນັ່ງ​ຢູ່​ໃນສະພາ ​ຫລັງ​ຈາກ​ໃຊ້​
ເວລາຫລາຍ​ປີ​ທີ່​ຖືກ​ກັກ​ຂັງ​ໃຫ້​ຢູ່​ໃນ​ບໍລິ​ເວນ​ບ້ານເຮື​ອນ ​ໃນ​ຂໍ້​ຫາ​ຖານ​ທໍາ​ການ​ທ້າ​ທາຍ​ຕໍ່​
ອໍານາດ​ປົກຄອງ​ທະຫານ. ທ່ານນາງ​ຫວັງ​ວ່າ​ ຈະ​ຍາດ​ເອົາບ່ອນ​ນັ່ງ​ບ່ອນ​ນຶ່ງ​ໃນ​ຈໍານວນ
48 ບ່ອນ​ນັ່ງ​ຢູ່ໃນ​ສະພາ​ທີ່​ຫວ່າງ​ເປົ່າລົງ ​ເນື່ອງຈາກ​ພວກ​ຜູ້​ແທນ​ເຫລົ່າ​ນີ້​ຖືກ​ແຕ່ງຕັ້ງ​ໃຫ້ເຂົ້າ​
ຮັບ​ຕໍາ​ແໜ່​ງ​ໃນຄະນະ​ລັດຖະບານ ຫລື​ດໍາລົງ​ຕໍາ​ແໜ່​ງອື່ນໆ​ໃນ​ວົງ​ການ​ລັດຖະບານ ໃນ​ການ
ໂອນ​ອໍານາດ​ຈາກ​ລັດຖະບານທະຫານ​ໄປໃຫ້​ລັດຖະບານພົນລະ​ເຮືອນ​ໃນ​ປີ​ກາຍ​ນີ້.


ໃນ​ຕົ້ນ​ສັບປະດາ​ນີ້ ຜູ້​ນໍາ​ຝ່າຍ​ຄ້ານ ​ໄດ້​ເດີນທາງ​ໄປ​ຍັງ​ເຂດ​ສາມຫລ່ຽມ​ປາກແມ່​ນໍ້າອີຣາວະດີ​
ເປັນ​ເທື່ອ​ທໍາ​ອິດ ນັບ​ແຕ່​ປີ 1989 ​ເປັນ​ຕົ້ນ​ມາໃນ​ຄວາມ​ພະຍາຍາມ​ເພື່ອລະດົມ​ເອົາການ
ສະໜັບສະໜຸນ​ໃຫ້ພັກ​ຂອງ​ທ່ານ​ນາງ ໃນ​ການ​ເລືອກ​ຕັ້ງ​ຮອບ​ພິ​ເສດ​ທີ່​ຈະ​ມີ​ຂຶ້ນ​ນີ້.

ແຕ່​ເຖິງ​ແມ່ນ​ວ່າ ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ​ຂອງທ່ານ​ນາງ​ ຈະຊະນະ​
ບ່ອນນັ່ງ​ທັງ​ໝົດ​ໃນ​ການ​ເລືອກ​ຕັ້ງ​ໃນ​ເດືອນ​ເມສາ​ໜ້ານີ້​ກໍ​ຕາມ ​ແຕ່​ທ່ານ​ນາງ​ຈະ​ບໍ່​ມີ​ຫວັງ
ວ່າ ​ຈະ​ໄດ້​ຮັບ​ສຽງ​ຂ້າງ​ຫລາຍ​ຂອງຈໍານວນ​ບ່ອນ​ນັ່ງທັງໝົດ 440 ບ່ອນຢູ່​ໃນ​ສະພາ​ຕໍ່າ​ນັ້ນ.
ສະພາທີ່​ວ່າ​ນີ້ແມ່ນຖືກ​ຄອບ​ງໍາເປັນ​ສ່ວນ​ໃຫຍ່ ໂດຍ​ພວກ​ທີ່​ຖືກ​ແຕ່ງ​ຕັ້ງ​ຈາກ​ກອງທັບ ​ແລະ
ພວກພັນທະ​ມິດ​ຂອງ​ອະດີດ​ລັດຖະບານ​ທະຫານ ​ທີ່​ປົກຄອງ​ປະເທດ​ມາ​ແຕ່​ກ່ອນ​ນັ້ນ.

XS
SM
MD
LG