ການປັບການຈັດຕັ້ງໃໝ່ຂອງກອງທັບມຽນມາຄັ້ງຫລ້າສຸດ ທີ່ພົວພັນກັບພວກນາຍທະຫານ ຂັ້ນອາວຸໂສຈໍານວນຫລາຍກວ່າ 70 ຄົນ ແມ່ນເປັນການຍົກຍ້າຍແລະສັບຊ້ອນຄັ້ງໃຫຍ່ ເທື່ອທີສອງໃນປີນີ້ ຂອງພວກສະມາຊິກຂອງລັດຖະບານທະຫານ ທີ່ປົກຄອງປະເທດໃນປັດຈຸບັນ. ໃນວັນທີ 27 ເມສາຜ່ານມາ ເຈົ້າໜ້າທີ່ຂັ້ນອາວຸໂສຫລາຍຄົນ ຮວມທັງນາຍົກ ລັດຖະມຸນຕີ ນາຍພົນ Thein Sein ນັ້ນ ໄດ້ລາອອກກິນເບ້ຍບໍານານຈາກກອງທັບແລະ ໄດ້ມີການຄາດຄະເນກັນວ່າ ພວກທ່ານເຫລົ່ານັ້ນຈະເຂົ້າຮ່ວມໃນພັກຄວາມເປັນເອກກະພາບ ແລະການພັດທະນາຂອງສະຫະພາບ ທີ່ທະຫານໜຸນຫລັງນັ້ນ.
ທ່ານ Carl Thayer ນັກວິເຄາະດ້ານການປ້ອງກັນປະເທດຈາກມະຫາວິທະຍາໄລ New South Wales ປະເທດອອ໊ສເຕຣເລຍ ກ່າວວ່າ ການເຄື່ອນໄຫວເຫລົ່ານີ້ ເປັນພາກສ່ວນນຶ່ງຂອງຍຸດທະສາດ ອັນກວ້າງຂວາງຂອງກອງທັບມຽນມ້າ ເພື່ອລວບລວມອໍານາດໃຫ້ເຂັ້ມແຂງຂຶ້ນ ກ່ອນການເລືອກຕັ້ງແຫ່ງຊາດໃນວັນທີ 7 ເດືອນພະຈິກປີນີ້ ຊຶ່ງທ່ານ Thayer ກ່າວຊີ້ແຈງດັ່ງນີ້:
“ການສັບຊ້ອນນາຍທະຫານຄັ້ງໃຫຍ່ເທື່ອທີສອງໄດ້ມີຂຶ້ນແລ້ວ. ພວກນາຍທະຫານເຫລົ່ານີ້ ຈະເຂົ້າໄປຮ່ວມກັບພັກຄວາມເປັນເອກກະພາບແລະການພັດທະນາຂອງສະຫະພາບ ຫລືພັກ USDP ແລະເຂົ້າແຂ່ງຂັນໃນການເລືອກຕັ້ງ ແລະພັກ USDP ກໍໄດ້ເຂົ້າຮ່ວມກັບສະມາຄົມຄວາມເປັນເອກກະພາບແລະການພັດທະນາ ຂອງສະຫະພາບ ທີ່ມີສະມາຊິກເປັນລັດຖະກອນຫລືພະນັກງານລັດ ປະມານ 27 ລ້ານຄົນນັ້ນ. ສະຫລູບແລ້ວ ກໍແມ່ນວ່າ ໄດ້ມີການຈັດຕັ້ງພັກການເມືອງທີ່ໃຫຍ່ມະຫາສານຂຶ້ນມາ ແລະພ້ອມກັບຂໍ້ຈຳກັດຮັດແຄບຕ່າງໆຂອງການເລືອກຕັ້ງ ທີ່ ໄດ້ປະກາດອອກມາ ໃນເດືອນນີ້ແລ້ວ ພັກທີ່ວ່ານີ້ກໍແມ່ນຈະລອຍເຂົ້າສູ່ການ ເລືອກຕັ້ງ ແລະກໍຈະຊະນະການເລືອກຕັ້ງໃນທີ່ສຸດ.”
ຫລັງຈາກການປ່ອນບັດແລ້ວ ສະພາຜູ້ແທນລັດຖະດອນທີ່ມີ 440 ບ່ອນນັ່ງ ທີ່ຖືກເລືອກຕັ້ງ ຂຶ້ນມາໃໝ່ນັ້ນ ຈະປະກອບດ້ວຍຜູ້ແທນທະຫານ 110 ຄົນ ແລະຜູ້ແທນພົນລະເຮືອນ 330 ຄົນທີ່ປະຊາຊົນປ່ອນບັດເອົາ. ສ່ວນຢູ່ໃນສະພາຊົນຊາດທີ່ມີ 224 ບ່ອນນັ່ງນັ້ນ 168 ບ່ອນແມ່ນຈະຖືກປະຊາຊົນປ່ອນບັດເອົາ ແລະ 56 ບ່ອນແມ່ນຮັກສາໄວ້ໃຫ້ພວກທະຫານ.
ມີພັກການເມືອງຫລາຍກວ່າ 40 ພັກ ເຂົ້າປະກອບສ່ວນໃນການເລືອກຕັ້ງຄັ້ງນີ້. ແຕ່ພັກ ຝ່າຍຄ້ານຊັ້ນນໍາ ຄືພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ພາຍໃຕ້ການນໍາພາຂອງທ່ານ ນາງອອງຊານຊູຈີ ທີ່ໄດ້ຮັບລາງວັນໂນແບນຂະແໜງສັນຕິພາບນັ້ນ ໄດ້ພາກັນຂວໍ້າບາດ ການເລືອກຕັ້ງ ເພື່ອປະທ້ວງກົດລະບຽບການເລືອກຕັ້ງຕ່າງໆ ທີ່ຫ້າມທ່ານນາງແລະພວກລູກນ້ອງຄົນສໍາຄັນອື່ນໆ ບໍ່ໃຫ້ເຂົ້າປະກອບສ່ວນນໍາ.
ທ່ານ Thayer ເຊື່ອວ່າ ນາຍພົນ Than Shwe ຜູ້ນໍາລັດຖະບານທະຫານ ມີທ່າທາງວ່າຈະຖືກ ແຕ່ງຕັ້ງໃຫ້ເປັນປະທານາທິບໍດີ ຫລັງຈາກການເລືອກຕັ້ງ. ທ່ານ Thayer ຍັງກ່າວອີກວ່າ ປາກົດວ່າພວກທະຫານມຽນມາກໍາລັງເອົາແບບຢ່າງດຽວກັນກັບອັນທີ່ເອີ້ນວ່າ “New Order” ຫລື ລະບົບໃໝ່ ຂອງອິນໂດເນເຊຍ ພາຍໃຕ້ການນໍາພາຂອງມື້ລາງປະທານາທິ ບໍດີ ຊູຮາກໂຕ ໃນຊຸມປີ 1960.
ໃນສະໄໝນັ້ນ ປະທານາທິບໍດີຊູຮາກໂຕໄດ້ເຮັດໃຫ້ເປັນທີ່ແນ່ນອນວ່າ ພວກທະຫານໄດ້ມີ ບົດບາດສໍາຄັນໃນວົງການລັດຖະບານ ແລະຄວບຄຸມການຈັດຕັ້ງດ້ານການເມືອງແລະສັງຄົມຕ່າງໆ. ນອກນັ້ນ ພາຍໃຕ້ລະບົບໃໝ່ດັ່ງກ່າວ ອິນໂດເນເຊຍຍັງໄດ້ທໍາການປາບປາມພວກຄັດຄ້ານລັດຖະບານ ຢ່າງມີປະສິດທິຜົນນໍາເຊ່ນກັນ. ບັນດານັກວິເຄາະເຫດການກ່າວວ່າ ໃນບັ້ນສຸດທ້າຍນັ້ນ ລະບົບໃໝ່ຂອງອິນໂດເນເຊຍ ໄດ້ຖືກບ່ອນທໍາລາຍໂດຍຄວາມເຫັນແກ່ ຍາດຕິພີ່ນ້ອງ ການສໍ້ລາດບັງຫລວງ ແລະການສົມຮູ້ຮ່ວມຄິດກັນ ທີ່ໄດ້ພາໃຫ້ການສະໜັບ ສະໜຸນສໍາລັບມື້ລາງທ່ານຊູຮາກໂຕ ເຫືອດແຫ້ງລົງນັ້ນ.
ນາງ Debbie Stothardt ໂຄສົກຍິງປະຈໍາກຸ່ມປົກປ້ອງສິດທິມະນຸດ Alternative ASEAN Network ຫລືເຄືອຂ່າຍທາງເລືອກອາຊ່ຽນ ກ່າວວ່າ ບັນດາກຸ່ມປົກປ້ອງສິດທິມະນຸດແລະຫລາຍປະເທດໃນປະຊາຄົມໂລກ ຖືວ່າການເລືອກຕັ້ງໃນມຽນມາຄັ້ງນີ້ເປັນການ ເລືອກຕັ້ງຈອມປອມແລະຫລອກລວງ ຊຶ່ງມີວັດຖຸປະສົງເພື່ອອໍານວຍໃຫ້ພວກທະຫານ ມີຖານະທີ່ຖືກຕ້ອງຕາມກົດໝາຍຢູ່ພາຍໃນປະເທດ. ນາງ Stothardt ກ່າວຊີ້ແຈງວ່າ:
“ມັນສຳຄັນທີ່ເຮົາຈະຕ້ອງຮັບຮູ້ວ່າ ອໍານາດປົກຄອງມຽນມານັ້ນ ບໍ່ແມ່ນພຽງແຕ່ ຊອກຫາສະຖານະພາບທີ່ຖືກຕ້ອງຕາມກົດໝາຍ ໃນສາຍຕາຂອງນາໆຊາດເທົ່ານັ້ນ ແຕ່ເປັນທີ່ແລເຫັນໄດ້ຢ່າງແຈ່ມແຈ້ງຫລາຍຂຶ້ນເລື້ອຍໆວ່າ ການເລືອກຕັ້ງຄັ້ງນີ້ແມ່ນກໍາລັງຖືກຈັດແຈງຂຶ້ນ ໃນທາງທີ່ຈະເຮັດໃຫ້ອໍານາດປົກຄອງນີ້ ມີສະຖານະພາບທີ່ຖືກຕ້ອງຕາມກົດໝາຍໃນສາຍຕາຂອງປະຊາຊົນພາຍໃນປະເທດເຊ່ນກັນ. ໃນຄວາມຄິດຂອງພວກເຂົາແລ້ວ ແມ່ນພວກເຂົາຕ້ອງການຢາກຈະສະເເດງໃຫ້ເຫັນວ່າ ຄະນະຜູ້ນຳທະຫານຂອງພວກເຂົານັ້ນ ໄດ້ຖືກເລືອກຕັ້ງໃຫ້ເປັນຜູ້ນຳ ລັດຖະບານ ຢ່າງຖືກຕ້ອງຊອບທໍາ.”
ອໍານາດປົກຄອງທະຫານມຽນມາໄດ້ເວົ້າມາແຕ່ດົນນານແລ້ວວ່າ ຕົນຈໍາເປັນຕ້ອງຄອບງໍາເວທີ ການເມືອງຂອງປະເທດ ຍ້ອນມີຂະບວນການແບ່ງແຍກດິນແດນຢູ່ໃນປະເທດ. ແຕ່ລັດຖະບານຫລາຍປະເທດ ຮວມທັງສະຫະລັດ ໄດ້ວາງມາດຕາການລົງໂທດຕໍ່ມຽນມາ ຍ້ອນການລະເມີດສິດທິມະນຸດຕ່າງໆ ແລະການປາບປາມດ້ານການເມືອງນັ້ນ.
ຫວ່າງໄວໆມານີ້ ສະຫະລັດກໍໄດ້ໃຫ້ການສະໜັບສະໜຸນ ຕໍ່ການຈັດຕັ້ງຄະນະກໍາມະການ ຂຶ້ນມາສືບສວນສອບສວນ ກ່ຽວກັບອາຊະກໍາສົງຄາມແລະອາຊະຍາກໍາຕ້ານມະນຸດຊາດ ທີ່ພວກຜູ້ນໍາທະຫານມຽນມາ ອາດໄດ້ກໍ່ຂຶ້ນ ໃນຫວ່າງບໍ່ເທົ່າໃດທົດສະວັດຜ່ານມານີ້.