ເຈົ້າໜ້າທີ່ຂັ້ນສູງມຽນມາຄົນນຶ່ງ ໄດ້ໃຫ້ຄໍາໝັ້ນສັນຍາຕໍ່ປະຊາຄົມນານາຊາດວ່າ ລັດຖະ
ບານທີ່ໜຸນຫລັງໂດຍທະຫານຂອງປະເທດຂອງທ່ານນັ້ນຍັງບໍ່ສໍາເລັດການປະຕິຮູບທາງ
ການເມືອງເທື່ອ.
ທ່ານ U Soe Thane ລັດຖະມົນຕີການຄ້າມຽນມາ ບອກກັບອົງການຂ່າວຣອຍເຕີ
ເມື່ອວັນເສົາວານນີ້ວ່າ ການດໍາເນີນການປະຕິຮູບຍັງບໍ່ສໍາເລັດເທື່ອ ຊຶ່ງທ່ານກ່າວວ່າ
ລັດຖະບານມຽນມາກໍາລັງສຶກສາເບິ່ງການປ່ຽນແປງເພີ່ມຕື່ມທາງການເມືອງນັ້ນຢູ່ ພ້ອມ
ທັງການປະຕິຮູບພາກສ່ວນເສດ ຖະກິດນໍາ.
ທ່ານ U Soe Thane ໄດ້ໃຫ້ຄໍາເຫັນດັ່ງກ່າວນີ້ທີ່ເມືອງ Davos ປະເທດ Switzerland
ບ່ອນທີ່ທ່ານນໍາພາຄະນະຜູ້ແທນທາງການຂອງມຽນມາຈຸທໍາອິດໄປຮ່ວມກອງປະຊຸມເສດ
ຖະກິດໂລກ.
ທ່ານ U ກ່າວອີກວ່າ ເວລານີ້ມຽນມາກໍາລັງພະຍາຍາມ ສ້າງສາສະພາບແວດລ້ອມທີ່ເປັນ
ມິດຕໍ່ການລົງທຶນ ແລະ ດຶງດູດເອົາການລົງທຶນຈາກພວກປະເທດເພື່ອນບ້ານ ເຊັ່ນ ໄທ
ບັງກລາເດສ ອິນເດຍ ແລະລາວ ສົມທົບເຂົ້າກັບຈີນ ສະຫະລັດ ແລະສະຫະພາບຢູໂຣບ.
ນອກນີ້ແລ້ວ ທ່ານນາງອອງຊານ ຊູຈີ ຜູ້ໄດ້ຮັບລາງວັນໂນເບລຂະແໜງສັນຕິພາບ ແລະ
ຜູ້ນໍາຝ່າຍຄ້ານຂອງມຽນມາ ກໍໄດ້ມີຄວາມເຫັນຕໍ່ກອງປະ ຊຸມດັ່ງກ່າວທາງວີດີໂອ ທ່ານ
ນາງໄດ້ເອີ້ນການມີໜ້າຂອງທ່ານ U Soe Thane ຢູ່ທີ່ກອງປະຊຸມເມືອງ Davos ຄັ້ງນີ້
ວ່າ ເປັນຮ່ອງຮອຍແຫ່ງການປ່ຽນແປງໃນທາງບວກ. ແຕ່ທ່ານນາງໄດ້ຕັກເຕືອນວ່າມຽນ
ມາຍັງບໍ່ໄປເຖິງ ຈຸດຂອງການຜັນປ່ຽນຄັ້ງຍິ່ງໃຫຍ່ນັ້ນເທື່ອ.
ໃນຕົ້ນອາທິດນີ້ ເຈົ້າໜ້າທີ່ຄະນະນຶ່ງຈາກກອງທຶນສາກົນ ຫລື IMF ທີ່ຫາກໍສິ້ນສຸດການ
ຢ້ຽມຢາມມຽນມານັ້ນ ກ່າວວ່າ ມຽນມາມີຄວາມສາມາດບົ່ມ ຊ້ອນທີ່ຈະກາຍເປັນເສດຖະ
ກິດແນວໜ້າ ປະເທດຕໍ່ໄປໃນຂົງເຂດເອເຊຍ. ຄະນະເຈົ້າໜ້າທີ່ດັ່ງກ່າວ ໄດ້ຮຽກຮ້ອງໃຫ້
ມຽນມາຈົ່ງຍົກເລີກສິ່ງກີດຂວາງ ຕ່າງໆຕໍ່ການເຕີບໂຕທາງທາງເສດຖະກິດ ໂດຍການ
ປ່ອຍໃຫ້ມີເສລີພາບຫລາຍຂຶ້ນໃນດ້ານການຄ້າ ແລະໃຫ້ມີການລົງທຶນໂດຍກົງຈາກຕ່າງ
ປະເທດ ແລະພັດທະນາພາກສ່ວນການເງິນໃຫ້ທັນສະໄໝຍິ່ງຂຶ້ນ.