ໃນວັນພຸດມື້ນີ້ ມຽນມາກໍາລັງທໍາພິທີສະເຫຼີມສະຫຼອງ ເພື່ອເປັນຂີດໝາຍຄົບຮອບ 64 ປີ
ທີ່ໄດ້ຮັບເອກະລາດຈາກອັງກິດ ທ່າມກາງການຕໍາໜິຕິຕຽນວ່າໂຄງການການຜ່ອນຜັນ
ໂທດຂອງລັດຖະບານເມື່ອໝໍ່ໆມານີ້ຍັງບໍ່ພຽງພໍສໍາລັບພວກນັກໂທດການເມືອງ.
ໃນຖະແຫລງການສະບັບນຶ່ງເພື່ອລະນຶກເຖິງວັນທີ່ໄດ້ຮັບເອກະລາດນັ້ນ ປະທານາທິບໍດີ
ເທນ ເຊນ ໄດ້ກ່າວຍ້ອງຍໍສັນລະເສີນບົດບາດຂອງກອງ ທັບ ທີ່ໄດ້ພາຫໃຫ້ມີການປະຕິ
ຮູບປະຊາທິປະໄຕເມື່ອໝໍ່ໆນີ້ ໂດຍກ່າວວ່າ ມຽນມາກໍາລັງກ້າວເດີນໄປສູ່ປະເທດທີ່ເປັນ
ປະຊາທິປະໄຕ ທີ່ມີຄວາມຍຸຕິທໍາ ແລະອິດສະຫຼະພາບນັ້ນ.
ທ່ານ ເທນ ເຊນ ເນັ້ນຍໍ້າວ່າ ກອງທັບ ຍັງຄົງເປັນຫລັກໝັ້ນທີ່ສໍາຄັນຂອງປະເທດຊາດ
ຢູ່ຕໍ່ໄປ.
ໃນຂະນະດຽວກັນ ທ່ານນາງ Victoria Nuland ໂຄສົກກະຊວງຕ່າງປະເທດສະຫະລັດ
ໄດ້ຮຽກຮ້ອງໃຫ້ມຽນມາ ຈົ່ງປ່ອຍຕົວພວກນັກໂທດການເມືອງທີ່ຍັງເຫລືອນັ້ນທັງໝົດ.
ໃນຖະແຫລງການສະບັບນຶ່ງ ເນື່ອງໃນໂອກາດວັນຄົບຮອບການໄດ້ຮັບເອກະລາດນັ້ນ
ໂຄສົກ ນູແລນ ກ່າວວ່າ ໂຄງການຜ່ອນຜັນໂທດຂອງປະ ທານາທິບໍດີເທນ ເຊນ ເມື່ອ
ໝໍ່ໆມານີ້ແມ່ນບໍ່ໄດ້ບັນລຸຕາມຄາດໝາຍຂອງວໍຊິງຕັນເລີຍ ຊຶ່ງທ່ານນາງໂຄສົກກ່າວອີກ
ວ່າ ວໍຊິງຕັນຍັງຄົງມີຄວາມໝັ້ນໝາຍ ເພື່ອປັບປຸງຄວາມສໍາພັນກັບມຽນມາຢູ່ຕໍ່ໄປ ແຕ່
ຄວາມສໍາພັນແບບປົກກະຕິກັນນັ້ນຍັງຈະມີຄວາມຍຸ່ງຍາກຫລາຍ ເວັ້ນເສຍແຕ່ວ່າລັດຖະ
ບານໄດ້ປ່ອຍຕົວພວກນັກໂທດການເມືອງຈໍານວນ 1,000 ຄົນທີ່ຍັງຢູ່ໃນຄວາມຄວບຄຸມ
ຂອງຕົນນັ້ນເສຍກ່ອນ.
ເມື່ອວັນອັງຄານວານນີ້ ມຽນມາ ເລິ່ມປ່ອຍພວກນັກໂທດຫລາຍຮ້ອຍຄົນ ອັນເປັນພາກ
ສ່ວນຂອງໂຄງການດັ່ງກ່າວ ແຕ່ພວກນັກເຄຶ່ອນໄຫວດ້ານສິດທິມະນຸດແມ່ນຜິດຫວັງ
ຫລາຍ ທີ່ປາກົດເຫັນມີພວກນັກໂທດຈິດສໍານຶກ ພຽງບໍ່ເທົ່າໃດຄົນຢູ່ໃນຈໍານວນພວກທີ່
ຖືກປ່ອຍນັ້ນ.