ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຂັດແຍ້ງລະຫວ່າງ ຊາວມຸສລິມໂຣຮິງຢາ ກັບຊາວພຸດ ຍັງສືບຕໍ່ມີຢູ່


ຊາວອົບພະຍົບມຸສລິມໂຣຮິງຢາ ທີ່ສູນຮອງຮັບພວກອົບພະຍົບ ພາຍໃນປະເທດ, ທີ່ຕັ້ງຢູ່ເຂດຊານເມືອງ Sittwe ເມືອງເອກຂອງລັດຣາຄິນ ທາງຕາເວັນຕົກສຽງເໜືອຂອງມຽນມາ.
ຊາວອົບພະຍົບມຸສລິມໂຣຮິງຢາ ທີ່ສູນຮອງຮັບພວກອົບພະຍົບ ພາຍໃນປະເທດ, ທີ່ຕັ້ງຢູ່ເຂດຊານເມືອງ Sittwe ເມືອງເອກຂອງລັດຣາຄິນ ທາງຕາເວັນຕົກສຽງເໜືອຂອງມຽນມາ.
ສື່ຂອງລັດມຽນມາເວົ້າວ່າ ບ້ານເຮືອນຈໍານວນຫຼາຍກ່ວາພັນ
ຫຼັງຖືກເຜົາໄໝ້ ໃນໄລຍະທີ່ມີການປະທະກັນລະຫວ່າງຊາວ
ພຸດ ແລະຊາວມຸສລິມໂຣຮິງຢາ ໃນອາທິດນີ້ ຢູ່ໃນລັດ Rakhine ທາງພາກຕາເວັນຕົກຂອງປະເທດ.

ໜັງສືພິມ New Light of Myanmar ເວົ້າວ່າ ການກໍ່ຄວາມ
ວຸ້ນວາຍ ຍັງສືບຕໍ່ດໍາເນີນ ມາຈົນຮອດວັນອັງຄານວານນີ້ ຢູ່
ໃນເມືອງ Minbyar ແລະ Mrauk-U ທີ່ຢູ່ສອກຫຼີກຫ່າງໄກ
ທາງທິດເໜືອຂອງ Sittwe ເມືອງເອກຂອງລັດນັ້ນ. ໜັງສືພິມ
ດັ່ງກ່າວອີກເວົ້າວ່າ 2 ຄົນເສຍຊີວິດ ແລະອີກ 8 ຄົນໄດ້ຮັບ
ບາດເຈັບ.

ຫົວໜ້າພະແນກຍຸດຕິທໍາຂອງລັດຣາຄິນ ທ່ານ U Hla Thein ກ່າວຕໍ່ວີໂອເອພະແນກ ພາສາມຽນມາວ່າ ມີ 3 ຄົນ ເສຍຊີວິດ.

ການກໍ່ຄວາມຮຸນແຮງຄັ້ງນີ້ ແມ່ນເປັນຄັ້ງຮ້າຍແຮງທີ່ສຸດຢູ່ໃນຂົງເຂດ ນັບແຕ່ເດືອນມິຖຸນາ ເປັນຕົ້ນມາ ເມື່ອມີການປະທະກັນລະຫວ່າງປະຊາຊົນຊາວພຸດ ແລະຊາວມຸສລິມ ຊຶ່ງໄດ້ ເຮັດໃຫ້ຫລາຍສິບຄົນເສຍຊີວິດ ແລະອີກຫລາຍສິບພັນຄົນ ຕ້ອງອົບພະຍົບຫລົບໜີຈາກ ບ້ານເຮືອນຂອງຕົນ.

ທ່ານ Matthew Smith ນັກຄົ້ນຄວ້າກ່ຽວກັບມຽນມາສໍາລັບອົງການສິ້ງຊອມດ້ານມະນຸດ ສະທໍາ ຫລື Human Rights Watch ກ່າວຕໍ່ວີໂອເອວ່າ ການກໍ່ຄວາມຮຸນແຮງຄັ້ງຫລ້າ ສຸດ ນີ້ ສ່ວນໃຫຍ່ແລ້ວ ແມ່ນພົວພັນກັບພວກແກ້ງຊາວພຸດໃນລັດຣາຄິນເອົາໄປໄຟຈູດ ບ້ານເຮືອນຂອງຊາວມຸສລິມໂຣຮິງຢາ ເຖິງແມ່ນມີລາຍງານວ່າ ໄດ້ມີການກໍ່ຄວາມຮຸນ ແຮງ ໂດຍທັງສອງຝ່າຍ ກໍຕາມ.

ຄວາມຮຸນແຮງລະຫວ່າງຊົນເຜົ່າດັ່ງກ່າວ ໄດ້ກາຍເປັນບັນຫາພົວພັນເຖິງນາໆຊາດ ລຸນ ຫລັງທີ່ ລັດຖະບານມຽນມາ ພາຍໃຕ້ການກົດດັນຈາກຊາວພຸດ ທີ່ເປັນປະຊາກອນກຸ່ມ ໃຫຍ່ຂອງປະເທດນນັ້ນ ໄດ້ຕ່າວປີ້ນຄໍາສັນຍາຂອງຕົນເອງ ແລະປະຕິເສດຄໍາຮ້ອງຂໍເປີດ ຫ້ອງການຂຶ້ນຢູ່ໃນມຽນມາ ຂອງອົງການຮ່ວມມືອິສລາມ ຫລື OIC ນັ້ນ.

ໃນວັນອາທິດຜ່ານມາ ປະທານາທິບໍດີມຽນມາ ທ່ານ Thein Sein ຍອມຮັບວ່າ ປະເທດ ທີ່ທຸກຈົນຂອງທ່ານນັ້ນ ອາດບໍ່ມີທາງເລືອກອື່ນໃດ ນອກຈາກຈະຮັບເອົາການຊ່ວຍເຫລືອ ຈາກປະເທດເພື່ອນບ້ານມຸສລິມນັ້ນ ໃຫ້ແກ່ຊາວໂຣຮິງຢາ.
XS
SM
MD
LG