ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສື່ມວນຊົນຂອງລັດມຽນມ້າອອກມາຊີ້ແຈງ ກ່ຽວກັບການປະທະກັນ ເມື່ອໄວໆມານີ້


ທີ່​ປະ​ເທດມຽນມາ​ ສື່​ມວນຊົນ​ຂອງ​ທາງ​ການ​ໄດ້​ອອກ​ມາສະ​ແດງ​ຄວາມ​ເຫັນ​ກ່ຽວ​ກັບລາຍ​ງານ​ຂ່າວ​ ນຶ່ງ ທີ່​ບໍ່ຄ່ອຍຈະ​ໄດ້​ຖືກນຳ​ອອກມາ​​ເຜີຍ​​ແຜ່​ໂດຍວົງການຂ່າວຂອງ​ລັດຖະບານ ຊຶ່ງ​ກໍ​ຄື​ເລື້ອງອາຊະຍາ​ກຳ. ​ຂ່າວ​ທີ່​ວ່ານີ້ແມ່ນກ່ຽວ​ກັບການ​ປະ​ທະ​ກັນ​ລະຫວ່າງພວກທະຫານ​ແລະ ພົນລະເຮືອນ​ທີ່​ເຮັດໃຫ້​ຜູ້​ຊາຍ​ສອງ​ຄົນ​ເສຍຊີວິດ. ຂ່າວ​ເ​ວົ້າວ່າ ເຫດການດັ່ງກ່າວ​ໄດ້​ມີ​ຜູ້ຮູ້​ເຫັນ​ເປັນພະຍານ​ຫລາຍ​ຄົນ ​ແລະກໍ​ມີ​ຂຶ້ນ​ໃນ​ໄລຍະ​ເວລາ​ທີ່​ມີ​ຄວາມ​ຫລໍ່​ແຫລມ ​ຊຶ່ງ​ເປັນ ​ເວລາ​ກ່ອນໜ້າຈະ​ມີ​ການ​ເລືອກຕັ້ງຄັ້ງທຳ​ອິດ​ຂອງ​ປະ​ເທດໃນ​ຮອບ 2 ທົດ​ສະວັດ​ທີ່​ຜ່ານ​ມາ. ນັກສື່​ຂ່າວວີ​ໂອ​ເອລາຍ​ງານ​ວ່າ ລັດຖະບານມຽນມາ​ໄດ້​ກ່າວ​ຫາ​ສື່​ມວນ​ຊົນ​ຕ່າງປະເທດວ່າ ​​ບິດ​ເບືອນ ​ຄວາມ​ຈິງ​ກ່ຽວກັບ​ເຫດການ​ດັ່ງກ່າວ ເພື່ອຍຸຍົງສົ່ງ​ເສີມ​ໃຫ້​​ມີ​ການກໍ່ຄວາມ​ວຸ້ນວາຍ​ຂຶ້ນຢູ່​ໃນ​ມຽນມາ.

ໜັງສື​ພິມ New Light of Myanmar ຫລື​ແສງ​ສະ​ຫວ່າງ​ໃໝ່​ຂອງ​ມຽນມາ ຊຶ່ງ​ເປັນປາກ​ກະບອກ​ສຽງຂອງ ລັດຖະບານມຽນມານັ້ນ ​ເອີ້ນ​ເຫດການ​ຍິງ​ກັນດັ່ງກ່າວວ່າ​ ເປັນການ​ທະເລາະວິວາດ​ກັນ​ໃນ​ຍາມ​ເມົາ ຊຶ່ງ​ໃນ​ນັ້ນຜູ້​ຊາຍ​ສອງ​ຄົນໄດ້​ຖືກ​ຍິງ​ຕາຍ​ໃນ​ອາທິດ​ແລ້ວນີ້ ເວລາທີ່​ພວກທະ ຫານໃນໄວໜຸ່ມ​ຍິງ​ປືນເຂົ້າໃສ່​ພວກໄວ​ລຸ້ນກຸ່ມ​ນຶ່ງ ພາຍຫລັງ​ທີ່ເກີດອຸປະຕິ​ເຫດທ້ອງ​ຖະໜົນ​ໃນ​ເມືອງບາ​ໂກ. ລາຍ​ງານ ໜັງສືພິມສະບັບນີ້​ເວົ້າອອກ​ມາ​ຢ່າງ​ກົງໆ​ວ່າ​ ເຫດການ​ດັ່ງ ກ່າວບໍ່​ແມ່ນ​ການ​ຕໍ່ສູ້ກັນລະຫວ່າງທະຫານ​ແລະປະຊາຊົນ.

ຂ່າວສານ​ທີ່​ດໍາ​ເນີນ​ງານ​ໂດຍ​ລັດຖະບານ ມີໜ້ອຍຄັ້ງທີ່​ສຸດ ​ທີ່​ຈະລາ​ຍງານຂ່າວກ່ຽວກັບ​ອາຊະ​ຍາກຳ ​ຫລືຄວາມ​ບໍ່ພໍໃຈ​ຂອງ​ປະຊາຊົນ​ທີ່​ມີຕໍ່ລັດຖະບານ. ​ແຕ່​ທ່ານ ​ໂທວ ຊໍ ລາດ ຊຶ່ງ​ເປັນ​ຫົວໜ້າຫ້ອງການປະ​ຈໍາ​ປະ​ເທດ​ໄທຂອງ ໜັງສື​ພິມ​ຂອງ​ຊາວ​ມຽນມາ​ພັດ​ຖິ່ນທີ່​ຊື່ວ່າ Democratic Voice of Burma ຫລື ສຽງປະຊາທິປະໄຕ​ຂອງ​ມຽນມາ​ເວົ້າວ່າ ຂ່າວການ​ຍິງ​ກັນນີ້​ແຜ່​ລາມ​ອອກ​ໄປ​ຫລາຍ​ຈົນ​ເປັນ​ເຫ​ດ​ໃຫ້ລັດຖະບານຕ້ອງ​ໄດ້ອອກ​ມາ​ຖະ​ແຫລ​ງຕອບ. ທ່ານ​ກ່າວ​ວ່າ:

“ອັນ​ນີ້ແມ່ນເປັນ​ການ​ຕອບໂຕ້ແບບ​ນຶ່ງ ​ເພື່ອ​ລະງັບ​ຄວາມ​ໂມ​ໂຫ​ໂກດ​ແຄ້ນ​ຂອງ​ປະຊາຊົນ​ໃນ​ທ້ອງ​ຖິ່ນ​ ​ເພາະວ່າເຫດການ​ນັ້ນເກີດ​ຂຶ້ນໃນ​ໃຈກາງ​ເມືອງ ​ແລະ​ມີ​ຫລາຍ​ຄົນສົມຄວນ ​ທີ່ໄດ້​ເຫັນ​ເຫດການ​ທີ່ວ່າ​ນີ້ ​ແລະກໍ​ມີ​ອີກ​ຫລາຍ​ຄົນ ​ໂດຍ​ສະ ​ເພາະ​ພວກ​ປະຊາຊົນ​ໃນ​ທ້ອງ​ຖິ່ນ ທີ່ມີ​ຄວາມ​ໂມ​ໂຫໂກດ​ແຄ້ນ​ຫລາຍ​ ກ່ຽວ​ກັບ​ ເລື້ອງ​ນີ້.

ໜັງສື​ພິມ New Light of Myanmar ​ເວົ້າວ່າ ​ໄດ້​ມີ​ການ​ຍື່ນຄະດີ​ຟ້ອງຮ້ອງຕໍ່ສານກ່ຽວ​ ກັບການ​ກະທຳ​ຂອງ​ເຈົ້າໜ້າທີ່​ທີ່​ກ່ຽວຂ້ອງ​ແລະເນັ້ນຢໍ້າວ່າ ກອງທັບຂອງມຽນມາຮັກສາໄວ້ໃນອັນທີ່​ຕົນ​ເອີ້ນວ່າ “ປະ​ເພນີ​ອັນ​ດີງາມ”​ ໃນ​ການ​ລົງໂທດ​ຕໍ່ຜູ້ຮັບ​ໃຊ້ຊາດທີ່ກະທຳ​ຜິດ. ​ແຕ່​ຢ່າງໃດກໍຕາມ​ ກອງທັບມຽນມາ​ມັກ​ຈະ​ຖືກ​ຕຳໜິ ຈາກພວກ​ກຸ່ມປົກ​ປ້ອງ​ສິດທິມະນຸດທີ່ກ່າວ​ ຫາພວກ​ທະຫານວ່າໃຊ້​ອຳນາດ​ໄປ​ໃນ​ທາງ​ຜິດ ​ແລະລະ​ເມີດ​ສິດທິມະນຸດ.

ທ່ານ ​ໂທວ ຊໍ ລາດ​ ກ່າວ​ເພີ້ມອີກວ່າ ​ເຫດການ​ດັ່ງກ່າວ​ໄດ້​ຊີ້​ໃຫ້​ເຫັນເຖິງຄວາມເປັນ​ຫ່ວງ ຂອງ​ລັດຖະບານ​ມຽນມາ​ນໍາຫາງສຽງ ຫລື​ຄວາມ​ຄິດ​ເຫັນຂອງປະ​ຊາ​ຊົນ​ກ່ຽວກັບ​ການ​ເລືອກ ຕັ້ງທີ່​ຈະ​ມີ​ຂຶ້ນ​ໃນ​ເດືອນ​ພະຈິກຈະ​ມາ​ຮອດ​ນີ້ ຊຶ່ງທ່ານ​ກ່າວ​ຕໍ່​ໄປວ່າ:

“ໜັງສື​ພິມ New Light of Myanmar ​ກ່າວວ່າ ບໍ່​ແມ່ນ​ກອງທັບ ທີ່​ມີ​ການ​ຜິດ​ຖຽງກັນ​ກັບ​ປະຊາຊົນ​ມຽນມາ ​ແຕ່​ວ່າ​ມັນ​ແມ່ນ​ການ​ຜິດ​ຖຽງກັນ​ລະຫວ່າງ​ ນາຍທະ ຫານໜຸ່ມຈໍານວນ​ນຶ່ງກັບປະຊາຊົນ​ທ້ອງ​ຖິ່ນ​ບາງ​ຄົນ. ສະນັ້ນ ກໍ​ໝາຍ​ຄວາມວ່າ ພວກ​ເຂົາ​ເຈົ້າພະຍາ​ຍາມ​ຈໍາແນ​ກການກະທຳຜິດ​ອັນນີ້ ຈາກ​ກອງທັບ​ໂດຍ​ລວມ. ຄື​ພວ​ກ​ເຂົາ​ເຈົ້າພະຍາຍາມ​ຈະ​ຮັກສາ​ພາບ​ພົດ​ຂອງ​ກອງທັບໄວ້ ​ໂດຍ​ສະ​ເພາະ​ໃນ​ ເວລາ​ອັນ​ສໍາຄັນ​ນີ້.

ໜັງສື​ພິມ New Light of Myanmar ​ກ່າວ​ຫາພວກນັກ​ການ​ເມືອງ, ນັກ​ເຄື່ອນ​ໄຫວ​ເພື່ອ​ ປະຊາທິປະ​ໄຕ​ແລະສະຖານີ​ວິທະຍຸ​ຕ່າງ​ຊາດ​ວ່າ ວາງ​ແຜນກັນ​ຕໍ່ຕ້ານ​ລັດຖະບານໂດຍ​ການ ລາຍ​ງານ​ຂ່າວໃຫ້​ປະຊາຊົນເຂົ້າ​ໃຈ​ຜິ​ດ ກ່ຽວກັບ​ການ​ຕໍ່ສູ້​ກັນ​ ທີ່​ພາ​ໃຫ້​ມີ​ການ​ເສຍ​ຊີວິດ​ນີ້ ​ເພື່ອ​ຍຸຍົງ​ໃຫ້ມີ​ການ​ເຂົ້າ​ໃຈ​ຜິດ​ກັນ ​ແລະພາ​ໃຫ້ມີການ​ເດີນຂະ​ບວນປະ​ທ້ວງ.

ລາຍ​ງານເຕືອນວ່າ ລັດຖະບານກຳລັງ​ກຽ​ມການ ​ເພື່ອ​ຈະ​ເອົາ​ບາດກ້າວຕອບ​ໂຕ້​ຕໍ່​ຜູ້​ໃດ​ກໍ​ຕາມ ທີ່ຍຸຍົງ​ສົ່ງ​ເສີມ​ໃຫ້​ມີ​ການ​ປະ​ທ້ວງນັ້ນ. ​ແຕ່​ລາຍ​ງານບໍ່​ໄດ້​ບອກ​ວ່າ ລັດຖະບານ​ມີ​ແຜນ​ທີ່ຈະ ຕອບ​ໂຕ້​ແນວ​ໃດ​ແທ້.

ຄຳ​ເຕືອນ​ນີ້ ​ໄດ້ມີ​ຂຶ້ນ​ໃນ​ຂະນະ​ທີ່ປະ​ເທດມຽນມາ ​ກຳລັງ​ກະກຽມສໍາລັບການ​ເລືອກຕັ້ງ ຄັ້ງທຳ​ອິດ ນັບ​ຕັ້ງ​ແຕ່​ປີ 1990 ​ເປັນ​ຕົ້ນ​ມາ ຊຶ່ງ​ສໍາລັບ​ການ​ກະກຽມດັ່ງກ່າວ​ນີ້ ຜູ້ນຳ​ທະ ຫານ​ຫລາຍ​ ຄົນ​ໄດ້​ປົດເຄື່ອງ​ແບບ​ທະຫານ​ອອກ​ໃນ​ໄລຍະ​ສອງ​ສາມເດືອນ​ຜ່ານມານີ້​ ເພື່ອ​ເຂົ້າຮ່ວມ​ໃນພັກ​ການ​ເມືອງ​ທີ່​ເອີ້ນ​ວ່າ ສະມາຄົມ​ເພື່ອ​ຄວາມ​ເປັນ​ເອກ​ກະພາບ​ແລະການ ພັດທະນາຂອງ​ສະຫະພາບ​ ກໍ​ຄື​ຂອງປະ​ເທດ ຊຶ່ງ​ເປັນພະ​ແນ​ກ​ການ​ເມືອງ​ຂອງ​ອໍານາດ​ປົກຄອງ​ທະຫານມຽນມານັ້ນ. ພວກ​ນັກ​ວິຈານເວົ້າວ່າ​ ພັກ​ນີ້​ແມ່ນ​ຄວາມ​ພະຍາຍາມແບບ ງ່າຍໆ ​ເພື່ອປ່ຽນພາບ​ພົດ​ຂອງລັດຖະບານ ​ແທນ​ທີ່​ຈະ​ທໍາ​ການ​ປ່ຽນ​ແປງ​ທາງ​ສະ​ຖາ​ບັນ ​ໃຫ້​ແກ່​ລະບອບທີ່​ໄດ້ຮັກສາ​ທະຫານ​ໃຫ້​ມີ​ອຳນາດ​ຄົງ​ຢູ່​ ນັບ​ແຕ່​ປີ 1962 ​ເປັນຕົ້ນມາ. ​ແຕ່​ວ່າ ບັນດາ​ເຈົ້າໜ້າທີ່ມຽນມາກັບໃຫ້​ຄຳ​ເຫັນ​ວ່າ ການ​ເລືອກ​ຕັ້ງ​ແມ່ນ​ເປັນ​ຈຸດສຳຄັນ ຂອງ​ອັນທີ່​ເອີ້ນວ່າ ​“​ແຜນ​ທີ່​ຫົນທາງໄປ​ສູ່​ລະບອບປະຊາທິປະ​ໄຕ” ຂອງປະເທດ ຂອງພວກ​ເຂົາ​ເຈົ້າ.

ນາຍ​ພົນ ທານ​ຊະ​ເວ ຜູ້ນຳ​ອາ ວຸໂສຂອງ​ມຽນມາ​ໄດ້​ເດີນທາງ ​ໄປ​ຢ້ຽມຢາມຈີນ​ໃນ​ອາທິດ​ແລ້ວນີ້ ຊຶ່ງ​ບັນດານັກວິ​ເຄາະ​ການເມືອງ ​ເວົ້າວ່າ ​ເປັນຄວາມ​ພະຍາຍາມ​ເພື່ອໃຫ້ໄດ້ຮັບການສະໜັບສະ ໜູນຈາກ​ລັດຖະບານ​ປັກ​ກິ່ງ ​ສໍາ ລັບການ​ເລືອກ​ຕັ້ງທີ່​ຈະ​ຈັດ​ຂຶ້ນ ​ນັ້ນ.

ນາຍ​ພົນ ທານ​ຊະ​ເວ ກ່າວ​ໃນ​ເວລາ​ເດີນທາງ​ໄປ​ຮອດ​ວ່າ ທ່ານ​ໄປ​ຈີນ​ກໍເພື່ອ​ພະຍາຍາມ​ເສີມ​ສ້າງ​ແລະ​ຍົກ​ລະດັບ​ຄວາມໄວ້​ວາງ​ໃຈ ແລະຄວາມ​ເຂົ້າ​ອົກ​ເຂົ້າໃຈ​ຊຶ່ງ​ກັນ​ແລະ​ກັນ​ ໃນ​ອັນທີ່​ທ່ານ​ເອີ້ນວ່າ ການ​ພົວພັນ​ທີ່​ເປັນ​ເພື່ອນມິດ​ກັນ​ ກັບລັດຖະບານ​ປັກ​ກິ່ງນັ້ນ. ຈີນ​ແມ່ນ​ມີ​ຊາຍ​ແດນຕິດຈອດກັບມຽນມາ ບ່ອນ​ທີ່​ບໍລິສັດ​ຈີນໄດ້​ ມີ​ການ​ລົງທຶນ​ໃນ​ດ້ານ​ການ​ຂຸດ​ຄົ້ນນໍ້າມັນແລະອາຍແກັສທຳ​ມະ​ຊາດ​ຢາງ​ຫລວງຫລາຍ.

ທາງ​ຝ່າຍ​ຈີນ​ນັ້ນ ທ່ານນາງ ຈຽງ ຢູ ໂຄສົກ​ປະຈຳ​ກະຊວງ​ການ​ຕ່າງປະ​ເທດ​ຈີນກໍ​ໄດ້​ຍົກ ຍ້ອງສາຍສຳພັນ​ອັນໃກ້ຊິດ​ກັນ​ນັ້ນ​ເຊັ່ນ​ກັນ ​ແຕ່​ກໍ​ບໍ່​ໄດ້ກ່າວ​ສະ​ແດງການ​ສະໜັບສະໜູນ ຢ່າງ​ເປັນ​ທາງ​ການ​ແກ່​ການ​ເລືອກ​ຕັ້ງຂອງ​ມຽນມາ.

ທ່ານນາງຈຽງ ຢູ ​ເວົ້າວ່າ​ ຈີນ​ມີ​ນະ​ໂຍບາຍ​ທີ່​ຈະ​ບໍ່​ແຊກ​ແຊງ​ເຂົ້າ​ໃນ​ກິດຈະການ​ພາຍ​ໃນ​ຂອງ​ອີກ​ປະ​ເທດ​ນຶ່ງ ​ແລະກ່າວ​ອີກວ່າປະຊາ​ຄົມ​ນາໆ​ຊາດກໍ​ຄວນ​ຈະຍັບ​ຍັ້ງ​ຈາກການ​ກະທໍາໃດໆ ​ກໍ​ຕາມ ທີ່​ຈະ​ສົ່ງ​ຜົນ​ກະທົບໃນ​ທາງລົບຕໍ່ຂະ​ບວນການ​ທາງ​ການ​ເມືອງຂອງ​ມຽນມາ ​ແລະສັນ ຕິພາບ​ຢູ່​ໃນ​ພາກພື້ນ.

ເທື່ອ​ຫລ້າ​ສຸດ​ທີ່​ມຽນມາ​ໄດ້​ຈັດ​ໃຫ້​ມີ​ການ​ເລືອກ​ຕັ້ງຂຶ້ນນັ້ນ ພັກຂອງຝ່າຍທີ່​ຄັດ​ຄ້ານ​ລັດຖະບານ ໄດ້​ໄຊຊະນະຝ່າຍທະຫານ​ດ້ວຍ​ຄະ​ແນນ​ສຽງລື່ນກັນ​ຢ່າງ​ຫລວງຫລາຍ ​ແຕ່​ວ່າລັດຖະບານບໍ່ ​ເຄີຍ​ອະນຸຍາດ​ໃຫ້​ພັກສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕຫລື NLD ​ໄດ້ເຂົ້າກຳ​ອຳນາດ ​ເລີຍ. ກົງກັນຂ້າມ ພວກ​ທະຫານກັບ​ໄດ້​ກັກ​ຂັງທ່ານ​ນາງ ອອງ ຊານ ຊູ​ຈີ ຜູ້ນຳ​ຂອງ​ພັກນັ້ນ​ໃຫ້ຢູ່​ແຕ່​ໃນ​ບໍລິ​ເວນ​ເຮືອນຂອງ​ຕົນ. ພັກ​ຂອງ​ທ່ານ​ນາງພາກັນ​ຂວ້າມບາດ​ການ​ເລືອກ​ຕັ້ງຄັ້ງ​ໃໝ່ນີ້ ​ໂດຍ​ກ່າວ​ວ່າ​ມັນ​ເປັນການ​ເລືອກ​ຕັ້ງທີ່​ຈອມ​ປອມ ​ຫລອກ​ລວງ​ ​ຈັດ​ຂຶ້ນເພື່ອຕົບ​ຕາປະ ຊາຊົນ. ​ແຕ່​ວ່າ​ກຸ່ມ​ການ​ເມືອງ​ນ້ອຍໆ​ອື່ນໆທີ່​ໄດ້​ແຍກ​ອອກ​ຈາກ​ພັກ NLD ໄປ ​ໄດ້ຈົດ​ທະ ບຽນເຂົ້າຮ່ວມການ​ເລືອກ​ຕັ້ງ ໂດຍ​ໃຫ້​ເຫດຜົນວ່າ ການ​ເລືອກ​ຕັ້ງ​ໃດໆກໍ​ຕາມ ​ແມ່ນ​ດີກວ່າ​ບໍ່ມີ​ເລີຍ.

XS
SM
MD
LG