ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ມີການຍິງກັນຢູ່ໃກ້ບ້ານພັກ ຂອງປະທານາທິບໍດີ ເບີກິນາ ຟາໂຊ ໃນຂະນະທີ່ທະຫານກໍ່ກະບົດ ຍ້ອນແຜນຍຸດທະສາດ ຕໍ່ຕ້ານພວກ ຈີຮາດ


ປະຊາຊົນຂີ່ລົດຈັກຂອງເຂົາເຈົ້າຜ່ານສິ່ງກີດຂວາງທີ່ກຳລັເຜົາໄໝ້ ໃນໃຈກາງຂອງນະຄອນຫຼວງ ອວາກາດູກູ ບ່ອນທີ່ກຸ່ມຜູ້ປະທ້ວງສະໜັບສະໜູນກອງທັບບົກ ໄດ້ປະທ້ວງຕໍ່ຕ້ານປະທານາທິບໍດີ ມາກ ຄຣິສຕຽນ ຄາບໍເຣ, ນະຄອນຫຼວງ ອວາກາດູກູ, ປະເທດ ເບີກິນາ ຟາໂຊ. 23 ມັງກອນ, 2022.
ປະຊາຊົນຂີ່ລົດຈັກຂອງເຂົາເຈົ້າຜ່ານສິ່ງກີດຂວາງທີ່ກຳລັເຜົາໄໝ້ ໃນໃຈກາງຂອງນະຄອນຫຼວງ ອວາກາດູກູ ບ່ອນທີ່ກຸ່ມຜູ້ປະທ້ວງສະໜັບສະໜູນກອງທັບບົກ ໄດ້ປະທ້ວງຕໍ່ຕ້ານປະທານາທິບໍດີ ມາກ ຄຣິສຕຽນ ຄາບໍເຣ, ນະຄອນຫຼວງ ອວາກາດູກູ, ປະເທດ ເບີກິນາ ຟາໂຊ. 23 ມັງກອນ, 2022.

ສຽງຍິງປືນຫຼາຍລູກໄດ້ດັງຂຶ້ນ ໃນຄືນວັນອາທິດວານນີ້ ໃກ້ກັບບ້ານຂອງປະທານາທິບໍດີ ເບີກິນາ ຟາໂຊ ຫຼັງຈາກພວກທະ​ຫານໄດ້​ກໍ່​ກະ​ບົດຢູ່ຄ້າຍທະຫານຫຼາຍແຫ່ງ ເພື່ອຮຽກຮ້ອງໃຫ້ປົດ​ຜູ້​ບັນ​ຊາ​ການທະຫານຂອງປະເທດ ແລະ ​ຂໍ​ງົບ​ປະ​ມານເພີ່ມເຕີມເພື່ອຕໍ່ສູ້ກັບພວກແບ່ງແຍກດິນແດນ ອິສລາມ.

ຜູ້ອາໄສຢູ່ໃນທ້ອງຖິ່ນຍັງໄດ້ລາຍງານວ່າເຂົາເຈົ້າເຫັນ ເຮລິຄັອບເຕີ ບິນຢູ່ເໜືອທີ່ພັກສ່ວນຕົວ ຂອງປະທານາທິບໍດີ ຣອດຈ໌ ມາກ ຄາບໍເຣ (Roch Marc Kabore) ໃນນະຄອນຫຼວງ ອວາກາດູກູ (Ouagadougou).

ມັນໄດ້ເກີດຂຶ້ນຫຼັງຈາກການຍິງປືນໃນຕອນເຊົ້າວັນອາທິດວານນີ້ຢູ່ຄ້າຍທະຫານບົກຫຼາຍແຫ່ງ, ຈົນກໍ່ໃຫ້ເກີດຄວາມຢ້ານກົວ ກ່ຽວກັບ ການກໍ່ລັດຖະປະຫານອີກຄັ້ງນຶ່ງ ໃນປະເທດທີ່ເອົາແນ່ບໍ່ໄດ້ ໃນພາກຕາເວັນຕົກຂອງ ອາຟຣິກາ ເຊິ່ງມີແນວໂນ້ມທີ່ຈະຖື​ກທະຫານເຂົ້າຄວບຄຸມນັ້ນ.

ໃນຂະນະດຽວກັນ, ພວກປະທ້ວງທີ່ປະທ້ວງ ກ່ຽວກັບ ການຮັບມືຂອງລັດຖະບານຕໍ່ໄພຂົ່ມຂູ່ຂອງພວກ ຈີຮາດ ໄດ້ຈູດໄຟເຜົາສຳນັກງານໃຫຍ່ຂອງພັກທີ່ກຳລັງປົກຄອງປະເທດ.

ແຕ່ລັດຖະບານໄດ້ປະຕິເສດຂ່າວລື ກ່ຽວກັບ ການພະຍາຍາມຍາດຊິງອຳນາດຢ່າງວ່ອງໄວ ແລະ ລາຍການຂອງຄຳຮຽກຮ້ອງທີ່ຖືກສະເໜີໂດຍກຳລັງທະຫານກະບົດບໍ່ໄດ້ກ່າວເຖິງການພະຍາຍາມທີ່ຈະຂັບໄລ່ທ່ານ ຄາບໍເຣ, ໃນຂະນະທີ່ໄດ້ກ່າວຢໍ້າເຖິງຄວາມຈຳເປັນສຳລັບແຜນຍຸດທະສາດການຕໍ່ຕ້ານພວກ ຈີຮາດ ທີ່ດີກວ່າເກົ່າ.

“ພວກເຮົາຢາກມີ​ງົບ​ປະ​ມານທີ່ພຽງພໍສຳລັບການຕໍ່ສູ້” ຕ້ານພວກຫົວຮຸນແຮງ ອິສລາມ, ທະຫານຄົນນຶ່ງຈາກຖານທັບ ຊານກູເລ ລາມີຊານາ (Sangoule Lamizana) ໃນນະຄອນຫຼວງ ອວາກາດູກູ ໄດ້ກ່າວໃນບັນທຶກສຽງທີ່ໄດ້ຮັບໂດຍອົງການຂ່າວ AFP.

ພວກທະຫານທີ່ບໍ່ໄດ້ຖືກກະທົບຍັງຢາກໃຫ້ນາຍພົນລະດັບສູງ “ຖືກສັບປ່ຽນ,” ຮັກສາບາດແຜຂອງກຳລັງທະຫານໃຫ້ດີກວ່າເກົ່າ ແລະ ການສະໜັບສະໜູນຫຼາຍຂຶ້ນສຳລັບບັນດາຄອບຄົວທະຫານທີ່ເສຍຊີວິດໃນການຕໍ່ສູ້, ໂຄສົກສຳລັບກອງທະຫານກະບົດ ໄດ້ກ່າວໃນບັນທຶກສຽງທີ່ບໍ່ປະສົງອອກຊື່.

ບັນດາເຈົ້າໜ້າທີ່ໄດ້ປະກາດການຫ້າມອອກບ້ານຂ້າມຄືນຈາກ 8 ໂມງແລງຕາມເວລາໃນທ້ອງຖິ່ນ ຂອງວັນອາທິດວານນີ້ “ຈົນກວ່າຈະມີແຈ້ງການຕໍ່ໄປ” ແລະ ກະຊວງສຶກສາໄດ້ກ່າວວ່າໂຮງຮຽນຈະຖືກປິດໃນວັນຈັນ ແລະ ວັນອັງຄານ ທົ່ວປະເທດທີ່ທຸກຍາກ ແລະ ບໍ່ມີທາງອອກສູ່ທະເລດັ່ງກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG