ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງທັບ ເບີກີນາ ຟາໂຊ ໃຫ້ຄຳໝັ້ນສັນຍາ ຈະຈັດຕັ້ງ ລັດຖະບານ​ ສາມັກຄີ


ພວກປະທ້ວງເພື່ອ ປະຊາທິປະໄຕ ຮ້ອງໂຮ ຄຳຂວັນ ຕໍ່ຕ້ານການປົກຄອງຂອງທະຫານ ຢູ່ທີ່ ສະໜາມແຫ່ງຊາດ ຫຼື Place de la Nation ໃນນະຄອນຫຼວງອົວກາດູກູ ປະເທດເບີກີນາ ຟາໂຊ, ວັນທີ 2 ພະຈິກ 2014.
ພວກປະທ້ວງເພື່ອ ປະຊາທິປະໄຕ ຮ້ອງໂຮ ຄຳຂວັນ ຕໍ່ຕ້ານການປົກຄອງຂອງທະຫານ ຢູ່ທີ່ ສະໜາມແຫ່ງຊາດ ຫຼື Place de la Nation ໃນນະຄອນຫຼວງອົວກາດູກູ ປະເທດເບີກີນາ ຟາໂຊ, ວັນທີ 2 ພະຈິກ 2014.

ກອງທັບ​ຂອງ​ເບີ​ກີ​ນາ ຟາ​ໂຊ ທີ່​ໄດ້​ຢຶດອຳນາດ​ໃນ​ວັນ​ສຸກ
​ຜ່ານ​ມານັ້ນ ກ່າວ​ວ່າ ຕົນ​ຈະ​ຈັດຕັ້ງ ລັດຖະບານ​ສາມັກຄີ ​ເພື່ອ
​ເບິ່ງ​ແຍງ​ການ​ເມືອງ ​ລະຍະ​ຂ້າມ​ຜ່ານ ທີ່​ໄດ້​ເກີດ​ຂຶ້ນມາ ຍ້ອນ
​ການ​ໂຄ່ນ​ລົ້ມ​ການ​ປົກຄອງ​ອັນ​ຢາ​ວນານຂອງ​ປະທານາທິບໍດີ
Blaise Campaore.

ໃນຄຳຖະ​ແຫລ​ງອັນ​ສັ້ນໆໃນ​ຕອນ​ແລງ​ຂອງ​ວັນ​ ອາທິດ​ວານ​ນີ້
ກອງທັບເວົ້າວ່າ ອົງ​ປະກອບ​ທັງ​ໝົດ ຂອງລັດຖະບານ​ລະຍະ
​ຂ້າມ​ຜ່ານ “ຈະຖືກຮັບຮອງ​ເອົາ ດ້ວຍຄວາມເປັນ​ເອກະສັນ
ທີ່ກວ້າງຂວາງ.”
​ຄຳ​ຖະ​ແຫລ​ງບໍ່​ໄດ້ໃຫ້ລາຍລະອຽດ​ໃດໆ
ຕື່ມ​ອີກ.

ພັນ​ໂທ Yacouba Isaac Zida (ຊ້າຍ) ຂອງເບີກີນາ ຟາໂຊ ຮັບຟັງ ການອ່ານຄຳຖະແຫລງ ຫຼັງຈາກສິ້ນສຸດກອງປະຊຸມ ກັບຜູ້ບັນຊາການ ທະຫານແຫ່ງຊາດ ເມື່ອວັນທີ 1 ພະຈິກ 2014 ທີ່ສຳນັກງານທະຫານ ໃນນະຄອນຫລວງ ອົວກາດູກູ .
ພັນ​ໂທ Yacouba Isaac Zida (ຊ້າຍ) ຂອງເບີກີນາ ຟາໂຊ ຮັບຟັງ ການອ່ານຄຳຖະແຫລງ ຫຼັງຈາກສິ້ນສຸດກອງປະຊຸມ ກັບຜູ້ບັນຊາການ ທະຫານແຫ່ງຊາດ ເມື່ອວັນທີ 1 ພະຈິກ 2014 ທີ່ສຳນັກງານທະຫານ ໃນນະຄອນຫລວງ ອົວກາດູກູ .

ການ​ປະກາດ​ໃນ​ວັນ​ອາທິດ​ວານ​ນີ້ ​ໃນນະຄອນຫລວງ
Ouagadougou ມີ​ມາ ຫຼັງຈາກ ​ມີ​ຄວາມ​ສັບສົນ​ເກີດ​ຂຶ້ນ
​ທີ່ແຜ່​ຂະຫຍາຍ​ອອກ ​ເປັນ​ເວ​ລາຫຼາຍຊົ່ວ​ໂມ​ງ ກ່ຽວ​ກັບວ່າ
ຜູ້​ໃດ​ຈະ​ປົກຄອງ​ ປະ​ເທດ​ດ້ອຍ​ພັດທະນາ ທີ່​ມີ​ພົນລະ​ເມືອງ
17 ລ້ານ​ຄົນ ໃນ​ອາ​ຟຣິກາ​ຕາ​ເວັນ​ຕົກ ແຫ່ງນັ້ນ.

ຫຼັງຈາກ ທ່ານ Campaore ​ໄດ້​ຖືກ​ກົດ​ດັນ​ໃຫ້​ລາ​ອອກ​ຈາກ
​ຕຳ​ແໜ່​ງ​ໄດ້ ​ບໍ່​ດົນ ນາຍ​ທະຫານ 2 ທ່ານ ຕ່າງ​ກໍ​ອ້າງ​ວ່າ​ ຕົນ
ເປັນ​ຜູ້​ກຳ​ອຳນາດ. ທາງກອງທັບ​ໄດ້ແຕ່ງ​ຕັ້ງ​ນາຍ​ທະ​ຫານ
​ຄົນ​ໜຶ່ງ ​ໃນ​ຈຳນວນສອງ​ທ່ານ​ນັ້ນ​ ເປັນ​ຜູ້ກຳ​ອຳນາດ ​ເມື່ອ​
ວັນ​ເສົາ​ຜ່ານ​ມາ ຄື ພັນ​ໂທ Yacouba Isaac Zida ​ໃຫ້
​ເປັນ​ຫົວໜ້າ​ນຳພາ​ລະຍະ​ຂ້າມ​ຜ່ານ​ນີ້.

​ໃນ​ຕອນ​ເຊົ້າຂອງ​ວັນອາທິດ​ວານ​ນີ້ ທະຫານ​ຈຳນວນ​ໜຶ່ງ
ຈາກໜ່ວຍ​ອາລັກຂາ​ປະທານາທິບໍດີ ​ໄດ້​ຍິງ​ປືນ​ຂຶ້ນ ​ເພື່ອ​ໃຫ້
​ພວກ​ປະ​ທ້ວງ ທີ່​ໄດ້​ເຕົ້າ​ໂຮມ​ກັນ​ ຢູ່​ໜ້າ​ສຳນັກງານສະຖາ​ນີ​
ໂທລະພາບ​ແຫ່ງ​ຊາດ ສະຫລາຍໂຕ ຫຼັງຈາກ​ພັກ​ຝ່າຍ​ຄ້ານ
​ທີ່​ນຳໂດຍ Sara Sereme ​ໄດ້​ໄປ​ເຖິງ​ສະຖານ​ທີ່​ນັ້ນ ພ້ອມ
​ດ້ວຍກຸ່ມ​ພວກສະໜັບສະໜຸນ.

BURKINA FASO VOSOT
please wait
Embed

No media source currently available

0:00 0:01:16 0:00

XS
SM
MD
LG