ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທະຫານ Burkina Faso ເຂົ້າໄປໃນ ນະຄອນຫຼວງ Ouagadougou


ທະຫານ Burkina Faso ຢ່າງລາດຕະເວນ ຢູ່ໃກ້ກັບທາງເຂົ້າ ໂຮງແຮມ Libya.
ທະຫານ Burkina Faso ຢ່າງລາດຕະເວນ ຢູ່ໃກ້ກັບທາງເຂົ້າ ໂຮງແຮມ Libya.

ກອງ​ທະຫານ Burkina Faso ໄດ້​ເຂົ້າ​ໄປໃນນະ​ຄອນ​ຫຼວງ
Ouagadougou ​ເພື່ອ​ເຈລະຈາ​ຍອ​ມ​ຈຳນົນ​ ໂດຍພວກຜູ້
ນຳ ທີ່ເຮັດ​ລັດຖະປະຫານ ​ໃນ​ຂະນະ​ທີ່ ​ເອກ​ອັກຄະ​ລັດຖະ
ທູດ​ຂອງຝຣັ່ງ ກ່າວ​ວ່າ ປະທານາທິບໍດີຊົ່ວຄາວ ທ່ານ Mi-
chel Kafando ​ໄດ້​ຖືກ​ປ່ອຍ​ໂຕ​ແລ້ວ.

ຖະ​ແຫລ​ງການຂອງ​ກອງທັບກ່າວ​ວ່າ ພວກທະຫານກຳລັງ
ເດີນທາງໄປນະຄອນ​ຫຼວງ​ໃນ​ຄວາມ​ພະຍາຍາມ​ທີ່​ຈະ​ຍຸດຕິ
ການ​ເຂົ້າຄວບຄຸມ​ລັດຖະບານໂດຍປາດ​ສະ​ຈາກ​ການ​ນອງ​
ເລືອດ.

​ໃນວັນຈັນ​ວານ​ນີ້ ຜູ້ນຳ​ລັດຖະປະຫານ ນາຍ​ພົນ Gilbert Diendere ກ່າວຢູ່ ໃນຖະ​
ແຫລ​ງການ​ວ່າ ທ່ານ​ຈະລາ​ອອກ​ຈາກ​ໜ້າ​ທີ່ ​ໃນ​ການເປັນຜູ້ນຳຂອງປະ​ເທດ​ໃນຕອນ
ທ້າຍຂອງການເຈລະຈາທີ່ໄກ່​ເກ່ຍ​ໂດຍ​ປະຊາຄົມເສດຖະກິດຂອງ ບັນດາ​ປະ​ເທດ ໃນ
ເຂດອາຟຣິກາ​ຕາ​ເວັນ​ຕົກ ຫຼື ECOWAS. ກຸ່ມ​ຈັດຕັ້ງຢູ່່ຂົງ​ເຂດດັ່ງກ່າວ ກຳລັງປະຊຸມ​
ສຸດ​ຍອດ​ສຸກ​ເສີນ ຢູ່ທີ່ນະຄອນຫລວງ​ໄນ​ຈີ​ເຣຍ ​ໃນ​ວັນ​ອັງຄານ​ມື້​ນີ້ ​ເພື່ອສົນທະນາຫາ
ລືກ່ຽວກັບສະຖານະ​ການ.

ນາຍພົນ Diendere ​ທີ່​ເປັນ​ຫົວໜ້າ ໜ່ວຍອາລັກຂາປະທານາທິບໍດີ ທີ່​ໄດ້​ຍຶດ​ອຳນາດ
​ແລະ​ກັກ​ຂັງ​ປະທານາທິບໍດີ Kafando ​ໃນ​ວັນ​ພຸດ​ອາທິດ​ແລ້ວ​ນີ້ ​ໄດ້​ຂໍ​ຂະ​ມາ​ໂທດ​ຕໍ່​ປະ
​ເທດ​ຊາດ ​ແລະ​ກ່າວ​ວ່າ ທ່ານ​ກຳລັງ​ວາງແຜນ ທີ່​ຈະ​ມອບ​ອຳນາດ ​ໃຫ້​ແກ່ລັດຖະບານ​
ພົນລະ​ເຮືອນ.

ທ່ານໄດ້​ກ່າວ​ຕໍ່ ວີ​ໂອ​ເອ ພະ​ແນ​ກພາສາ​ຝຣັ່ງໄປຍັງອາຟຣິກາ ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ທ່ານ
​ຕ້ອງການ​ຫລີກ​ລ່ຽງການ​ນອງ​ເລືອດ.

​ເອກ​ອັກຄະ​ລັດຖະທູດ​ຝຣັ່ງ ທ່ານ Gilles Thibault ກ່າວ​ຜ່ານທາງ Twitter ວ່່າ ປະທາ
ນາທິບໍດີ Kafando ​ໄດ້​ຖືກປ່ອຍ​ໂຕ ໂດຍ​ບັນດາ​ຫົວໜ້າລັດຖະປະ ຫານ ​ແລະ​ປັດຈຸບັນ​
ນີ້ ​ໄດ້ໄປ​ຢູ່ "ບ້ານ​ພັກ​ຂອງທູດຝຣັ່ງ.”

​ໃນ​ຂະນະ​ດຽວ​ກັນ ​ໂຄສົກ​ທະຫານ ຮ້ອຍ​ເອກ Herve Ye ກ່າວ​ຕໍ່ ວີ​ໂອ​ເອ ພະ​ແນ​ກພາສາ
​ຝຣັ່ງໄປຍັງອາຟຣິກາວ່າ ກອງທັບ​ຕ້ອງການ​ໃຫ້ໜ່ວຍ​ອາລັກຂາ ປະທານາທິບໍດີ ຍ​ອມຈຳ
ນົນ ​ແລະ​ໄປເຕົ້າໂຮມກັນ​ຢູ່​ຄ້າຍແຫ່ງນຶ່ງ ໃກ້​ກັບຈະ​ຕຸ​ລັດ​ແຫ່ງ​ຊາດ ຊຶ່ງເປັນບ່ອນ​ເຕົ້າ​ໂຮມ​
ສາທາລະນະ ​ໃນ​ນະຄອນຫລວງ.

ນັກ​ຂ່າວວີ​ໂອ​ເອ ​ໃນນະຄອນ Ouagadougou, Emilie lob (yob) ກ່າວ​ວ່າ ຖະໜົນ
​ຫົນທາງໃນນະຄອນຫລວງ​ເປົ່າ​ແປນ ​ໃນ​ຂະນະ​ທີ່ຂ່າວ​ແຜ່​ສະພັດ ອອກ​ໄປ​ວ່າ ທະຫານ​
ກຳລັງ​ເຂົ້າໄປໃນນະຄອນຫຼວງ.

Burkina Faso
please wait
Embed

No media source currently available

0:00 0:01:54 0:00

XS
SM
MD
LG