ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະ​ຫານ​ໃນ​​ປະ​ເທດເບີ​ກິນາ ຟາ​ໂຊ ເວົ້າ​ວ່າ ເຂົາ​ເຈົ້າ​ໄດ້​ປົດ​ປະ​ທາ​ນາ​ທິບໍ​ດີ​ ອອກ​ຈາກ​ຕຳ​ແໜ່ງ


ປະ​ຊາ​ຊົນ​ພາ​ກັນ​ຍົກ​ທຸງເບີ​ກິນາ ຟາ​ໂຊຂຶ້ນ​ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ໄປ​ເຕົ້າ​ໂຮມ​ກັນ ຢູ່​ຈະ​ຕຸ​ລັດ​ແຫ່ງ​ຊາດ ​ເພື່ອ​ສະ​ໜັບ​ສະ​ໜຸນ​ທະ​ຫານ​ໃນ​ນະ​ຄອນ​ຫລວງອວາກາດູກູ, ວັນ​ທີ 24 ມັງ​ກອນ, 2022
ປະ​ຊາ​ຊົນ​ພາ​ກັນ​ຍົກ​ທຸງເບີ​ກິນາ ຟາ​ໂຊຂຶ້ນ​ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ໄປ​ເຕົ້າ​ໂຮມ​ກັນ ຢູ່​ຈະ​ຕຸ​ລັດ​ແຫ່ງ​ຊາດ ​ເພື່ອ​ສະ​ໜັບ​ສະ​ໜຸນ​ທະ​ຫານ​ໃນ​ນະ​ຄອນ​ຫລວງອວາກາດູກູ, ວັນ​ທີ 24 ມັງ​ກອນ, 2022

ທະ​ຫານ​ໃນປະ​ເທດເບີ​ກິນາ ຟາ​ໂຊທີ່ຕັ້ງຢູ່​ເຂດຕາ​ເວັນ​ຕົກ​ຂອງທະ​ວີບອາ​ຟຣິ​ກາກ່າວ​ວ່າ​ ເຂົາ​ເຈົ້າ​ໄດ້​ປົດປະທານາທິບໍດີ ຣອຈ ມາກ ຄາບໍເຣ (Roch Marc Kabore) ອອກ​ຈາກ​ຕຳ​ແໜ່ງ ແລະເວົ້າ​ວ່າ​ປັດ​ຈຸ​ບັນ ລັດ​ຖະ​ບານ​ທະ​ຫານ​ໄດ້​ຄວບ​ຄຸມ​ປະ​ເທດ.

ທະຫານ​ກະບົດ​ຫຼາຍ​ກວ່າສິບ​ຄົນ​ໄດ້​ປາກົດ​ຕົວ​ຢູ່​ທາງ​ໂທລະພາບ​ຂອງ​ລັດ​ໃນ​ວັນ​ຈັນ​ມື້​ນີ້ ​ເພື່ອ​ປະກາດ​ແລະ​ກ່າວ​ວ່າ ການ​ຍຶດ​ເອົາປະ​ເທດ​ດັ່ງກ່າວ ​ໄດ້​ດຳ​ເນີນ​ໄປ​ໂດຍ​ບໍ່​ໄດ້ໃຊ້ຄວາມ​ຮຸນ​ແຮງເລີຍ.

ຮ້ອຍ​ເອກຊິດ​ຊໍ​ເຣ ຄາ​ເບ ອົວເອດ​ຣາ​ໂອ​ໂກ (Sidsore Kaber Ouedraogo) ກ່າວວ່າ ພວກຜູ້ນຳທະຫານໃໝ່ ຈະເຮັດວຽກສ້າງແຜນ​ການ​ຕ່າງໆ ທີ່ “ເປັນທີ່ຍອມຮັບໄດ້ສຳລັບທຸກຄົນ” ໃນການຈັດການເລືອກຕັ້ງໃໝ່ຂຶ້ນ.

ເຫດການຜັນ​ແປ​ດັ່ງ​ກ່າວ ໄດ້​ເກີດ​ຂຶ້ນ​ຫລັງ​ຈາກ​ມີ​ການ​ລາຍ​ງານ​ກ່ຽວ​ກັບ​ການ​ປະ​ທະ​ກັນ​ຢ່າງ​ໜັກ ຢູ່​ໃກ້​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ​ໃນ​ນະ​ຄອນຫຼວງອວາກາດູກູ (Ouagadougou).

ຍັງບໍ່ທັນຮູ້​ເປັນ​ທີ່ຈະແຈ້ງວ່າ​ ທ່ານ​ຄາ​ບໍ​ເຣ​ຢູ່​ໃສ. ລາຍ​ງານ​ໃນ​ວັນ​ຈັນ​ວານ​ນີ້​ກ່າວ​ວ່າ ທ່ານ​ໄດ້​ຖືກ​ກັກ​ຂັງ​ໂດຍ​ພວກ​ທະຫານ​ກະ​ບົດພ້ອມກັບສະມາຊິກ​ລັດຖະບານ​ຄົນ​ອື່ນໆ.

ຖະແຫຼງການທີ່ເຊັນໂດຍພັນໂທພອ​ລ-ເຮັນ​ຣີ ແຊນ​ດາ​ໂອ​ໂກ ​ດາ​ມີ​ບາ (Paul-Henri Sandaogo Damiba) ກ່າວໃນວັນຈັນວານນີ້ວ່າ ພວກທີ່ຖືກຄຸມຂັງ ນັ້ນແມ່ນຢູ່ໃນບ່ອນທີ່ປອດໄພ.

ຮູ​ລູກ​ປືນ​ເຫັນ​ຢູ່​ລົດ​ຄັນ​ນຶ່ງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ຄາ​ບໍ​ເຣ​ຫລັງ​ຈາກ​ມີ​ການ​ຍິງ​ສູ້ກັນ​ໃກ້​ກັບ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ຢູ່ນະ​ຄອນ​ຫລວງອວາກາດູກູ, ວັນ​ທີ 24 ມັງ​ກອນ, 2022
ຮູ​ລູກ​ປືນ​ເຫັນ​ຢູ່​ລົດ​ຄັນ​ນຶ່ງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ຄາ​ບໍ​ເຣ​ຫລັງ​ຈາກ​ມີ​ການ​ຍິງ​ສູ້ກັນ​ໃກ້​ກັບ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ຢູ່ນະ​ຄອນ​ຫລວງອວາກາດູກູ, ວັນ​ທີ 24 ມັງ​ກອນ, 2022

ຖະ​ແຫຼງການ​ສະ​ບັບນັ້ນໄດ້​ຖິ້ມ​ໂທດ​ໃສ່​ທ່ານຄາ​ບໍ​ເຣທີ່​ບໍ່​ສາມາດທ້ອນ​ໂຮມ​ປະ​ເທດ​ຊາດ​ໄດ້ ແລະ​ກ່າວ​ວ່າທ່ານ​ບໍ່​ໄດ້​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຂອງ​ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ.

​ສ່ວນຝ່າຍ​ຂອງ​ທ່ານຄາ​ບໍເຣກ່າວ​ກ່ອນ​ໜ້າ​ນີ້​ວ່າ ທ່ານ​ໄດ້​ລອດ​ຊີວິດ​ຈາກການພະຍາຍາມ​ລອບ​ສັງຫານແຕ່​ກໍບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ເພີ້ມ​ເຕີມ.​

ບັນດາ​ຜູ້ນຳ​ທະຫານ​ຊຸດ​ໃໝ່​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້ງົດ​ການ​ໃຊ້​ລັດຖະທຳ​ມະນູນ​ຂອງເບີ​ກິ​ນາ​ ຟາ​ໂຊໄວ້, ຍຸບສະພາ​ແຫ່ງ​ຊາດ ​ແລະ​ປິດ​ເຂດ​ຊາຍ​ແດນ​ຂອງ​ປະ​ເທດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG