ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ວິກິດການ ດ້ານການເມືອງ ຂອງເບີກີນາ ຟາໂຊ ໃກ້ຈະ ສິ້ນສຸດ ລົງແລ້ວ


ປະທານາທິບໍດີ ເບນິນ ທ່ານ Thomas Boni Yayi ຖະແຫລງຕໍ່ສື່ມວນຊົນ ຫຼັງຈາກທ່ານໄດ້ ເຈລະຈາກັບ
ນາຍພົນ Gilbert Diendere ຜູ້ຖືກແຕ່ງຕັ້ງໃຫ້ເປັນຜູ້ນຳ ຂອງເບີກີນາ ຟາໂຊ, ໃນນະຄອນຫຼວງອົວກາດູກູ, ວັນທີ 19 ກັນຍາ 2015.
ປະທານາທິບໍດີ ເບນິນ ທ່ານ Thomas Boni Yayi ຖະແຫລງຕໍ່ສື່ມວນຊົນ ຫຼັງຈາກທ່ານໄດ້ ເຈລະຈາກັບ ນາຍພົນ Gilbert Diendere ຜູ້ຖືກແຕ່ງຕັ້ງໃຫ້ເປັນຜູ້ນຳ ຂອງເບີກີນາ ຟາໂຊ, ໃນນະຄອນຫຼວງອົວກາດູກູ, ວັນທີ 19 ກັນຍາ 2015.

ບັນດາ​ຜູ້​ໄກ່​ເກ່ຍກຳລັງ​ທຳ​ງານ ​ເພື່ອ​ຍຸດຕິ​ຄວາມ​ບໍ່​ສະຫງົບທາງ​
ດ້ານ​ການ​ເມືອງ ຢູ່​ໃນ​ປະ​ເທດ ​ເບີ​ກີ​ນາ ຟາ​ໂຊ ​ຊຶ່ງ​ເປັນ​ປະ​ເທດ
​ໜຶ່ງ​ໃນ​ອາ​ຟຣິກາ​ຕາ​ເ​ວັນ​ຕົກ ​ແລະ ຄາດ​ກັນ​ວ່າ ຈະ​ມີ​ການ​ປະ
ກາດ​ການ​ແກ້​ໄຂ​ບັນຫາ ສຳລັບ​ວິ​ກິດ​ການດັ່ງກ່າວ ​ໃນ​ວັນ
​ອາທິດ​ມື້​ນີ້.

ປະທານາທິບໍດີ ​ເບ​ນິນ ທ່ານ Thomas Boni Yayi ​ໄດ້ໂອ້ລົມ
ເຖິງສະພາບ​ການ​ ຂອງ​ການ​ເຈລະຈາ ກັບ​ບັນດາ​ນັກ​ຂ່າວ ​ໃນ
​ວັນ​ເສົາ​ວານ​ນີ້ ຢູ່​ທີ່​ນະຄອນຫລວງອົວກາ​ດູ​ກູ ຂອງ​ປະ​ເທດ
ເບີ​ກີ​ນາ ຟາ​ໂຊ ​ແຕ່​ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ໃດໆ ​ກ່ຽວ​ກັບ​ຂໍ້​ຕົກລົງ​
ທີ່​ອາດເປັນ​ໄປ​ໄດ້ນັ້ນ.

ທ່ານ Boni Yayi ​ແລະ ປະທາ​ນາ​ທິບໍດີ ​ເຊ​ເນ​ກາລ ທ່ານ Macky Sall ພວມ​ນຳພາ​ການ​ເຈລະຈາ ກັບ​ນາຍພົນ​ Gilbert Diendere ຜູ້​ທີ່​ໄດ້​ຍຶດ​ເອົາອຳນາດ ​ໃນ​ວັນ​ພະຫັດຜ່ານ​ມາ ຫຼັງຈາກ​ທີ່​ບັນດາ​ສະມາຊິກ ​ຂອງໜ່ວຍອາລັກຂາປະທານາທິບໍດີ ໄດ້ບຸກເຂົ້າໄປໃນ ກອງປະຊຸມຄະນະລັດຖະບານ ມື້​ນຶ່ງ​ກ່ອນ​ໜ້າ​ນັ້ນ ​ແລະ ​ໄດ້​ລັກ​ພາ​ຕົວ ຜູ້ວ່າການປະທາ​ນາ​ທິບໍດີຊົ່ວຄາວ ທ່ານ Michel Kafando ​ແລະ ບັນດາ​ລັດຖະມົນຕີ​ຂອງທ່ານ​ນຳ​.

ການ​ກໍ່​ລັດຖະປະຫານ ​ໄດ້ສົ່ງ​ຜົນ​ໃຫ້​ເກີດ​ການ​ປະ​ທ້ວງ​ຢ່າງຮ້າຍ​ແຮງ​ຂຶ້ນ ຢູ່​ຕາມ​ຖະໜົນເສັ້ນ​ຕ່າງໆ​ ໃນນະຄອນຫລວງອົວກາ​ດູ​ກູ ຈົນ​ທະວີ​ຂຶ້ນ​ເຖິງຂັ້ນ​ປະ​ທະ​ກັນ​ຢ່າງ​ນອງ​ເລືອດ ລະຫວ່າງ​ພວກ​ປະ​ທ້ວງ ​ແລະ ພວກ​ທະຫານ ທີ່​ເຮັດ​ໃຫ້​ມີ 10 ຄົນ​ເສຍ​ຊີວິດ ​ແລະ ຫຼາຍກວ່າ 100 ຄົນ​ໄດ້​ຮັບ​ບາດ​ເຈັບ. ຄວາມ​ຮຸນ​ແຮງ​ໄດ້​ຫລຸດຜ່ອນ​ລົງ ​ໃນ​ວັນ​ເສົາ​ວານ​ນີ້ ​ໃນ​ຂະນະ​ທີ່​ມີ​ທະຫານ​ບໍ່​ທໍ່​ໃດ​ຄົນ ລາດ​ຕາ​ເວນຢູ່ ນະຄອນຫລວງອົວກາ​ດູ​ກູ.

ລັດຖະບານ​ຂອງ ທ່ານ Kafando ​ໄດ້​ຖືກ​ກໍ່ຕັ້ງຂຶ້ນ ຫຼັງຈາກ​ທີ່​ປະທານາທິບໍດີ Blaise
Compaore ​ໄດ້​ຖືກ​ຂັບ​ໄລ່​ອອກ​ຈາກ​ຕຳ​ແໜ່​ງ ​ເມື່ອ​ເດືອນ​ຕຸລາ​ປີ​ກາຍ​ນີ້ ຍ້ອນ​ການ​ລຸກ​ຮື​
ຂຶ້ນຂອງ​ປະຊາຊົນ. ລັດຖະບານ​ດັ່ງກ່າວ ​ໄດ້​ກຳນົດການ​ເລື​ອກຕັ້ງ ສຳ​ຫລັບ​ລັດຖະບານ
ຖາ​ວອນຊຸດ​ໃໝ່ ​ໃສ່​ວັນ​ທີ 11 ​ເດືອນ​ຕຸລາ ຈະ​ມາ​ເຖິງ​ນີ້. ການ​ກໍ່​ລັດຖະປະຫານນີ້ ​ໄດ້​ຖືກ
​ປະນາມ ​ໂດຍ​ສະຫະລັດ ​ແລະ ຝຣັ່ງ ອະດີດຜູ້​ປົກຄອງປະ​ເ​ທດ​ເບີ​ກີ​ນາ ຟາ​ໂຊ ​ທີ່ເຄີຍ​ເປັນ
ຫົວ​ເມືອງ​ຂຶ້ນນັ້ນ ພ້ອມ​ດ້ວຍ ອົງການ​ສະຫະ​ປະຊາ​ຊາດ ​ແລະ ສະຫະພາບ​ອາ​ຟຣິກາ ຊຶ່ງ​
ໄດ້​ສັ່ງ​ງົດ​ ການ​ເປັນ​ສະມາຊິກ​ຂອງ​ປະ​ເທດ ເມື່ອ​ວັນ​ສຸກ​ຜ່ານ​ມາ.

Burkina Faso Coup
please wait
Embed

No media source currently available

0:00 0:00:35 0:00

XS
SM
MD
LG