ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເບີກີນາ ຟາໂຊ ປະເຊີນກັບບັນຫາ ໂຈມຕີ ກໍ່ການຮ້າຍ ແລະ ການກ່າວຫາ ລະເມີດສິດທິ ມະນຸດ


ພວກແມ່ຍິງ ແກ່ຖັງນ້ຳ ດ້ວຍລົດຖີບຂອງພວກເຂົາເຈົ້າ ຢູ່ທີ່ບ່ອນແຈກນ້ຳ ໃນໝູ່ບ້ານ Nedogo ຢູ່ໃກ້ເມືອງ ອົວກາດູກູ ຂອງເບີກີນາ ຟາໂຊ, ວັນທີ 16 ກຸມພາ 2018.
ພວກແມ່ຍິງ ແກ່ຖັງນ້ຳ ດ້ວຍລົດຖີບຂອງພວກເຂົາເຈົ້າ ຢູ່ທີ່ບ່ອນແຈກນ້ຳ ໃນໝູ່ບ້ານ Nedogo ຢູ່ໃກ້ເມືອງ ອົວກາດູກູ ຂອງເບີກີນາ ຟາໂຊ, ວັນທີ 16 ກຸມພາ 2018.

ລັດຖະບານຂອງເບີກີນາ ຟາໂຊ ອ້າງວ່າ ຕົນໄດ້ສັງຫານພວກນັກລົບເພື່ອສາສະໜາ
ຫຼື ຈີຮາດີ 146 ຄົນ ຢູ່ທາງພາກເໜືອຂອງປະເທດ ໃນສັບປະດານີ້ ແຕ່ ອົງການສິດທິ
ມະນຸດ Human Rights Watch ກ່າວວ່າ ຕົນເຊື່ອວ່າ ບາງຄົນໃນຈຳນວນຜູ້ເສຍຊີ
ວິດນັ້ນ ແມ່ນພົນລະເຮືອນ. ນອກນັ້ນ ພວກທະຫານ ຍັງຊໍ່ສະແດງໃຫ້ເຫັນວ່າ ຫຼາຍ
ຄົນໄດ້ຖືກຂ້າແບບບໍ່ຖືກກົດໝາຍ ໃນຂົງເຂດດຽວກັນນັ້ນ.

ກຸ່ມສິດທິມະນຸດສາກົນ ກ່າວກ່າວ ຈຳນວນຜູ້ຊາຍເກືອບ 150 ຄົນ ທີ່ຖືກຂ້າຕາຍ
ແມ່ນພົນລະເຮືອນ ທີ່ບໍ່ມີຄວາມຜິດ ຜູ້ຖືກນຳອອກໄປຈາກບ້ານເຮືອນຂອງພວກ
ເຂົາເຈົ້າ ແລ້ວປະຫານຊີວິດ ຕໍ່ໜ້າຄອບຄົວຂອງເຂົາເຈົ້າ.

ທ່ານນາງ ຄໍຣີນ ດຸຟກາ ຊາແຮລ ຜູ້ອຳນວຍການ ອົງການສິດທິມະນຸດ Human Rights
Watch ກ່າວວ່າ "ມັນເປັນໄປໄດ້ແທ້ໆ ທີ່ວ່າ ມີຄົນຈຳນວນຫຼາຍພໍ ໃນຈຳນວນບຸກຄົນ
ດັ່ງກ່າວ ທີ່ພວກທະຫານ ກ່າວຫາວ່າ ເປັນພວກກໍ່ການຮ້າຍ ຄວາມຈິງແລ້ວ ແມ່ນ
ພົນລະເຮືອນ ຫຼືຜູ້ຕ້ອງສົງໄສ ທີ່ຖືກຂ້າ ແບບບໍ່ຖືກກົດໝາຍ. ຂ້າພະເຈົ້າ ໄດ້ລົມກັບ ຄົນໜ້ອຍນຶ່ງ ທີ່ຮູ້ຈັກກ່ຽວກັບເຫດການດັ່ງກ່າວ. ນຶ່ງຄົນໃນຈຳພວກນັ້ນ ບັນລະຍາຍ
ວ່າ ໄດ້ໂອ້ລົມກັບພວກແມ່ຍິງຜູ້ທີ່ໄດ້ຮ້ອງໄຫ້ ໃນຂະນະເວົ້າກ່ຽວກັບ ວິທີທີ່ພວກສາມີ
ຂອງເຂົາເຈົ້າ ໄດ້ຖືກນຳໂຕອອກໄປຈາກບ້ານຂອງພວກເຂົາເຈົ້າ ແລະຖືກຂ້າຕໍ່ໜ້າ
ຕໍ່ຕາພວກເຂົາເຈົ້າ."

ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາຄຣົງ ເຂົ້າຮ່ວມປະຊຸມ ກັບ ປະທານາທິບໍດີ ຂອງເບີກີນາ ຟາໂຊ ໂຣຈ໌ ມາກ ຄຣິຕຽນ ກາໂບເຣ (Roch Marc Christian Kabore) ຢູ່ທຳນຽບປະທານາທິບໍດີ ໃນນະຄອນ ອົວກາດູກູ ຂອງເບີກີນາ ຟາໂຊ, ວັນທີ 28 ພະຈິກ 2017.
ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາຄຣົງ ເຂົ້າຮ່ວມປະຊຸມ ກັບ ປະທານາທິບໍດີ ຂອງເບີກີນາ ຟາໂຊ ໂຣຈ໌ ມາກ ຄຣິຕຽນ ກາໂບເຣ (Roch Marc Christian Kabore) ຢູ່ທຳນຽບປະທານາທິບໍດີ ໃນນະຄອນ ອົວກາດູກູ ຂອງເບີກີນາ ຟາໂຊ, ວັນທີ 28 ພະຈິກ 2017.

ພວກທະຫານຂອງເບີກີນາ ຟາໂໍຊ ບໍ່ໄດ້ໃຫ້ຄຳຕອບຕໍ່ການຂໍໃຫ້ມີຄຳເຫັນ ກ່ຽວກັບ
ຂໍ້ກ່າວຫາດັ່ງກ່າວນັ້ນ.

ຜູ້ບັນຊາການກອງທັບແຫ່ງຊາດ ລາຍງານໃນວັນພະຫັດວານນີ້ ວ່າ ພວກກໍ່ການຮ້າຍ
ໄດ້ສັງຫານ ຕຳຫຼວດຂອງທະຫານ 5 ຄົນ ແລະອີກ 3 ຄົນໄດ້ຮັບບາດເຈັບ ໃນການຕອບ
ໂຕ້ຄືນ ຂອງການປະຕິບັດການ ຕໍ່ຕ້ານພວກກໍ່ການຮ້າຍ ໃນສັບປະດານີ້.

ເມື່ອຕົ້ນສັບປະດານີ້ ບັນດາຜູ້ນຳຂອງ ອັນທີ່ເອີ້ນວ່າ ກອງກຳລັງຊາແຮລ ຈີ 5 (G5
Sahel Forces) ໄດ້ພົບປະເພື່ອການປຶກສາຫາລື ຄວາມພະຍາຍາມໃນຂົງເຂດ ໃນ
ການຕໍ່ສູ້ພວກຫົວຮຸນແຮງ ອິສລາມ ຢູ່ໃນພາກພື້ນ. ກຸ່ມດັ່ງກ່າວ ປະກອບດ້ວຍ ເບີກີນາ
ຟາໂຊ ຊາດ ມາລີ ມໍຣີເຕເນຍ ແລະໄນເຈີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG