ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຝ່າຍຄ້ານ ເບີກີນາ ຟາໂຊ ບໍ່ຍອມຮັບເອົາ ການຍຶດອຳນາດ ຂອງກອງທັບ


ທ່ານ Jean Hubert Bazie ຜູ້ນຳຝ່າຍຄ້ານ (ກາງ) ອ່ານຖະ
ແຫຼງການ ຄັດຄ້ານ ໃນລະຫວ່າງກອງປະຊຸມນັກຂ່າວ ວັນທີ 1 ພະຈິກ 2014 ທີ່ເມືອງ Ouagadougou.
ທ່ານ Jean Hubert Bazie ຜູ້ນຳຝ່າຍຄ້ານ (ກາງ) ອ່ານຖະ ແຫຼງການ ຄັດຄ້ານ ໃນລະຫວ່າງກອງປະຊຸມນັກຂ່າວ ວັນທີ 1 ພະຈິກ 2014 ທີ່ເມືອງ Ouagadougou.

ບັນດາ​ຜູ້ນຳ​ຝ່າຍ​ຄ້ານ​ຂອງ Burkina Faso ບໍ່​ຍອມຮັບ​ເອົາ​
ການ​ຍຶດ ອຳນາດຂອງ​ກອງທັບ ຫຼັງ​ຈາກ​ການ​ລາ​ອອກ​ຈາກ
​ຕຳ​ແໜ່​ງຂອງ​ປະທາ​ ນາ​ທິບໍດີ​ທີ່​ປົກຄອງ​ປະ​ເທດ​ມາ​ເປັນ​ເວ
ລາ​ດົນ​ນານນັ້ນ.

ພວກ​ຜູ້ນຳ​ເຫຼົ່າ​ນີ້ ​ເອີ້ນ​ການ​ລຸກ​ຮື​ຂຶ້ນ​ຂອງ​ປະຊາຊົນ ທີ່​ບັງຄັບ
​ໃຫ້​ປະທານາ​ທິບໍດີ Blaise Compaore ລາ​ອອກ​ນັ້ນ “​ເປັນ​
ໄຊຊະນະ​”
ທີ່ “ເປັນ​ຂອງ​ປະຊາຊົນ​.”

ບັນດາ​ຜູ້ນຳ​ຝ່າຍ​ຄ້າຍ ກ່າວ​ວ່າ ການ​ໂອນ​ອຳນາດ​ຄວນ​ຈະ
“​ເປັນ​ໄປ​ໃນ​ທາງ​ປະຊາທິປະ​ໄຕ ​ແລະ​ເປັນ​ຂອງ​ພົນລະ​
ເຮືອນ”
ບໍ່​ແມ່ນ​ຍຶດອຳ​ນາດ​ໂດຍກອງທັບ.

ສະຫະລັດ​ປະນາມ​ອັນ​ທີ່​ຕົນ​ເອີ້ນ​ວ່າ ຄວາມ​ພະຍາຍາມ​ຂອງ​ທະຫານ​ເພື່ອ​ວາງ​ຂໍ້​ບັງຄັບ​ຕໍ່​ປະຊາຊົນ​ຂອງ Burkina Faso. ກະຊວງ​ການ​ຕ່າງປະ​ເທດສະຫະລັດ ຮຽກຮ້ອງ​ໃຫ້​ພວກ​ທະຫານ​ໂອນ​ອຳນາດ​ ໃນ​ທັນທີ​ໃຫ້​ເຈົ້າໜ້າ​ທີ່​ພົນລະ​ເຮືອນ. ນອກ​ນັ້ນ​ຍັງ​ກ່າວ​ເຊັ່ນ​ກັນ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ພົນລະເຮືອນ​ຈະ​ຕ້ອງ​ປະຕິບັດ​ຕາມ​ລັດຖະທຳ​ມະນູນ ​ແລະ​ວາງ​ແຜນການ​ເລືອກ​ຕັ້ງ​ປະທານາທິບໍດີ​ຢ່າງ​ເສລີ ​ແລະ​ຍຸຕິ​ທຳຂຶ້ນ​ໂດຍ​ທັນທີ.

ທ່ານ Yacouba Isaac Zida ຮອງ​ຜູ້​ບັນຊາ​ການ​ໜ່ວຍ​ອາລັກຂາ​ປະທານາທິບໍດີ ຂອງ​ກອງທັບ ປະກາດ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ທ່ານ ກຳລັງ​ເປັນ​ຜູ້ນຳ​ພາ​ປະ​ເທດ. ທ່ານ​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ນາຍ​ພົນ Honore Traore ຜູ້ນຳກອງທັບ ທີ່​ໄດ້​ອ້າງ​ ເປັນ​ຜູ້ນຳ​ພາ​ປະ​ເທດ​ເຊັ່ນ​ກັນ.

ປະທານ​າທິບໍດີ Compaore ​ໄດ້​ລາ​ອອກ​ຈາ​ກຕຳ​ແໜ່​ງ ​ແລະ​ມີ​ລາຍ​ງານ​ໄດ້​ຫຼົບໜີ​ຈາກ
ປະ​ເທດ​ໄປ​ຍັງ Ivory Coast ຫຼັງ​ຈາກ​ພວກ​ເດີນ​ຂະ​ບວນປະ​ທ້ວງ​ບຸກລຸກ​ເຂົ້າ​ໄປ​ໃນ​ຕຶກ​ລັດຖະສະພາ ​ແລະ​ເອົາ​ໄຟ​ຈູດ​ເຜົາ​ອາຄານ​ນັ້ນ. ພວກ​ເດີນ​ຂະ​ບວນພາກັນ​ປະ​ທ້ວງ​ຕໍ່ການ​ດັດ​ແປງ​ແກ້​ໄຂ​ກົດໝາຍ​ລັດຖະທຳ​ມະນູນ ທີ່​ຈະ​ອະນຸຍາດ​ໃຫ້​ທ່ານ Compaore ສະ​ໝັກຮັບ​ເລືອກ​ຕັ້ງ​ ເປັນ​ປະທານາທິບໍດີໄດ້​ອີກ​ສະ​ໄໝ​ນຶ່ງ​.

burkinafaso2november14
please wait

No media source currently available

0:00 0:00:48 0:00

XS
SM
MD
LG