ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຜູ້ນຳຂອງ ເບີກີນາ ຟາໂຊ ປະຕິເສດ ຕໍ່ຄຳຮຽກຮ້ອງ ຂອງ ສະຫະພາບ ອາຟຣິກາ


ພັນໂທ Isaac Zida ພົບປະກັບ ບັນດາຜູ້ນຳ ຝ່າຍຄ້ານ ໃນນະຄອນຫລວງ ອົວກາດູກູ ຂອງ ເບີກີນາ ຟາໂຊ, ວັນທີ 2 ພະຈິກ 2014.
ພັນໂທ Isaac Zida ພົບປະກັບ ບັນດາຜູ້ນຳ ຝ່າຍຄ້ານ ໃນນະຄອນຫລວງ ອົວກາດູກູ ຂອງ ເບີກີນາ ຟາໂຊ, ວັນທີ 2 ພະຈິກ 2014.

ຜູ້ນຳຂອງເບີກີນາ ຟາໂຊ ທີ່ຖືກແຕ່ງຕັ້ງໂດຍກອງທັບ ໄດ້ປະຕິເສດ
ຕໍ່ຄຳຮຽກຮ້ອງ ຂອງສະຫະພາບອາຟຣິກາ ທີ່ຢາກໃຫ້ມອບ
ອຳນາດ ແກ່ລັດຖະບານ ພາຍໃຕ້ການນຳພາຂອງພົນລະເຮືອນ
ພາຍໃນເວລາສອງອາທິດ ຫລື ຖ້າບໍ່ດັ່ງນັ້ນແລ້ວ ກໍຈະປະເຊີນກັບ
ການຖືກລົງໂທດ.

ພັນໂທ Isaac Zida ກ່າວໃນວັນພະຫັດວານນີ້ວ່າ ສະພາຜູ້
ອະວຸໂສ ຈະທຳ ການເລືອກ ໃນອັນທີ່ທ່ານຮ້ອງວ່າ ພົນລະເຮືອນ
ຜູ້ທີ່ມີຊື່ສຽງ ເປັນຜູ້ນຳພາລັດຖະບານ ໄລຍະຂ້າມຜ່ານ ກ່ອນການ
ເລືອກຕັ້ງ ໃນເດືອນພະຈິກປີໜ້າ. ແຕ່ແນວ ໃດກໍຕາມ ທ່ານເວົ້າວ່າ
ຂັ້ນຕອນດັ່ງກ່າວນີ້ ຈະບໍ່ມີຄວາມຮີບຮ້ອນເລັ່ງລັດ ທັງຈາກການ
ກົດດັນຂອງນາໆຊາດ ຫລືຄວາມວຸ້ນວາຍ ທີ່ເພີ້ມທະວີຂຶ້ນຢູ່ໃນ Burkina Faso ນັບແຕ່
ພວກທະຫານ ໄດ້ເຂົ້າຍຶດອຳນາດເມື່ອວັນສຸກແລ້ວນີ້.

ພັນໂທ Zida ກ່າວວ່າ “ພວກເຮົາບໍ່ຢ້ານການລົງໂທດໃດໆ. ພວກເຮົາມີຄວາມເປັນ
ຫ່ວງຫຼາຍກວ່າກ່ຽວກັບເລື່ອງສະຖຽນລະພາບ ຄວາມສະຫງົບສຸກ ຂອງປະຊາຊົນ
Burkina Faso. ການລົງໂທດ ແມ່ນບໍ່ສຳຄັນເລີຍ ສຳຫລັບພວກເຮົາ ໃນເວລານີ້.”

ນັກຂ່າວຂອງວີໂອເອ ທີ່ນັ້ນ ກ່າວວ່າ ປະມຸກຂອງປະເທດໄດ້ຮ້ອງຂໍໃຫ້ພວກ ນັກການເມືອງ ຜູ້ນຳສາສະໜາ ແລະກຸ່ມສັງຄົມພົນລະເຮືອນ ໃຫ້ພາກັນສະເໜີ ຊື່ຜູ້ສະໝັກ 3 ຄົນ ເພື່ອນຳ
ພາລັດຖະບານໄລຍະຂ້າມຜ່ານ.

BURKINA FASO CNPK
please wait
Embed

No media source currently available

0:00 0:01:49 0:00

XS
SM
MD
LG