ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ນາຍພົນ ແລະ ອະດີດ ລັດຖະມົນຕີຄົນນຶ່ງ ຂອງ ເບີກີນາ ຟາໂຊ ຖືກຟ້ອງ


ນາຍພົນ Gilbert Diendere. (23 ​ກັນຍາ 2015)
ນາຍພົນ Gilbert Diendere. (23 ​ກັນຍາ 2015)

ນາຍ​ພົນ​ທີ່ຮັບຜິດຊອບໃນການ​ເຮັດລັດຖະປະຫານທີ່ປະສົບ
ກັບຄວາມລົ້ມແຫຼວ ຢູ່ປະ​ເທດ Burkina Faso ​ໃນເດືອນ​ແລ້ວ
​ນີ້ ​ໄດ້​ຖືກ​ຟ້ອງຢ່າງ​ເປັນ​ທາງ​ການ ພ້ອມດ້ວຍ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ
ອີກ​ຄົນ​ນຶ່ງທີ່​ຖືກ​ກ່າວ​ຫາ​ໃຫ້ການສະໜັບສະໜູນເພື່ອ ໂຄ່ນ​ລົ້ມ
ລັດ​ຖະບານ Burkina Faso.

ນາຍ​ພົນ Gilbert Diendere ​ແລະ​ທ່ານ Djibrill Bassole ​
ອະດີດ​ລັດຖະ ມົນຕີຕ່າງປະ​ເທດ ​ໄດ້​ຖືກ​ຟ້ອງ​ໃນ​ວັນ​ອັງຄານ​
ວານ​ນີ້ໃນຂໍ້​ຫາ “​ໂຈມ​ຕີ​ໜ່ວຍຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ.”

ໃນລະຫວ່າງ​ການເຮັດລັດຖະປະຫານທີ່ປະສົບກັບຄວາມລົ້ມ
ແຫຼວນັ້ນ ກຳລັງທະຫານຂອງທ່ານ Diendere ທີ່ຢູ່​ໃນໜ່ວຍອາລັກຂາ ປະທານາທິບໍດີ
​ໄດ້​ກັກ​ຂັງ​ ປະທານາທິບໍດີຊົ່ວຄາວ ນາຍົກລັດຖະມົນ​ຕີ ​ແລະ​ສະມາຊິກ​ອີກ​ຫລາຍ​ທ່ານ
ໃນ ຄະນະລັດຖະບານ. ໜ່ວຍອາລັກຂາປະທານາທິບໍດີ ບໍ່ພໍ​ໃຈ​ກັບລັດຖະບານ​ຊົ່ວຄາວ
ທີ່ໄດ້ຫ້າມ ບໍ່ໃຫ້ພວກສະໜັບສະໜູນ ອະດີດ ປະທານາທິບໍດີ Blaise Compaore ລົງສະໝັກແຂ່ງຂັນໃນ ເລືອກຕັ້ງທີ່ຈະມີຂື້ນ.

ທ່ານ Companoare ​ໄດ້​ຖືກ​ຂັ​ບ​ໄລ່​ ອອກ​ອຳນາດ ໃນ​ການ​ລຸກ​ຮື​ຂື້ນ​ຂອງປະຊາຊົນເມື່ອ
​ເດືອນຕຸລາປີກາຍນີ້ ໃນຂະນະທີທ່ານພະຍາຍາມ ຈະຢູ່ໃນຕຳແໜ່ງຕໍ່ໄປ ຊຶ່ງທ່ານໄດ້ປົກ
ຄອງປະເທດມາແລ້ວເປັນເວລາ 27 ປີ.

ນາຍ​ພົນ Diendere ​ໄດ້​ກຳ​ອຳນາດ​ເກືອບ​ນຶ່ງ​ອາທິດ ​ແຕ່​ໄດ້​ຖືກ​ບັງຄັບ ​ໃຫ້​ລາ​ອອກພາຍ
ໃຕ້ຄວາມກົດດັນ ຈາກກອງທັບ ພວກເດີນຂະບວນປະທ້ວງ ແລະກຸ່ມປະຊາຄົເສດຖະກິດ
ບັນດາລັດອາຟຣິກາຕາເວັນຕົກຫຼື ECOWAS.

ນາຍ​ພົນ Diendere ​ໄດ້ເຂົ້າ​ມອບ​ໂຕ​ໃນອາທິດ​ແລ້ວ​ນີ້ ຫລັງ​ຈາກ​ການ​ເຈລະຈາກັບ​ບັນ
ດາ​ເຈົ້າ​ໜ້າ​ທີ່ ໃນ​ນະຄອນຫລວງ Ouagadougou.

ທ່ານ Bassole ​ທີ່​ໄດ້​ຮັບ​ໜ້າທີ່​ເປັນລັດຖະມົນຕີຕ່າງປະ​ເທດພາຍ​ໃຕ້​ທ່ານ Compoare ​
ໄດ້ປະຕິເສດວ່າ ທ່ານບໍ່ມີການພົວພັນໃດໆ ກັບການເຮັດລັດຖະປະຫານ.

ທັງ​ສອງ​ທ່ານຍັງສືບຕໍ່ຢູ່ພາຍໃຕ້ການຄວບຄຸມໂຕຂອງເຈົ້າໜ້າທີ່.

ປະ​ເທດ Burkina Faso ມີ​ແຜນການ ​ທີ່​ຈະ​ເລືອກ​ຕັ້ງປະທານາທິບໍດີ ​ແລະ​ສະມາຊິກສະ
ພາ ໃນວັນທີ 11 ຕຸລານີ້. ແຕ່ຍັງບໍ່ເປັນທີ່ແຈ້ງຂາວເທື່ອວ່າ ເວລາໃດການປ່ອນບັດລົງ​ຄະ
ແນນສຽງຈຶ່ງຈະຂື້ນ.

Burkina Faso
please wait
Embed

No media source currently available

0:00 0:00:59 0:00

XS
SM
MD
LG