ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເບີກິນາ ຟາໂຊ ປິດການ ລົງຄະແນນສຽງ ຄັ້ງປະຫວັດສາດ


ພະນັກງານ ໜ່ວຍເລືອກຕັ້ງ ນັບຄະແນນສຽງ ຕໍ່ໜ້າຜູ້ສັງເກດການຈາກຫຼາຍອົງການ ແລະ ພັກການເມືອງໃນເມືອງ ອົວກາດູກູ, ເບີກິນາ ຟາໂຊ. 29 ພະຈິກ, 2015. (Photo - E. Iob/VOA)
ພະນັກງານ ໜ່ວຍເລືອກຕັ້ງ ນັບຄະແນນສຽງ ຕໍ່ໜ້າຜູ້ສັງເກດການຈາກຫຼາຍອົງການ ແລະ ພັກການເມືອງໃນເມືອງ ອົວກາດູກູ, ເບີກິນາ ຟາໂຊ. 29 ພະຈິກ, 2015. (Photo - E. Iob/VOA)

ບັນດາຜູ້ປ່ອນບັດຫຼາຍຄົນໃນປະເທດ ເບີກິນາ ຟາໂຊ ໄດ້ລົງຄະ ແນນສຽງເພື່ອເລືອກເອົາປະທານາທິບໍດີຄົນໃໝ່ ແລະ ສະພາໃນ ສິ່ງທີ່ເອີ້ນວ່າເປັນການເລືອກຕັ້ງທີ່ເປີດເຜີຍທີ່ສຸດໃນປະຫວັດສາດ ຂອງປະເທດຕົນ.

ຜູ້ລົງຄະແນນສຽງທີ່ໄດ້ລົງທະບຽນ 5 ລ້ານຄົນ ແມ່ນສາມາດ ເລືອກຄົນທີ່ຕົນມັກ ຈາກລາຍຊື່ຂອງຜູ້ລົງສະໝັກເອົາຕຳແໜ່ງ ປະທານາທິບໍດີ 14 ຄົນ.

12 ຊົ່ວໂມງຫຼັງຈາກການປ່ອນບັດລົງຄະແນນສຽງໄດ້ສິ້ນສຸດລົງ ປະມານ 18:00 ຕາມເວລາທ້ອງຖິ່ນ ບັນດາເຈົ້າໜ້າທີ່ກໍໄດ້ເລິີ່ມ ນັບຈຳນວນຂອງຄະແນນສຽງ ແລະ ຜົນຂອງຄະແນນຄັ້ງທຳອິດ ແມ່ນຄາດວ່າຈະໄດ້ຖືກປະ ກາດອອກໃນຕອນແລງຂອງວັນຈັນມື້ນີ້. ຖ້າວ່າບໍ່ມີໃຜໄດ້ຮັບຄະແນນສຽງຫຼາຍກວ່າ 50 ເປີ ເຊັນ, ການລົງຄະແນນສຽງຄັ້ງທີ 2 ກໍຈະຖືກຈັດຂຶ້ນ.

ຜູ້ລົງຄະແນນສຽງຄົນໜຶ່ງຍ່າງເຂົ້າໜ່ວຍເລືອກຕັ້ງໃນເມືອງ ອົວກາດູກູ, ປະເທດ ເບີກິນາ ຟາໂຊ, 29 ພະຈິກ 2015. (VOA/Emilie Iob)
ຜູ້ລົງຄະແນນສຽງຄົນໜຶ່ງຍ່າງເຂົ້າໜ່ວຍເລືອກຕັ້ງໃນເມືອງ ອົວກາດູກູ, ປະເທດ ເບີກິນາ ຟາໂຊ, 29 ພະຈິກ 2015. (VOA/Emilie Iob)

ປະດີດປະທານາທິບໍດີ ທ່ານ Blaise Compaore ໄດ້ເປັນຜູ້ນຳຂອງ ເບີກິນາ ຟາໂຊ ເປັນເວ ລາ 27 ປີ, ກ່ອນຈະພະຍາຍາມທຳລາຍການຈຳກັດສະໄໝການດຳລົງຕຳແໜ່ງໃນ ລັດຖະທຳ ມະນູນ ແລະ ເຮັດໃຫ້ທ່ານສາມາດດຳລົງຕຳແໜ່ງໄດ້ອີກຮອບໜຶ່ງ. ການເຄື່ອນໄຫວດັ່ງກ່າວ ໄດ້ນຳໄປສູ່ການປະທ້ວງ ທີ່ໄດ້ບັງຄັບໃຫ້ທ່ານລາອອກຈາກຕຳແໜ່ງ.

ລັດຖະບານ ຊົ່ວຄາວໄດ້ເຂົ້າມາແທນທີ່ຂອງທ່ານ Compaore ແລະ ການເລືອກຕັ້ງແມ່ນ ຄວນຈະໄດ້ຈັດຂຶ້ນໃນເດືອນຕຸລາທີ່ຜ່ານມາ, ແຕ່ການກໍ່ລັດທະປະຫານທະຫານໄລຍະສັ້ນ ທີ່ໄດ້ລົ້ມແຫຼວນັ້ນ ໄດ້ບັງຄັບໃຫ້ການດຳເນີນຂະບວນການຕ່າງໆຖືກເລື່ອນເວລາອອກໄປ.

XS
SM
MD
LG