ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳ ລັດຖະປະຫານ ຢູ່ Burkina Faso ກ່າວວ່າ ນາຍົກ ແລະ ປະທານາທິບໍດີ ປອດໄພ


Fate of Ousted Officials Uncertain After Burkina Faso Coup
please wait

No media source currently available

0:00 0:02:13 0:00

ຫົວໜ້າສະພາປົກຄອງ ທີ່ສ້າງຕັ້ງຂຶ້ນໃໝ່ ຂອງ Burkina Faso
ກ່າວວ່າ ປະທານາທິບໍດີ ແລະນາຍົກລັດຖະມົນຕີ ຂອງປະເທດ
ແມ່ນມີຄວາມປອດໄພພາຍໃຕ້ການຄຸ້ມຄອງຂອງພວກທະຫານ ແລະຈະຖືກປ່ອຍໃນໄວໆນີ້.

ນາຍພົນຈັດຕະວາ Gilbert Diendere ກ່າວຕໍ່ວີໂອເອພາກພາ
ສາຝຣັ່ງ ໄປຍັງອາຟຣິກາ ໃນວັນພະຫັດວານນີ້ ນຶ່ງມື້ ຫລັງຈາກ
ພວກທະຫານ ໄດ້ໂຄ່ນລົ້ມ ລັດຖະບານຊົ່ວຄາວ ແລະຈັບພວກ
ຜູ້ນຳໃນຄະນະລັດຖະບານ.

ນາຍພົນ Diendere ເວົ້າວ່າ ພວກທະຫານໄດ້ເຮັດລັດຖະປະ
ຫານຍ້ອນວ່າຂັ້ນ ຕອນທາງດ້ານການເມືອງຂອງປະເທດມີຄວາມລຳອຽງ. ທ່ານກ່າວວ່າ
ທ່ານຈະເລີ້ມການສົນທະນາຫາລືທາງການເມືອງ ທີ່ຈະຮວມເອົາທຸກພັກການເມືອງ.

Burkina Faso ມີກຳນົດທີ່ຈະຈັດການເລືອກຕັ້ງສະພາແຫ່ງຊາດ ແລະປະທານາທິບໍດີ ໃນວັນທີ 11 ຕຸລານີ້. ກຳນົດເວລາດັ່ງກ່າວ ໃນປັດຈຸບັນ ແມ່ນຢູ່ໃນສະພາບທີ່ບໍ່ແນ່ນອນ ແລ້ວ.

ທຳນຽບຂາວ ກ່າວໃນວັນພະຫັດວານນີ້ວ່າ ຕົນຂໍປະນາມ ດ້ວຍຄຳເວົ້າທີ່ແຮງສຸດຕໍ່ການ
ຢຶດອຳນາດທີ່ບໍ່ຖືກຕ້ອງຕາມລັດຖະທຳມະນູນໂດຍພວກຜູ້ນຳໃນການກໍ່ລັດຖະປະຫານ. ພ້ອມນີ້ທຳນຽບຂາວຍັງຮຽກຮ້ອງໃຫ້ປ່ອຍໂຕປະທານາທິບໍດີແລະນາຍົກລັດຖະມົນຕີໃນ
ທັນທີ ໃຫ້ພວກຜູ້ນຳລັດຖະປະຫານ ຢຸດເຊົາການປະຕິບັດງານປາບປາມ ໃຫ້ພວກເຂົາ ເຈົ້າເຄົາລົບສິດເສລີພາບຂອງປະຊາຊົນ ໃນການໂຮມຊຸມນຸມຢ່າງສັນຕິແລະໃຫ້ນຳເອົາ Burkina Faso ກັບຄືນໄປສູ່ເສັ້ນ ທາງການເລືອກຕັ້ງປະທານາທິບໍດີໃນເດືອນຕຸລານີ້.

Burkina Faso
please wait
Embed

No media source currently available

0:00 0:02:01 0:00

XS
SM
MD
LG