ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະທານາທິບໍດີ ເບີກິນາ ຟາໂຊ ຮຽກຮ້ອງ ສາທາລະນະ ໃຫ້ຮ່ວມມືກັບ ກອງທັບ ຫຼັງຈາກການໂຈມຕີສອງຄັ້ງ


ກອງກຳລັງທະຫານຂີ່ລົດຜ່ານໃກ້ໆກັບສະຖານທູດ ຝຣັ່ງ ໃນກາງນະຄອນຫຼວງ ອົວກາດູກູ "Ouagadougou," ປະເທດ ເບີກິນາ ຟາໂຊ. 2 ມີນາ, 2018.
ກອງກຳລັງທະຫານຂີ່ລົດຜ່ານໃກ້ໆກັບສະຖານທູດ ຝຣັ່ງ ໃນກາງນະຄອນຫຼວງ ອົວກາດູກູ "Ouagadougou," ປະເທດ ເບີກິນາ ຟາໂຊ. 2 ມີນາ, 2018.

ປະທານາທິບໍດີ ເບີກິນາ ຟາໂຊ ທ່ານ ຣອດຈ໌ ຄາໂບເຣ "Roch Kabore" ໄດ້ຮຽກ
ຮ້ອງສາທາລະນະຊົນໃນວັນເສົາວານນີ້ ໃຫ້ຮ່ວມມືຢ່າງໃກ້ຊິດຫຼາຍຂຶ້ນກັບກອງທັບ
ຂອງປະເທດ, ນຶ່ງວັນຫຼັງຈາກກຸ່ມຕິດອາວຸດໄດ້ທຳການໂຈມຕີປະສານງານກັນທີ່ສະ
ຖານທູດ ຝຣັ່ງ ແລະ ສູນວັດທະນະທຳ ແລະ ສຳນັກງານໃຫຍ່ກອງທັບຂອງປະເທດ
ອາຟຣິກາ ຕາເວັນຕົກ ໃນນະຄອນຫຼວງ ອົວກາດູກູ "Ouagadougou."

ທ່ານໄດ້ກ່າວໃນຖະແຫຼງການສະບັບນຶ່ງ ທາງໂທລະພາບແຫ່ງຊາດວ່າ “ຂ້າພະເຈົ້າ
ຢາກຂໍສົ່ງເສີມໃຫ້ປະຊາຊົນ ຮ່ວມມືປະສານງານກັບກອງກຳລັງປ້ອງກັນປະເທດ ແລະ
ຮັກສາຄວາມປອດໄພຂອງເຮົາ ໃນການຕໍ່ສູ້ທົ່ວໄປຂອງພວກເຮົາກັບລັດທິກໍ່ການ
ຮ້າຍ.”

ກຸ່ມສະໜັບສະໜູນອິສລາມ ແລະ ມຸສລິມ (GSIM) ເຊິ່ງຮູ້ຈັກກັນໃນອີກຊື່ນຶ່ງວ່າ
ຈາມາ ນຸສຣັດ ອິລ-ອິສລາມ ວາ'ອາລ-ມຸສລິມິນ "Jama’a Nusrat ul-Islam
Wa’al-Muslimin (JNIM)" ໃນພາສາອາຣັບ, ໃນວັນເສົາວານນີ້ ໄດ້ອ້າງເອົາຄວາມ
ຮັບຜິດຊອບສຳລັບການໂຈມຕີ ໃນຂໍ້ຄວາມທີ່ຖືກອ້າງອີງໂດຍອົງການຂ່າວ Al-
Akhbar ຂອງປະເທດ ໂມຣິຕາເນຍ.

ກຸ່ມດັ່ງກ່າວ, ທີ່ລວມມີກຸ່ມຈີຮາດ ມາລີ ສາມກຸ່ມ ກ່ອນໜ້ານີ້ເຄີຍເຊື່ອມໂຍງກັບພວກ
ອາລ ໄກດາ, ໄດ້ຢູ່ເບື້ອງຫຼັງການໂຈມຕີຄັ້ງໃຫຍ່ຫຼາຍຄັ້ງ ຕໍ່ພົນລະເຮືອນ ແລະ ກອງ
ກຳລັງທະຫານນັບຕັ້ງແຕ່ພວກເຂົາໄດ້ຖືກຕັ້ງຂຶ້ນປີກາຍນີ້.

ລັດຖະບານໄດ້ກ່າວວ່າ ທະຫານ 8 ຄົນໄດ້ເສຍຊີວິດ, ພ້ອມກັບຄົນຮ້າຍ 8 ຄົນ, ສີ່ຄົນ
ຢູ່ສະຖານທູດ ແລະ ອີກສີ່ຄົນຢູ່ສຳນັກງານໃຫຍ່ກອງທັບ. ຄົນອື່ນອີກ 8 ຄົນແມ່ນໄດ້
ຮັບບາດເຈັບ.

ໃນຕອນເລີ່ມຕົ້ນຂອງການໂຈມຕີນັ້ນ, ຜູ້ເຫັນເຫດການໄດ້ເວົ້າວ່າ, ຜູ້ຊາຍຕິດອາວຸດ
ໄດ້ລົງຈາກລົດ ແລະ ເລີ່ມຍິງປືນໃສ່ຄົນຜູ້ທີ່ເດີນທາງກາຍ ກ່ອນມຸ່ງໜ້າໄປຫາສະຖານ
ທູດ. ລະເບີດລູກນຶ່ງໄດ້ແຕກໃນປະມານເວລາດຽວກັນ ໃກ້ກັບສຳນັກງານໃຫຍ່ກອງ
ທັບ ແລະ ສູນວັດ ທະນະທຳ ຝຣັ່ງ ປະມານນຶ່ງກິໂລແມັດຈາກການໂຈມຕີທີ່ສະຖານ
ທູດ, ອີງຕາມການກ່າວຂອງຜູ້ເຫັນເຫດການ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG