ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

6 ຄົນໄດ້​ຖືກ​ຂ້າ​ຕາຍ ຢູ່​ໂບດ ກ​າ​ໂຕ​ລິກ ໃນ​ປະ​ເທດ ເບີ​ກິ​ນາ ຟາ​ໂຊ


ແຜ​ນ​ທີ່​ປະ​ເທດ ເບີ​ກິ​ນາ ຟາ​ໂຊ
ແຜ​ນ​ທີ່​ປະ​ເທດ ເບີ​ກິ​ນາ ຟາ​ໂຊ

ພວກມື​ປືນ​ໄດ້​ສັງ​ຫານປະ​ຊາ​ຊົນ 6 ຄົນ​ ທີ່​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ສູດ​ມົນ​ຢູ່​ໂບດ​ກາ​ໂຕ​ລິກ
ໃນເມືອງ ດາໂບລ ຕັ້ງຢູ່ພາກເໜືອຂອງປະເທດ ເບີກິນາ ຟາໂຊ ໃນຕອນເຊົ້າຂອງວັນ
ອາທິດວານນີ້, ອີງຕາມການກ່າວຂອງເຈົ້າໜ້າທີ່ ແລະ ຜູ້ເຫັນເຫດການ.

ຜູ້​ເຫັນ​ເຫດ​ການ​ຄົນ​ນຶ່ງ​ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ ອາ​ຟ​ຣິ​ກາ ວ່າ ພະ ແລະ ຜູ້​ໄປ​ໂບດ 5 ຄົນ
ແມ່ນລວມຢູ່ໃນຈຳນວນຜູ້ເຄາະຮ້າຍນັ້ນ.

ຜູ້​ເຫັນ​ເຫດ​ການ​ ໄດ້​ເວົ້າ​ ກ່ຽວ​ກັບ ພ​ວກ​ໂຈມ​ຕີ​ວ່າ “ມັນ​ມີ​ລົດ​ຈັກ​ປະ​ມານ 40 ຄັນ. ພວກ
ເຂົາບອກໃຫ້ທຸກຄົນນອນລົງ, ສັງຫານ 5 ຄົນ ກ່ອນທີ່ຈະຈູດເຜົາໂບດຖິ້ມ.”

ພວກ​ໂຈມ​ຕີ​ໄດ້​ຈູດ​ໂບດ ແລະ ຮ້ານຂາຍ​ເຄື່ອງ ທີ່​ຢູ່​ໃກ້​ຄຽງ ກ່ອນຫຼົບ​ໜີ​ອອກ​ຈາກ​ຈຸດ​
ເກີດເຫດ ປະມານນຶ່ງຊົ່ວໂມງເຄິ່ງຫຼັງຈາກພວກເຂົາໄດ້ໄປຮອດ. ມີລາຍງານວ່າຫຼາຍ
ຄົນໄດ້ຮັບບາດເຈັບ.

ໃນ​ອາ​ທິດ​ທີ່​ຜ່ານ​ມາ, ພວກມື​ປືນ​ໄດ້​ສັງ​ຫານ​ປະ​ຊາ​ຊົນ 5 ຄົນ​ຢູ່​ໂບດສາ​ສະ​ໜາ ຄ​ຣິ​ສ
ນິກາຍ ໂປຣແຕັສຕັງ ໃນເມືອງນ້ອຍ ຊິລກາດິຈ໌ ຕັ້ງຢູ່ພາກເໜືອຂອງປະເທດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG